ຫວຽດນາມ ຖືກເລືອກໃຫ້ເປັນຮອງປະທານສະມາຄົມ ອຸຕຸນິຍົມເຂດ II ຂອງອາຊີ (RA II )

ຮຽບຮຽງໂດຍ: ລູກເມືອງພວນ
ຂາ່ວຈາກ ຫວຽດນາມ ວັນທີ 28 ຕຸລານີ້ ໃຫ້ຮູ້ວ່າ: ສາດສະດາຈານ, ປະລິນຍາເອກ ຮົ່ງທາຍ ຫົວໜ້າກົມໃຫຍ່ ອຸຕຸນິຍົມນໍ້າ ແລະ ອາກາດຖືກຂັດເລືອກໃຫ້ເປັນ ຮອງປະທານ ສາມະຄົມ ອຸຕຸນິຍົມ ເຂດ II ຂອງ ອາຊີ (RA II).
ວັນທີ 28 ຕຸລານີ້, ຫົວໜ້າກົມໃຫຍ່ ອຸຕຸນິຍົມຂຶ້ນ ກັບກະຊວງທຳມະຊາດ ແລະ ສິ່ງແວດລ້ອມແຈ້ງວ່າ: ວັນທີ 25 ຜ່ານມາ, ອົງການຈັດຕັ້ງ ອຸຕຸນິຍົມໂລກ (WMO) ໄດ້ສົ່ງແຈ້ງການທາງ ອີເລັກໂຕຣນິກ ຢ່າງເປັນທາງການເຖິງ ສາດສະດາຈານ, ປະລິນຍາເອກ ເຈິນຮົ່ງທາຍ ຜູ້ປະຈຳການຕາງໜ້າຂອງຫວຽດນາມ ຢູ່ WMO ທີ່ຖືກຄັດເລືອກໃຫ້ເຂົ້າຢູ່ໃນຕຳແໜ່ງ ເປັນຜູ້ຮອງ ປະທານຜູ້ທີ 1 ໃນ 6 ສາມະຄົມທີ່ເປັນສະມາຊິກຂອງ WMO ໂດຍມີ 35 ຊາດ ເຂົ້າຮ່ວມ(RA II).
ໃນຈົດໝາຍສົ່ງເຖິງ ກົມໃຫຍ່ອຸຕຸນິຍົມນັ້ນ, ເລຂາ ທິການ Petteri Talass ຂອງ WMO ໄດ້ສະແດງ ຄວາມດີໃຈ ແລະ ອວຍພອນຮອງປະທານ ເຈິນ ຮົງ ທາຍຄົນໃໝ່ຂອງ WMO. ວ່າ: ຄະນະເລຂາທິການ ຂອງ WMO ສະໜັບສະໜູນ ແລະ ຊ່ວຍເຫຼືອ ຜູ້ຕາງໜ້າຂອງຫວຽດນາມເຮັດ ສຳເລັດໜ້າທີ່ໃນ RA II, ເພື່ອຜົນປະໂຫຍດຂອງສະມາຊິກໃນຂົງເຂດ ແລະ ໃນໂລກ.


