ໂຄງການເຮັດໝັນ ໝາ ແລະ ແມວໂດຍບໍ່ເສຍຄ່າ ຄັ້ງທີ 2 ຈະຈັດຂຶ້ນໃນວັນທີ 1-3 ພະຈິກນີ້


ໃນວັນທີ 1-3 ພະຈິກນີ້, ອົງການ World Vets International Aid for Animal ຈາກ ສະຫະລັດ ອາເມຣິກາ ແລະ Vientiane Dog Paradise (ສູນຝຶກສອນໝາຄຳຮູ້ວຽງຈັນ) ຈະໄດ້ຈັດໂຄງການເຮັດໝັນໝາ ແລະ ແມວ ໂດຍບໍ່ເສຍຄ່າ ຂຶ້ນເປັນຄັ້ງທີ 2 ຢູ່ສູນຝຶກສອນໝາຄຳຮູ້ວຽງຈັນ ທີ່ບ້ານ ດົງສະຫວາດ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຈາກກົມການປະມົງລ້ຽງສັດ.

ເພື່ອບໍລິການດ້ານສັດຕະວະແພດໂດຍບໍ່ເສຍຄ່າຄື: ການເຮັດໝັນ ໝາ ແລະ ແມວ ທັງເພດຜູ້ ແລະ ເພດແມ່, ກວດສຸຂະພາບ, ໃຫ້ຄຳປຶກສາ, ປິ່ນປົວສັດປ່ວຍ ແລະ ບາດເຈັບ, ໃຫ້ຢາປ້ອງກັນ ເຫັບ-ໝັດ, ໃຫ້ວັກຊີນປ້ອງກັນພະຍາດວໍ້, ປິ່ນປົວ ແລະ ຜ່າຕັດຕາມກໍລະນີ.ສຳລັບສັດລ້ຽງທີ່ມາຮັບບໍລິການເຮັດໝັນ ຫຼື ຮັບການຜ່າຕັດ ຕ້ອງງົດອາຫານ ແລະ ນໍ້າ 12 ຊົ່ວໂມງ ກ່ອນເຂົ້າຮັບການຜ່າຕັດ.

ນອກຈາກນີ້ແລ້ວ ການເຮັດໝັນຍັງມີຜົນປະໂຫຍດໃຫ້ແກ່ໝາ ແລະ ແມວຄື: ຫຼຸດຜ່ອນການຮຸກຮານ, ຫຼຸດຜ່ອນການຂັບຖ່າຍໂລເລ, ຫຼຸດຜ່ອນການໜີອອກນອກອານາເຂດ, ຫຼຸດຜ່ອນຄວາມສ່ຽງພະຍາດມະເຮັງບາງຊະນິດ, ຫຼຸດຜ່ອນຈຳນວນປະຊາກອນຂອງສັດລ້ຽງອີກດ້ວຍ.

