ຊາກ້າ ຖະແຫລງຂໍໂທດແຟນບານ ອາເຊນອລ

ກຣານິດ ຊາກ້າ ກັບຕັນ ທີມ ອາເຊນອລ ອອກມາຖະ ແຫລງຂໍໂທດເຖິງເຫດການທີ່ ສະແດງພຶດຕິກຳບໍ່ເໝາະສົມຕໍ່ແຟນບານ ພ້ອມຍອມຮັບວ່າ ຖືກແຟນບານຕາມດ່າມາເປັນ ເດືອນ ເຮັດໃຫ້ຄວບຄຸມອາ ລົມບໍ່ຢູ່.
ນັກເຕະໄວ 27 ປີ ຖືກ ປ່ຽນຕົວອອກໃນເກມທີ່ ອາ ເຊນອລ ເປີດບ້ານສະເໝີກັບ ຄຣິສຕັລ ພາເລດ 2-2 ໃນອາ ທິດຜ່ານມາ ໂດຍລາວເລືອກ ທີ່ຈະຍ່າງອອກຈາກສະໜາມ ແບບຊ້າໆ ຈົນຖືກແຟນບານ ຂອງຕົນເອງສົ່ງສຽງຮ້ອງໃສ່ ກ່ອນທີ່ລາວຈະສະແດງພຶດຕິ ກຳບໍ່ເໝາະສົມອອກມາ.
ເຖິງຢ່າງໃດກໍຕາມ ລາວ ໄດ້ອອກມາຖະແຫລງເຖິງ ເຫດການດັ່ງກ່າວວ່າ: ຫລັງ ຈາກໃຊ້ເວລາເພື່ອທົບທວນ ສິ່ງທີ່ເກີດຂຶ້ນ ລາວຢາກອະທິ ບາຍໃຫ້ພວກເຈົ້າຫລາຍກວ່າ ການຕອບກັບໄປແບບທັນທີ ເຫດການທີ່ເກີດຂຶ້ນຕອນທີ່ຖືກ ປ່ຽນຕົວອອກມັນສົ່ງຜົນຕໍ່ ລາວຢ່າງເລິກເຊິ່ງ, ຂ້ອຍຮັກ ສະໂມສອນແຫ່ງນີ້ ແລະ ທຸ້ມ ເທ 100% ສະເໝີ ບໍ່ວ່າຈະ ທັງໃນ ຫລື ນອກສະໜາມ.
ຄວາມຮູ້ສຶກທີ່ແຟນບານ ບໍ່ເຂົ້າໃຈໃນຕົວຂ້ອຍ ແລະ ຖືກຄອມເມັ້ນດ່າໃນເກມ, ໂຊ ຊຽວມີເດຍຢ່າງໜັກ ດ້ວຍຄຳ ເວົ້າທີ່ດ່າຄອບຄົວ ຫລື ຂູ່ຂ້າ ແລະ ສາບແຊ່ງ ເຮັດໃຫ້ລາວ ຕອບສະໜອງດ້ວຍວິທີການທີ່ບໍ່ເຄົາລົບຕໍ່ກຸ່ມແຟນບານທີ່ ສະໜັບສະໜູນສະໂມສອນ ແລະ ການສະແດງອອກນັ້ນ ມັນບໍ່ແມ່ນຄວາມຕັ້ງໃຈຂອງ ຂ້ອຍ, ຂ້ອຍຂໍໂທດຖ້າຫາກຜູ້ ຄົນຄິດແບບນັ້ນ.
ສ່ວນ ອູໄນ ເອເມີຣີ ຜູ້ຈັດ ການທີມອາເຊນອລ ໄດ້ອອກ ມາເປີດເຜີຍວ່າ: ໃນສ່ວນ ຂອງ ຊາກ້າ ທີ່ມີບັນຫາໃນ ເລື່ອງສະພາບຈິດໃຈ ຍັງບໍ່ແນ່ ນອນວ່າລາວຈະກັບມາລົງ ສະໜາມໄດ້ເວລາໃດ ເພາະ ຍັງຕ້ອງການໃຫ້ທຸກຢ່າງ ພ້ອມຫລາຍທີ່ສຸດກ່ອນ.

