ສສຊ ຊີ້ ຄະດີຕ່າງໆຊັກຊ້າຍ້ອນພະນັກງານຈໍານວນໜຶ່ງຖ່ວງດຶງເພື່ອສ້າງປະໂຫຍດເຂົ້າຕົນເອງ

ໃນວາລະການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ບົດລາຍງານຂອງອົງການໄອຍະການ ແລະ ສານປະຊາຊົນສູງສຸດ, ໂດຍ ສສຊ ຫລາຍເຂດເລືອກຕັ້ງໄດ້ຊີ້ໃຫ້ເຫັນວ່າ: ໃນໄລຍະຜ່ານມາ, ກໍມີຫລາຍຄະດີໄດ້ຮັບການແກ້ໄຂຢ່າງຍຸຕິທໍາ ແລະ ວ່ອງໄວ, ແຕ່ຂະນະດຽວກັນ ກໍມີອີກຫລາຍໆຄະດີທີ່ີການແກ້ໄຂມີຄວາມຊັກຊ້າ, ເຊິ່ງເປັນຍ້ອນພະນັກງານຂອງອົງການດັ່ງກ່າວຈໍານວນໜຶ່ງເປັນຕົ້ນເຫດ, ເພື່ອສ້າງເງື່ອນໄຂຕ່າງໆ ເພື່ອໃຫ້ໄດ້ຜົນປະໂຫຍດມາໃຫ້ຕົນເອງແບບບໍ່ຊອບທໍາ, ຂັດກັບຈັນຍາບັນ-ຈັນຍາທຳຂອງພະນັກງານ, ເຮັດວຽກບໍ່ມີຄວາມໂປ່ງໃສ, ແກ້ອັນຜິດໃຫ້ເປັນຖືກ, ໂດຍສະເພາະການເກັບກຳຂໍ້ມູນ ຫລື ວິເຄາະວິໄຈຄະດີທີ່ບໍ່ຍຸຕິທໍາ ແລະ ບັນຫາອື່ນໆ, ຈຶ່ງເຮັດໃຫ້ເກີດມີການອຸທອນຢູ່ສານຂັ້ນຕົ້ນເປັນຈໍານວນຫລາຍ ແລະ ເປັນສາເຫດໜຶ່ງຂອງປາກົດການຫຍໍ້ທໍ້ໃນສັງຄົມ, ສະນັ້ນໃນຕໍ່ໜ້ານີ້, ສະເໜີໃຫ້ຄະນະພັກ-ຄະນະນໍາ ຂອງສອງອົງການດັ່ງກ່າວ ຕ້ອງໄດ້ເພີ່ມທະວີວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານຂັ້ນຕ່າງໆນັບແຕ່ສູນກາງຮອດທ້ອງຖິ່ນໃຫ້ໜັກແໜ້ນ, ເອົາໃຈໃສ່ກວດກາ ແລະ ແກ້ໄຂສະພາບຂອງພະນັກງານທີ່ມີການເຄື່ອນໄຫວ ຫລື ປະພືດຕົນບໍ່ດີ, ປັບປຸງກົນໄກ ແລະ ແບບແຜນການເຮັດວຽກໃຫ້ທັນສະໄໝ, ວ່ອງໄວ ແລະ ຍຸຕິທໍາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມຫລາຍຂຶ້ນ.

