ພາລະກິດກວດສອບກວດກາ ຢ່າເຮັດຄືຂີ່ມ້າຊົມສວນ

ໂດຍ: ທິດກ່ຳ
ໂອກາດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດໄດ້ລາຍງານຕໍ່ທີ່ປະຊຸມ ສະພາວ່າ: ອົງການກວດສອບແຫ່ງລັດໄດ້ກວດ ເຫັນລາຍຮັບບໍ່ມອບເຂົ້າງົບປະ ມານຈຳນວນ 433 ຕື້ກວ່າກີບ.
ເງິນຈຳນວນ ນີ້ແມ່ນໄດ້ເລີ່ມກວດສອບມາແຕ່ເດືອນມັງກອນຫາເດືອນ ຕຸລາ 2019 ໂດຍສືບຕໍ່ປະຕິບັດຕາມແຜນ 99 ເປົ້າໝາຍຕົ້ນຕໍທີ່ສະພາແຫ່ງຊາດໄດ້ຮັບຮອງ, ຜົນການກວດສອບນີ້ເປັນບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບ ປະມານປະຈຳປີ 2018 ແລະ ໃນຈຳນວນຕົວເລກທີ່ກ່າວມານີ້, ເປັນຂອງສູນກາງ 288,28 ຕື້ກີບ, ຂັ້ນທ້ອງຖິ່ນ 144,80 ຕື້ກີບ ເຊິ່ງມີການພົວພັນໂດຍກົງກັບຂະແໜງ ສວຍສາອາກອນ 263,93 ຕື້ກີບ.ໃນນີ້ອາກອນຂັ້ນສູນກາງ 210,23 ຕື້ກີບ, ທ້ອງຖິ່ນ 53,73 ຕື້ກີບ ແລະ ຍັງມີ ລາຍຮັບຈາກການຄຸ້ມຄອງຊັບສິນຂັ້ນທ້ອງຖິ່ນ 9,28 ຕື້ກີບ ແລະ ລາຍຮັບອື່ນໆອີກ 80,90 ຕື້ກີບ.
ຈາກຕົວເລກທີ່ໄດ້ຍົກມາໃຫ້ເຫັນນຳກັນຂ້າງເທິງນີ້ເປັນພຽງໄລຍະ ການກວດສອບ 10 ເດືອນຄືນັບແຕ່ເດືອນມັງກອນຫາເດືອນຕຸລານີ້, ເທົ່ານັ້ນ, ແຕ່ ຖ້າຄິດໄລ່ບວກລົບຄູນຫານໃສ່ໄລຍະສອງສາມປີ ຫລື ຫ້າປີສິບປີຄືນຫລັງຕົວເລກການ ເສຍຫາຍອາດມະຫາສານຫລາຍຮ້ອຍຫລາຍພັນຕື້ຈະບໍ່ໃຫ້ປະເທດຊາດບ້ານເມືອງເຮົາ ປະສົບນບັນຫາເລື່ອງເງິນຄຳ, ເລື່ອງລາຍຮັບໄດ້ຈັ່ງໃດ.
ຊ່ວງໄລຍະສິບກວ່າປີຄືນຫລັງຄືນັບແຕ່ປີ 2.000 ຫາ ປີ 2015 ຍິ່ງມີບັນຫາໜັກ ໜ່ວງຈົນເຖິງຂັ້ນບໍ່ມີເງິນຈະມາເບີກຈ່າຍເງິນເດືອນໃຫ້ລັດຖະກອນມີບາງຂະແໜງການ ສອງສາມເດືອນຈຶ່ງໄດ້ເບີກຈ່າຍໃຫ້ກັນຢ້ອນຫລັງພຽງເດືອນດຽວເທົ່ານັ້ນ.
ເມື່ອສະພາບເປັນດັ່ງທີ່ວ່ານີ້, ເຮົາມາພ້ອມກັນສຳຫລວດ ເບິ່ງຕົວຈິງຕໍ່ຂະແໜງ ການທີ່ກ່ຽວຂ້ອງສ່ວນຫລາຍກໍແມ່ນພວກທີ່ຢູ່ໃກ້ກັບເງິນໄດ້ກິນຫລາຍກວ່າໝູ່, ມີເງິນມີ ຄຳຫລາຍກວ່າໝູ່, ຮັ່ງມີກວ່າໝູ່ໂດຍສະເພາະແມ່ນ ພາສີກັບຂະແໜງອາ ກອນຖືວ່າ ຮັ່ງມີຜິດປົກກະຕິຫລາຍ.
