ນາຍົກຍອມຮັບວ່າປີນີ້ປະເທດເຮົາພົບບັນຫາຫຍຸ້ງຍາກທີ່ກະທົບຕໍ່ການພັດທະນາ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ໃນປີ 2019 ນີ້, ສະພາບແວດລ້ອມສາກົນສືບຕໍ່ຜັນແປສັບສົນ, ສົງຄາມການຄ້າລະຫວ່າງປະເທດມະຫາອໍານາດ ສົມທົບກັບຄວາມເຄັ່ງຕຶງຢູ່ຂົງເຂດຕ່າງໆຂອງໂລກໄດ້ສົ່ງຜົນກະທົບຕໍ່ການພັດທະນາຂອງຫລາຍປະເທດ, ໃນນີ້ ໄອເອັມເອັຟ ໄດ້ປັບຫລຸດອັດຕາການເຕີບໂຕຂອງເສດຖະກິດໂລກໃນປີນີ້ຈາກ 3,2 ລົງເຫລືອ 3% ແລະ ຈາກ 3,5 ລົງມາຢູ່ 3,4% ໃນປີ 2020 ຖືວ່າເປັນອັດຕາຕໍ່າສຸດໃນຮອບ 10 ປີ ແລະ ທັງໝົດນີ້ມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ປະເທດເຮົາເຊັ່ນກັນ, ຂະ
ນະດຽວກັນຢູ່ພາຍໃນປະເທດເຮົາກໍຍັງບໍ່ທັນຫລຸດພົ້ນອອກຈາກຄວາມຫຍຸ້ງຍາກການຂາດດຸນງົບປະມານມີລັກສະນະຊໍາເຮື້ອບວກກັບມີໄພພິບັດທາງທໍາມະຊາດເກີດຂຶ້ນຢ່າງລຽນຕິດ, ອັນໄດ້ກາຍເປັນອຸປະສັກໃຫ້ແກ່ການພັດທະນາ, ທັງເປັນການຈໍາກັດແຫລ່ງງົບປະມານ ເພື່ອອັດສີດເຂົ້າໃສ່ການກະຕຸ້ນເສດຖະກິດ ແລະ ປະຕິບັດໂຄງການຕ່າງໆເພື່ອການເຕີບໂຕຂອງເສດຖະກິດໃນປີນີ້.
ທ່ານນາຍົກ ກ່າວວ່າ: ສໍາລັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃນ 9 ເດືອນຜ່ານມານີ້, ໂດຍລວມເຫັນວ່າຮັກສາໄດ້ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສາມາດສ້າງສະພາບແວດລ້ອມທີ່ອໍານວຍໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນດີຂຶ້ນ, ເນື່ອງຈາກລັດຖະບານໄດ້ເອົາໃຈໃສ່ຄຸ້ມຄອງການບໍລິຫານລັດໃຫ້ຮັດກຸມ, ປະຕິບັດກົດໝາຍເຄັ່ງຄັດ, ຈໍາກັດການຄ້າຂາຍເຖື່ອນ, ປາບປາມຢາເສບຕິດ, ສະກັດກັ້ນ ແລະ ແກ້ໄຂສິ່ງທີ່ຜິດເຂວ, ສະໜັບສະໜູນໂນ້ມນ້າວໄປສູ່ສິ່ງທີ່ຖືກຕ້ອງ ແລະ ສົ່ງເສີມສິ່ງທີ່ເປັນທໍາ ແລະ ກ້າຕໍ່ສູ້ກັບສິ່ງທີ່ເປັນໄພຕໍ່ປະເທດຊາດ. ດ້ານການເຕີບໂຕທາງເສດຖະກິດໝົດປີຄາດວ່າຈະບັນລຸພຽງແຕ່ 6,4% ຫລຸດຄາດໝາຍທີ່ສະພາແຫ່ງຊາດຮອງຮັບ ແລະ ເປັນການເຕີບໂຕທີ່ຂ້ອນຂ້າງມີຄຸນນະພາບຕໍ່າ. ແນວໃດກໍຕາມ, ລັດຖະບານໄດ້ສືບຕໍ່ແກ້ໄຂບັນຫາໜີ້ສີນໂຄງການລົງທຶນຂອງລັດ, ມາຮອດປັດຈຸບັນຊໍາລະໄດ້ກວ່າ 2.214 ຕື້ກວ່າກີບ, ສືບຕໍ່ແກ້ໄຂບັນຫາການຜະລິດໄຟຟ້າທີ່ບໍ່ມີຕະຫລາດຮອງຮັບ, ຄົ້ນຄວ້ານະໂຍບາຍຫລຸດຜ່ອນລາຄາໄຟຟ້າເພື່ອສົ່ງເສີມການຜະລິດພາຍໃນ ແລະ ຊ່ວຍປະຊາຊົນທີ່ມີລາຍຮັບຕໍ່າ, ຊຶ່ງລັດຖະບານຈະໄດ້ປະກາດໃຊ້ໃນໄວໆນີ້. ເລັ່ງກວດກາຄືນໂຄງການເຊົ່າ ແລະ ສໍາປະທານທີ່ດິນທີ່ບໍ່ມີການເຄື່ອນໄຫວນໍາໃຊ້ທີ່ຖືກຕ້ອງຈໍານວນ 438 ໂຄງການ, ພົບເຫັນ 74 ໂຄງການບໍ່ມີຕົວຕົນ, 110 ໂຄງການຖືກຍົກເລີກ, 170 ໂຄງການບໍ່ເຄື່ອນໄຫວ, 66 ໂຄງການສະເໜີສືບຕໍ່ ແລະ ມີຫລາຍໂຄງ
ການບໍ່ແມ່ນເຊົ່າ ຫລື ສໍາປະທານ, ມີຂໍ້ຂັດແຍ່ງຕ່າງໆ, ໂອນເອົາດິນລັດມາເປັນຂອງບຸກຄົນ ແລະ ບັນຫາອື່ນໆ ແລະ ນັບແຕ່ມີຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສາມາດພົບເຫັນການບຸກລຸກປ່າໄມ້ໃນຂອບເຂດທົ່ວປະເທດລວມມີເນື້ອທີ່ກວ່າ 6.420 ເຮັກຕາ ແລະ ຢຶດໄມ້ປະເພດຕ່າງໆໄດ້ 98.000 ກວ່າແມັດກ້ອນ.

