ລະວັງ! ການວິ້ງເຕັ້ນເຂົ້າລັດຖະກອນ

ສະບາຍດີເພື່ອນຜູ້ອ່ານທີ່ຮັກແພງ, ປັດຈຸບັນ ການເຂົ້າເຮັດວຽກເປັນລັດຖະກອນ ແມ່ນເປົ້າໝາຍ ໜຶ່ງສຳລັບກຸ່ມນັກສຶກສາທີ່ຮຽນຈົບມາ, ເພື່ອຫວັງຄວາມຈະເລີນກ້າວໜ້າ, ຈົນກະທັ້ງບາງຄົນຮຽນຍັງບໍຈົບ ກໍວິ່ງເຕັ້ນແລ່ນຊື້ຈ້າງ ເຂົ້າລັດຖະກອນປອມແປງໃບປະກາດສະນີຍະບັດ, ກໍມີຫລາຍ, ອັນເຮັດໃຫ້ເກີດພາບພົດທີ່ບໍ່ດີໃນການຮັບລັດຖະກອນຢູ່ລາວ, ແຕ່ໃນປັດຈຸບັນ ນີ້, ການຮັບເອົາລັດຖະກອນໃໝ່ແມ່ນມີຄວາມເຂັ້ມງວດຫລາຍຂຶ້ນເຫັນໄດ້ຈາກປີ 2018, ລັດຖະບານໄດ້ອະນຸມັດໂກຕາລັດຖະກອນໃໝ່ພຽງ 1.500 ຄົນ, ຕົວເລກດັ່ງກ່າວຫຼຸດລົງຈາກ ປີ 2017 ເຄິ່ງໜຶ່ງ, ເນື່ອງຈາກລັດຖະບານເຫັນວ່າອັດຕາສ່ວນຂອງລັດຖະກອນກວມເອົາຈຳນວນຫລາຍ ທຽບໃສ່ປະຊາກອນ. ແນວໃດກໍດີ ໃນປີ 2020ລັດຖະບານມີແຜນ ຈະຮັບລັດຖະກອນເປັນ 2.000 ຄົນ, ເພີ່ມຈາກຈຳນວນ 1.500 ໃນປີນີ້.
ຊຶ່ງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງີນ ໄດ້ລາຍງານແຜນການດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງກຳລັງດຳເນີນໃນປະຈຸບັນ.
ທ່ານ ຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໃນປີນີ້, ຈຳນວນພະນັກງານ ອອກຮັບອູດໜູນບໍານານມີປະມານ 4.000 ຄົນ, ໂດຍອິງຕາມການລາຍງານຂອງ ກະຊວງພາຍໃນ. ດັ່ງນັ້ນ, ຕ້ອງໄດ້ຂື້ນແຜນທົນແທນໄວ້ ເພື່ອບໍ່ໃຫ້ມີການຂາດແຄນ. ຈາກການລາຍງານດັ່ງກ່າວ ເປັນສຽງຮືຮາຂຶ້ນມາ ຢູ່ ສື່ສັງຄົມອອນລາຍ, ເພາະຈະເປັນເປົ້າໝາຍໃຫ້ກຸ່ມຄົນໃດໜຶ່ງຈະ ໄດ້ພາກັນຂຸ້ນຂ້ຽວແລ່ນວິ່ງເຕັ້ນ, ເພື່ອຈະໄດ້ເຂົ້າມາເປັນລັດຖະກອນ ສະນັ້ນຫາກເຮົາບໍ່ມີການກວດກາຢ່າງເຂັ້ມງວດກໍຈະເປັນການຄັດເລືອກໄດ້ຄົນທີ່ບໍ່ມີຄຸນນະພາບ ເຂົ້າມາເປັນພະນັກງານ ຊຶ່ງອາດຈະສົ່ງຜົນຕໍ່ການພັດທະນາປະເທດຊາດໃນຕໍ່ໜ້າ.