ສະເພາະຕົວເລກທີ່ກວດສອບເຫັນນີ້ຍັງບໍ່ທັນຮູ້ລະອຽດວ່າຈະເກັບກູ້ຄືນໄດ້ໝົດ ຫລື ບໍ່ເພາະມັນບໍ່ຕ່າງຫຍັງກັບຖອກນ້ຳໃສ່ຫົວເປັດໄຫລໄປຢູ່ນຳທຸກຈອກທຸກແຈ, ໄປຢູ່ນຳບຸກຄົນ, ລວມໝູ່, ໄປຢູ່ນຳລົດ, ໄປຢູ່ນຳເຮືອນ, ໄປຢູ່ນຳດິນດອນຕອນຫຍ້າທັງເມຍ ມູນ, ເມຍມັງສັບມະປີບ່ອນ.
ອີກປະການໜຶ່ງຕໍ່ບັນຫາການກວດສອບບ່ອນໃດອ່ອນພັດຍິ່ງແທງ ບ່ອນໃດແຂງພັດຫລີກສຸດທ້າຍມາກໍໄດ້, ແຕ່ບ່ອນເຮັດໄດ້ບ່ອນໃດບໍ່ສາມາດກວດສອບໄດ້ກໍ ປ່ອຍວາງນີ້ລະຄືບັນຫາຄວາມຫຍຸ້ງຍາກຂອງຜູ້ເຮັດໜ້າທີ່ກວດສອບ.
ແນວໃດກໍດີ, ຕາມທິດກ່ຳໃນເງື່ອນໄຂ ແລະ ສະພາບປັດຈຸບັນລັດຖະບານຊຸດທີ VIII ໄດ້ເປີດກວ້າງ ແລະ ມອບໝາຍພາລະກິດຕ້ານການສໍ້ລາດບັງຫລວງຢ່າງເຕັມທີ່. ຖ້າເຮົາສົມທຽບໃສ່ສິບຊາວປີຄືນຫລັງແມ່ນເວົ້າໃຫ້ກັນບໍ່ໄດ້ ຫລື ເວົ້າໄດ້ກໍເປັນພຽງ ການຕຳນິວິຈານສົ່ງຂ່າວປະຕິບັດວິໄນກັນພາຍໃນອົງກອນໂດຍປະຊາຊົນເຂົາບໍ່ຮູ້ວ່າ ໃຜໄດ້ກິນໜ້ອຍກິນຫລາຍ. ສໍ້ໂກງໜ້ອຍ, ສໍ້ໂກງຫລາຍ.
ເພາະສະນັ້ນ, ໃນພາລະກິດການກວດສອບຂອງອົງການກວດສອບກວດກາລັດຕ້ອງເຮັດຢ່າງເດັດຂາດ, ມີປະສິດທິຜົນ ແລະ ເປັນທຳມະນຸດສະທຳຢ່າເຮັດຄືຂີ່ມ້າມະນີກາບຊົມສວນອຸດທິຍານ.
ອັນສຳຄັນທີ່ສຸດຕ້ອງໃຊ້ພາລະບົດບາດໜ້າທີ່ຂອງຕົນໃຫ້ໃສແຈ້ງ, ກວດເຫັນຢູ່ໃສ ບ່ອນໃດຕ້ອງນຳເອົາຄືນມາເຂົ້າຖົງລວມຂອງຊາດບ້ານເມືອງເພາະເງິນທຸກກີບທຸກອັກ, ດິນດອນຕອນຫຍ້າລ້ວນແລ້ວແຕ່ເປັນຊັບສິນຂອງຊາດຂອງປະຊາຊົນປະປ່ອຍໃຫ້ພວກ ສວຍໂອກາດມາກົດໜ່ວງທຳລາຍປະເທດຊາດບ້ານເມືອງແມ່ນເດັດຂາດບໍ່ໄດ້.
ອັນສຳຄັນທີ່ສຸດຖ້າເຫັນເປົ້າໝາຍຢູ່ບ່ອນໃດຕ້ອງໃຊ້ມາດຕະການຢ່າງເດັດຂາດ ເພາະຄົນພວກນີ້ລະທຳລາຍກຽດສັກສີຂອງພັກ, ຂອງລັດ, ຂອງຊາດທັງກົດໜ່ວງຄວາມ ຈະເລີນກ້າວໜ້າຂອງບ້ານເມືອງ./.
