ລາວ-ຈີນ ຕົກລົງຮ່ວມມືການພັດທະນາການທ່ອງທ່ຽວ ແລະ ເປີດໂຄງການສັບປະດາຮູບເງົາ ແລະ ໂທລະພາບ ປີທ່ອງທ່ຽລາວ-ຈີນ

ໃນວັນທີ 16 ພະຈິກນີ້, ສະຖາບັນຄົ້ນຄວ້າວາງແຜນການທ່ອງທ່ຽວ ແຂວງ ຢູນນານ ຮ່ວມກັບ ຫ້ອງການຜູ້ຕາງໜ້າວິສາຫະກິດ ແຂວງຢູນນານ ປະຈຳລາວ, ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງຢູນນານ, ກຸ່ມບໍລິສັດ ສະໜາມບິນ ແຂວງຢູນນານ ຈຳກັດ ແລະ ອົງການປົກຄອງເມືອງຄຸນມິງ, ໄດ້ຈັດກອງປະຊຸມປຶກສາລືກ່ຽວກັບການຄົ້ນຄວ້າພັດທະນາການທ່ອງທ່ຽວລາວ-ຢູນນານ ສປ ຈີນ ປະຈຳປີ 2019, ຂຶ້ນຢູ່ສູນວາງສະແດງຕ່ຽນສີ ເມືອງຄຸນມິງ ແຂວງຢູນນານ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຈິດໃຈກອງປະຊຸມວຽກງານການທ່ອງທ່ຽວຂອງທົ່ວແຂວງ ແລະ ຊຸກຍູ້ການພັດທະນາການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ແຂວງຢູນນານ ແລະ ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຮອບດ້ານ ໃຫ້ປະກົດຜົນເປັນຈິງ.

ໃນກອງປະຊຸມໄດ້ທົບທວນຄືນຜົນການດຳເນີນວຽກງານຢ່າງຮອບດ້ານຂອງປີທ່ອງທ່ຽວລາວ-ຈີນ ໃນໄລຍະຜ່ານມາ, ເຊິ່ງສະແດງໃຫ້ເຫັນຜົນໄດ້ຮັບໃນແຕ່ລະຂົງເຂດຂອງການຮ່ວມມືດ້ານການທ່ອງທ່ຽວລະຫວ່າງລາວ-ຢູນນານໄດ້ ເຮັດໃຫ້ຫຼາຍຄົນໄດ້ຮູ້ສຶກເຖິງສະເໜ່ຄວາມໃກ້ຊິດກັນເພີ່ມທະວີມິດຕະພາບຂອງສອງຊາດ, ຍົກສູງການຮັບຮູ້ຂອງປວງຊົນຕໍ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກະຕຸ້ນໃຫ້ວິສາຫະກິດຈຳນວນຫຼາຍເຂົ້າຮ່ວມໃນການຮ່ວມມືດັ່ງກ່າວ.

ໃນໂອກາດດຽວກັນນີ້, ກອງປະຊຸມໄດ້ລົງນາມໂຄງການສັບປະດາຮູບເງົາ ແລະ ໂທລະພາບ ປີທ່ອງທ່ຽວລາວ-ຈີນ ລະຫວ່າງ ບໍລິສັດບລູເບີຣີລາວ ອອກແບບ ແລະ ວາງແຜນ ຈຳກັດ ຮ່ວມກັບ ບໍລິສັດ ເຄີຈ້ຽນຄຸນມິງ ເຜີຍແຜ່ວັດທະນະທຳ ຈຳກັດ, ໂດຍມີທ່ານນາງ shilin ຮອງຫົວໜ້າພະແນກວັດທະນະທຳແລະ ທ່ອງທ່ຽວ ແຂວງຢູນນານ ແລະທ່ານ ບຸນມາ ເພັກສາວົງ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ທ່ານ ວິນລຽມ ສຸວັນນາມ ຮອງຜູ້ອຳນວຍການໂທລະພາບແຫ່ງຊາດລາວ ເຂົ້າຮ່ວມເປັນສັກຂີພິຍານ. ເຊິ່ງໂຄງການນີ້ດັ່ງກ່າວ, ເປັນໜຶ່ງກິດຈະກໍາສຳຄັນໜຶ່ງໃນປີທ່ອງທ່ຽວລາວ-ຈີນ.

ຜູ້ຮັບຜິດຊອບບໍລິສັດ ໄດ້ກ່າວວ່າ: ເພື່ອໃຫ້ໂຄງການດັ່ງກ່າວໄດ້ຮັບຜົນສຳເລັດເປັນຢ່າງດີ, ເຄີຈ້ຽນຄຸນມິງ ແລະ ບລູເບີຣີລາວ ຈະສ້າງຕັ້ງ ບໍລິສັດຮ່ວມທຸລະກິດ ເຄີຈ້ຽນບລູເບີຣີ ແລະ ສ້າງຍີ່ຫໍ້ເຄີຈ້ຽນບລູເບີຣີ. ພ້ອມທັງຈະສືບຕໍ່ຕອບສະໜອງ ແລະ ສະໜັບສະໜູນຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ຮັບໃຊ້ກົນໄກຮ່ວມມືແມ່ນ້ຳລ້າງຊ້າງ-ແມ່ນ້ຳຂອງ, ພ້ອມທັງເສີມຂະຫຍາຍທ່າແຮງຂອງທັງສອງຝ່າຍລາວ-ຢູນນານ ທີ່ມີຊາຍແດນຕິດຈອດກັນ, ປະຊາຊົນສອງຊາດສະໜິດສະໜົມກັນ, ມີວັດທະນະທຳທີ່ຄ້າຍຄືກັນ, ການທຸລະກິດມີການເຊື່ອມໂຍງເຊິ່ງກັນ ແລະ ກັນ. ພ້ອມທັງໄດ້ສະເໜີວາງແຜນ ແລະ ສ້າງໂຄງການແລກປ່ຽນກັນດ້ານເສດຖະກິດການຄ້າວັດທະນາທຳຈຳນວນໜຶ່ງ, ເພື່ອຊຸກຍູ້ການກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງ ແລະ ປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງອີກດ້ວຍ.

ທ່ານ ວິນລຽມ ສຸວັນນາມ ຮອງຜູ້ອຳນວຍການໂທລະພາບແຫ່ງຊາດລາວ ກ່າວວ່າ: ການເປີດໂຄງການສັບປະດາຮູບເງົາປີທ່ອງທ່ຽວລາວ-ຈີນ, ຈະປະກອບສ່່ວນເຂົ້າໃນການຍົກສູງພາບພົດ ແລະ ອິດທິພົນການທ່ອງທ່ຽວຂອງລາວໃຫ້ສູງເດັ່ນຂຶ້ນ ແລະ ເຊື່ອໝັ້ນວ່າ ພາຍໃຕ້ຄວາມພະຍາຍາມຂອງທັງສອງປະເທດ ຈະສະມາດເຜີຍແຜ່ ແລະ ໂຄສະນາການທ່ອງທ່ຽວຂອງສອງປະເທດໃຫ້ຊາວໂລກໄດ້ຮັບຮູ້ຢ່າງກວ້າງຂວາງ.