ສະພາບຄົນຮ້າຍທຸບແວ່ນລົດສ້າງຄວາມໜັກໃຈໃຫ້ສັງຄົມ

ປັດຈຸບັນສະພາບຄົນຮ້າຍເຄື່ອນໄຫວທຸບແວ່ນລົດໄດ້ເກີດຂຶ້ນຫລາຍ ແລະ ສ້າງຄວາມໜັກໃຈໃຫ້ສັງຄົມ, ເນື່ອງຈາກມີຜົນເສຍຕໍ່ພາຫະນະ ແລະ ຊັບສິນຂອງເຈົ້າຂອງລົດ, ຕໍ່ສະພາບດັ່ງກ່າວ, ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໄດ້ອອກມາເຕືອນໃຫ້ສັງຄົມມີສະຕິລະວັງຫລາຍຂຶ້ນໃນການຈອດລົດ ແລະ ບໍ່ຄວນເອົາວັດຖຸຊັບສິນໄວ້ໃນລົດເພື່ອບໍ່ໃຫ້ຄົນບໍ່ດີທຸບແວ່ນລົດເອົາຊັບສິນ
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ປາກົດການທຸບແວ່ນລົດແມ່ນຈະມັກເກີດຂຶ້ນໃນຍາມຄໍ່າໄປຫາທ່ຽງຄືນ, ເນື່ອງຈາກຄົນບໍ່ດີຈະເລາະສັງເກດເບິ່ງລົດຂອງປະຊາຊົນທີ່ຈອດຕາມແຄມທາງ ແລະ ໄລຍະນີ້ ກໍມີການຈັດງານດອງ ແລະ ງານອື່ນໆ ຊຶ່ງສະຖານທີ່ຈອດລົດບາງແຫ່ງກໍບໍ່ພຽງພໍ ສະນັ້ນ ຈຶ່ງໄດ້ຈອດໄວ້ຢູ່ໄກເຮັດໃຫ້ເປັນຊ່ອງຫວ່າງໃຫ້ຄົນບໍ່ດີກໍ່ເຫດໄດ້ງ່າຍ ຊຶ່ງມີເຈົ້າຂອງລົດບາງຄັນກໍເສຍຊັບສິນ ແລະ ນັບແຕ່ຕົ້ນປີມານີ້, ມີກໍລະນີດັ່ງກ່າວເກີດຂຶ້ນກ່ວາ 50 ເລື່ອງ ແລະ ແກ້ໄຂໄດ້ແລ້ວ 15 ເລື່ອງ ຈັບຜູ້ຖືກຫາໄດ້ທັງໝົດ 15 ຄົນ ເປັນຊາຍ, ຖ້າທຽບໃສ່ປີຜ່ານມາມີ 38 ເລື່ອງ ແກ້ໄຂໄດ້ 31 ເລື້ອງ, ຈັບຄົນຮ້າຍ 39 ຄົນ ເປັນຊາຍໝົດ. ປັດຈຸບັນ ເຫດການແບບນີ້ ເຈົ້າໜ້າທີ່ພວມເລັ່ງແກ້ໄຂ ແລະ ຕິດຕາມຜູ້ກໍ່ເຫດມາດຳເນີນຄະດີໃຫ້ໄດ້ໂດຍໄວ

