ລາວຮັບເອົາຄົນຫວຽດນາມເປັນພົນລະເມືອງເກືອບ 2 ພັນຄົນ

ຕາມການລາຍງານຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນໂທ ວິໄລ ຫລ້າຄໍາຟອງ ຕໍ່ກອງປະຊຸມສະພາແຫ່ງຊາດທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ລັດຖະບານລາວໄດ້ອະນຸຸມັດຮັບເອົາຄົນຫວຽດນາມຈໍານວນ 1.964 ຄົນໃນຈໍານວນ 6.417 ຄົນ ເປັນພົນລະເມືອງລາວແລ້ວ.
ຂະນະທີ່ສ່ວນຍັງເຫລືອແມ່ນສືບຕໍ່ສະເໜີລັດຖະບານຄົ້ນຄວ້າພິຈາລະນາອະນຸມັດໃນຂັ້ນຕໍ່ໄປ, ໂດຍກຸ່ມຄົນຫວຽດນາມເຫລົ່ານັ້ນໄດ້ເຄື່ອນຍ້າຍເຂົ້າມາລາວແບບເສລີຢູ່ລຽບຕາມຊາຍແດນເຂດເມືອງຄໍາເກີດ, ບໍລິຄັນ ແລະ ເມືອງວຽງທອງ ແຂວງບໍລິຄໍາໄຊ ດັ່ງນັ້ນຄະນະສະເພາະກິດປະສົມສອງຝ່າຍລາວ-ຫວຽດນາມໄດ້ຮ່ວມກັນແກ້ໄຂ, ໂດຍໃຫ້ລັດຖະບານລາວຮັບເອົາເຂົາເຈົ້າເປັນພົນລະເມືອງລາວດັ່ງກ່າວ.
ທ່ານລັດຖະມົນຕີໃຫ້ຮູ້ວ່າ: ຜ່ານການກວດກາເອກະສານ ຂໍອະນຸມັດແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດຂອງຄະນະສະເພາະກິດຈໍານວນ 1.696 ຄູ່ ພົບວ່າຂໍແຕ່ງດອງຢູ່ດິນແດນລາວມີ 493 ຄູ່, ຢູ່ນອກປະເທດ 1.203 ຄູ່.
ໃນນີ້ຍັງມີການລັກລອບແຕ່ງດອງບໍ່ຖືກຕ້ອງຕາມລະບຽບກົດໝາຍຫລາຍກວ່າ 1.750 ຄູ່. ປັດຈຸບັນ, ລັດຖະບານໄດ້ເນັ້ນໃຫ້ເຈົ້າໜ້າທີ່ ແລະ ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ເອົາໃຈໃສ່ຕິດຕາມກວດກາການເຄື່ອນຍ້າຍຂອງພົນລະເມືອງລາວ ແລະ ຕ່າງປະເທດຈໍານວນໜຶ່ງທີ່ເຂົ້າ-ອອກ ສປປ ລາວ ຢ່າງເຂັ້ມງວດ, ໂດຍສະເພາະການເຂົ້າ-ອອກແບບບໍ່ຜ່ານດ່ານຊາຍແດນ ເພື່ອບໍ່ໃຫ້ເປັນຊ່ອງວ່າງຂອງຄົນບໍ່ດີເຂົ້າມາເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ອາຊະຍາກໍາຕ່າງໆຢູ່ປະເທດເຮົາ.

