ພາກລັດ ແລະ ຊາວກະສິກອນຫາລືການສ້າງຕັ້ງກຸ່ມການຜະລິດເປັນສີນຄ້າໃຫ້ເຂັ້ມແຂງ

ໃນວັນທີ 4 ພະຈິກນີ້, ຢູ່ສູນຄົ້ນຄວ້າພຶດຜັກ ແລະ ໝາກໄມ້ໃຫ້ໝາກຫາດດອກແກ້ວ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມພົບປະລະຫວ່າງການນໍາກະຊວງກະສິກໍາ-ປ່າໄມ້ ແລະ ກຸ່ມຊາວກະສິກອນໃນນະຄອນຫລວງວຽງຈັນ, ເພື່ອປຶກສາຫາລືແນວທາງການສ້າງຕັ້ງສະຫະກອນ ຫລື ກຸ່ມການຜະລິດກະສິກໍາໃນນະຄອນຫລວງວຽງຈັນ ໃຫ້ເຂັ້ມແຂງຂຶ້ນ, ພາຍຫລັງເຫັນວ່າການຜະລິດແບບກະແຈກກະຈາຍໃນໄລຍະຜ່ານມາບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ ແລະ ເປັນຊ່ອງວ່າງເຮັດໃຫ້ມີສະພາບລັກລອບນໍາເຂົ້າພືດຜັກຈາກຕ່າງປະເທດເປັນຈໍານວນຫລາຍ.
ທ່ານ ພວງປາລິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ໄດ້ມີຄໍາເຫັນວ່າ: ໂດຍລວມ, ສະພາບການຜະລິດກະສິກໍາຂອງຫລາຍທ້ອງຖິ່ນຢູ່ປະເທດເຮົາໄດ້ມີໜໍ່ແໜງຈັດຕັ້ງເປັນກຸ່ມ ຫລື ແບບສະຫະກອນຂະໜາດນ້ອຍຫລາຍຂຶ້ນ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້ໂດຍພື້ນຖານ. ແຕ່ແນວໃດກໍຕາມ, ເມື່ອທຽບກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນເຫັນວ່າການຜະລິດຢູ່ປະເທດເຮົາຍັງບໍ່ເປັນລະບົບ, ຊາວກະສິກອນສ່ວນໃຫຍ່ເຮັດກະແຈກກະຈາຍ, ຂາດການນໍາໃຊ້ເຕັກນິກ, ສະມັດຕະພາບຜົນຜະລິດບໍ່ສູງ ແລະ ການເຂົ້າເຖິງແຫລ່ງທຶນມີຂໍ້ຈໍາກັດ, ອັນນີ້ຄືບັນຫາທ້າທາຍທີ່ພາໃຫ້ການຜະລິດກະສິກໍາເປັນສີນຄ້າຢູ່ປະເທດເຮົາບໍ່ຕອບສະໜອງກັບຄວາມຕ້ອງການຂອງຕະຫລາດໄດ້ ແລະ ພາໃຫ້ເກີດມີການນໍາເຂົ້າສະບຽງອາຫານ, ໂດຍສະເພາະແມ່ນພືດຜັກຈາກປະເທດໃກ້ຄຽງເປັນຈໍານວນຫລາຍ. ສະນັ້ນໃນຕໍ່ໜ້ານີ້, ເພື່ອປະຕິບັດແນວທາງນະໂຍບາຍຂອງລັດໃນການຫັນການຜະລິດເປັນສີນຄ້າ, ກະສິກໍາສະອາດ, ທັງສະກັດກັ້ນການນໍາເຂົ້າພືດຜັກ, ໝາກໄມ້ຕ່າງໆ ຈາກຕ່າງປະເທດທີ່ບໍ່ສາມາດຮັບປະກັນໄດ້ຄວາມສະອາດ ແລະ ປອດໄພ, ພາກລັດ ແລະ ຊາວກະສິກອນ ຕ້ອງໄດ້ສົ່ງເສີມການຜະລິດເປັນກຸ່ມ ເພື່ອສ້າງເງື່ອນໄຂໃຫ້ສາມາດເຂົ້າເຖິງແຫລ່ງທຶນ, ເຕັກນິກ, ຍົກສູງສະມັດຕະພາບ, ສະອາດ ແລະ ຫລຸດຕົ້ນທຶນການຜະລິດ, ທັງໝົດນີ້ຄືທ່າແຮງສໍາຄັນທີ່ຈະຊ່ວຍຍົກສູງການຜະລິດເປັນສີນຄ້າຢູ່ປະເທດເຮົາເຂັ້ມແຂງຂຶ້ນ.
ຕາງໜ້າຊາວກະສິກອນ ມີຄໍາເຫັນວ່າ: ປັດຈຸບັນ, ບັນຫາຫຍຸ້ງຍາກຂອງຊາວກະສິກອນແມ່ນຍັງບໍ່ມີຕະຫລາດຈໍາໜ່າຍຜົນຜະລິດທີ່ຖາວອນ, ການຖືກເອົາປຽບດ້ານລາຄາຈາກພໍ່ຄ້າຄົນກາງ, ຜົນກະທົບຈາກການນໍາເຂົ້າຜັກຈາກຕ່າງປະເທດແບບຊະຊາຍ. ຈິ່ງສະເໜີໃຫ້ພາກລັດສົ່ງເສີມ ແລະ ແກ້ໄຂໃນຈຸດນີ້ຕື່ມ.

ຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ກ່າວວ່າ: ຜ່ານການປະເມີນຂອງຂະແໜງການກ່ຽວຂ້ອງເຫັນວ່າ: ມີຫລາຍບັນຫາທີ່ພາໃຫ້ການຜະລິດສະໜອງສັງຄົມຍັງບໍ່ພຽງພໍນັ້ນ ຍ້ອນຂໍ້ຈໍາກັດບາງດ້ານຄື: ຂາດການສຶກສາຂໍ້ມູນດ້ານຄວາມຕ້ອງການພືດຜັກຂອງຕະຫລາດໃນແຕ່ລະໄລຍະ, ພື້ນຖານການຜະລິດກະສິກໍາບາງພື້ນທີ່ບໍ່ສາມາດປູກພືດຫລາຍຊະນິດໄດ້, ທະນາຄານສ່ວນໃຫຍ່ບໍ່ຢາກປ່ອຍກູ້ໃຫ້ຊາວກະສິກອນລາຍບຸກຄົນ. ສະນັ້ນ, ການສ້າງກຸ່ມຜະລິດໃຫ້ຫລາຍຈະສ້າງຈຸດແຂງທີ່ຈະຊ່ວຍໃຫ້ການຜະລິດກະສິກໍາໃນປະເທດເຮົາກ້າວໄປສູ່ການຜະລິດເປັນສີນຄ້າທີ່ມີຄຸນະພາບ, ທັງສາມາດຕີຖອຍການນໍາເຂົ້າພືດຜັກຈາກປະເທດໃກ້ຄຽງໄດ້ດີອີກດ້ວຍ.