ແຫລ່ງຂ່າວແຂວງເຊກອງລາຍງານວ່າ: ເມື່ອບໍ່ດົນມານີ້, ໄດ້ກວດພົບເຫັນທົ່ວແຂວງຂອງຕົນມີຜູ້ປອມແປງໃບປະກາດສະນິຍະບັດ ມໍຕົ້ນ, ມໍປາຍ ແລະ ວິຊາຊີບຫລາຍເຖິງ 747 ກໍລະນີ, ໃນນັ້ນມີ 19 ກໍລະນີແມ່ນ ເອົາໃບປະກາດຈົບສາຍສາມັນຂອງຜູ້ອື່ນໄປຮຽນຕໍ່ວິຊາຊີບສະເພາະ, ມີ 288 ກໍລະນີບໍ່ຮຽນຈົບສາມັນແຕ່ຜູ້ກ່ຽວຢັ້ງຢືນວ່າຈົບ ແລະ ເຮັດເສຍ ແລະ ມີ 171 ກໍລະນີແມ່ນວັນເດືອນປີເກີດບໍ່ກົງກັນ ສ່ວນ 19 ກໍລະນີແມ່ນໃບປະກາດສະນີຍະບັດເປື້ອນ, ຈີກຂາດ ແລະ ນຳມາດັດແປງດ້ວຍຕົນເອງ, 16 ກໍລະນີແມ່ນຮຽນຈົບໃນລັກສະນະ(ຮຽນຂ້າມຫ້ອງ) ແລະ 160 ກໍລະນີ ບໍ່ມີໃບປະກາດສະນິຍະບັດ ມໍຕົ້ນ, ມໍປາຍ, 66 ກໍລະນີ ແມ່ນນຳໃຊ້ໃບປະກາດຊົ່ວຄາວ ແລະ ເອົາໃບປະກາດຜູ້ອື່ນເຂົ້າເຮັດການ, 4 ກໍລະນີ ບໍ່ມີໃບປະກາດຈົບມໍຕົ້ນ, ມໍປາຍ ແຕ່ມີໃບປະກາດຈົບວິຊາຊີບ, ກໍລະນີໜຶ່ງແມ່ນບໍ່ມີໃບປະກາດຫຍັງເລີຍ, ແຕ່ໄດ້ເຂົ້າເຮັດວຽກ, ກໍລະນີບໍ່ມີໃບປະກາດສາມັນແຕ່ຈ້າງຄົນເຮັດໃຫ້ຈົບວິຊາສະເພາະກ່ອນ ຈົບມໍປາຍ, ຕົວເລກນີ້ ຍັງບໍ່ທັນລວມບັນດາແຂວງຕ່າງໆ ທີ່ເຈົ້າໜ້າທີ່ກ່ຽວຂ້ອງກຳລັງເລັ່ງກວດກາຢ່າງເຂັ້ມງວດ.
ຕາມການລາຍງານຂ່າວຂອງໜັງສືພິມວຽງຈັນທາມເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຂັ້ນສູງກະຊວງພາຍໃນກຳລັງເລັ່ງກວດກາພະນັກງານລັດຖະກອນ ໂດຍສະເພາະແມ່ນ ຕົວເລກລັດຖະກອນຜີ, ທັງນີ້ ກໍເລັ່ງແຈກຢາຍບັດລັດຖະກອນໃຫ້ສຳເລັດໃນປີ 2020, ທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າພະແນກຄຸ້ມຄອງລັດຖະກອນ ໃຫ້ຮູ້ວ່າ: ການອອກບັດລັດຖະກອນນີ້ແມ່ນພາກສ່ວນໜຶ່ງຂອງຂັ້ນຕອນຕ່າງໆເພື່ອຄົ້ນຫາຈຳນວນພະນັກງານລັດຖະກອນທີ່ແທ້ຈິງໃນລາວ. ໂດຍລັດຖະບານຈະເລີ່ມການຈ່າຍເງີນເດືອນໃຫ້ພະນັກງານລັດຖະກອນຜ່ານທະນາຄານ, ເພື່ອເຮັດໃຫ້ຂັ້ນຕອນງ່າຍດາຍຂຶ້ນ.
