ເຈົ້າຂອງດິນ 19 ຕອນຢູ່ເມືອງໄຊທານີທີ່ຖືກໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນໝາຍເລກ I ໄດ້ຮັບຄ່າຊົດເຊີຍແລ້ວ

ໃນວັນທີ 19 ພະຈິກນີ້, ຢູ່ຫ້ອງການປົກຄອງເມືອງໄຊທານີນະຄອນຫລວງວຽງຈັນ, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕາງໜ້າອົງການປົກຄອງນະຄອນຫລວງ, ໄດ້ມອບເງິນຄ່າຊົດເຊີຍທີ່ດິນ, ສິ່ງປຸກສ້າງ ແລະ ທົດແທນຄ່າເສຍຫາຍຕ່າງໆ ທີ່ຖືກໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນໝາຍເລກ I ໃຫ້ເຈົ້າຂອງດິນໃນເຂດເມືອງໄຊທານີແລ້ວ ຈໍານວນ 19 ຕອນ (ໃນຈໍານວນທັງໝົດ 333 ຕອນ), ລວມມີເນື້ອທີ່ 4,12 ເຮັກຕາ ແລະ ລວມມີມູນຄ່າ 4,6 ຕື້ກ່ວາກີບ.
ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າຄະນະໄກ່ເກ່ຍໂຄງການດັ່ງກ່າວ ລາຍງານວ່າ: ໂຄງການກໍ່ສ້າງທາງດ່ວນໝາຍເລກ I ນະຄອນຫລວງວຽງຈັນ ມີໄລຍະທາງຍາວ 15 ກິໂລແມັດ, ເພື່ອເຊື່ອມຕໍ່ຫາສະຖານີລົດໄຟລາວ-ຈີນແຕ່ເຂດເສດຖະກິດສະເພາະບຶງທາດຫລວງ-ດົງໝາກຄາຍ ກວມເອົາດິນໃນ 2 ເມືອງຄື: ເມືອງໄຊເສດຖາ ມີ 14 ບ້ານ ແລະ ເມືອງໄຊທານີ ມີ 7 ບ້ານ ລວມມີເນື້ອທີ່ທັງໝົດ 293 ກວ່າເຮັກຕາ ແລະ ຜ່ານການສັງລວມຂໍ້ມູນແຜນທີ່ດິນ, ສຳເນົາທີ່ດິນ ແລະ ເຮັດບົດບັນທຶກຮັບເອົາຄ່າຊົດເຊີຍຈາກໂຄງການເຫັນວ່າ: ຢູ່ເມືອງໄຊເສດຖາມີດິນຈໍານວນ 535 ຕອນ, ວັດແທກແລ້ວ 324 ຕອນ ໃນນີ້ສໍາເລັດການປະກອບສຳນວນ ແລະ ເຊັນບົດບັນທຶກເບື້ອງຕົ້ນ 209 ຕອນ.
ສໍາລັບເມືອງໄຊທານີ ມີດິນຈໍານວນ 333 ຕອນ, ວັດແທກແລ້ວ 177 ຕອນ ແລະ ສໍາເລັດການປະກອບສຳນວນ ແລະ ເຊັນບົດບັນທຶກເບື້ອງຕົນ 156 ຕອນ, ມີສິ່ງປຸກສ້າງເປັນເຮືອນທັງໝົດ 160 ຫລັງ (ເມືອງໄຊເສດຖາ 134 ຫລັງ ແລະ ເມືອງໄຊທານີ 26 ຫລັງ) ແລະ ມີມູນຄ່າຊົດເຊີຍເບື້ອງຕົ້ນ 353 ຕື້ກວ່າກີບ ຫລື 41,5 ລ້ານກວ່າໂດລາສະຫະລັດ.

