ເຂື່ອນແຕກພັງ ພົບເຫັນຫີບຄຳ 18 ກລ

ຮຽບຮຽງໂດຍ: ລູກເມືອງພວນ

ເມື່ອເຂື່ອນ ຢູ່ເຂດ Krasnoyarsk, Siberia ແຕກພັງ ພົບເຫັນຫີບເຫຼັກບັນຈຸຄຳ 18 ກລ

ເຂື່ອນແຕກພັງ, 17 ຄົນເສຍຊີວິດ.ໜ່ວຍກູ້ໄພຂອງ ໃນອົງການຮີບດ່ວນ ຂອງລັດເຊຍໄດ້ພົບເຫັນຫີບເຫຼັກໜ່ວຍໜຶ່ງຂ້າງໃນບັນຈຸຄຳ 18 ກລ( TASS ໃຫ້ຮູ້)ເບື້ອງຕົ້ນຂ່າວໃຫ້ຮູ້ວ່າ: ຫີບເຫຼັກດັ່ງກ່າວຖືກຊຸກເຊື່ອງໄວ້ໃນເຮືອນຫຼັງໜຶ່ງ ແຕ່ເມື່ອເຂື່ອນແຕກຫັກ ເຮືອນຫຼັງດັ່ງກ່າວຖືກນໍ້າຊຸໄຫຼ ແລະ ເຮັດໃຫ້ເຂດດັ່ງກ່າວຈົມຢູ່ໃຕ້ນໍ້າ, ມີຄົນເສຍຊີວິດ 17 ຄົນ, ສູນຫາຍ 3 ຄົນ ແລະ 26 ຄົນໄດ້ຮັບການຊ່ວຍເຫຼືອຂອງໜ່ວຍກູ້ໄພ.

ໂຄສົກຂອງຄະນະກຳມະການ ກວດສອບຂອງລັດເຊຍ ເວົ້າກັບໜ່ວຍກູ້ໄພວ່າ: ພາຍຫຼັງນໍ້າແຫ້ງລົງກໍພົບເຫັນຫີບເຫຼັກດັ່ງກ່າວ, ຄຳຢູ່ໃນນັ້ນຖືກອາຍັດໄວ້ຊົ່ວຄາວ ເພື່ອສືບສວນສອບສວນຕໍ່ໄປ.

ຄະນະກຳມະການກວດສອບຂອງລັດເຊຍ ສະເໜີໃຫ້ນຳໃຊ້ຈຳນວນຄຳດັ່ງກ່າວເພື່ອຊົດເຊີຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດການເຂື່ອນແຕກ. ຄາດວ່າມີມູນຄ່າປະມານ 7-8 ຕື໊ກີບ.

ອົງການກວດສອບຂອງລັດເຊຍ ໄດ້ກັກຕົວຫົວໜ້າບໍລິສັດຂຸດຄົ້ນຄຳ Sissim ພ້ອມກັບຜູ້ບໍລິຫານບໍ່ຄຳດັ່ງກ່າວ ໄວ້ສືບສວນ. ທ່ານ Yury Lapshin ຫົວໜ້າເຂດ Krasnoyarsk ໃຫ້ຊາບວ່າ: ເຂື່ອນຫັກພັງອາດຈະແມ່ນຍ້ອນການກໍ່ສ້າງບໍ່ໄດ້ມາດຕະຖານ ເພາະເອກະຊົນເປັນຜູ້ກໍ່ສ້າງ.

ຕາມການຢືນຢັນ ເບື້ອງຕົ້ນໃຫ້ຮູ້ວ່າ: ການຊຸດໂຊມເປ່ເພຂອງພື້ນຖານໂຄງລ່າງໃນເຂດຂຸດຄົ້ນຄຳ ພ້ອມກັບມວນນໍ້າທີ່ຫຼາຍ ແລະ ຄື່ນສູງຂຶ້ນເຖິງ 4 ມ, ຂີ້ຕົມ, ຂີ້ຫີນ ທັບຖົມຕົວເຂື່ອນ ອາດຈະເປັນສາເຫດເຮັດໃຫ້ເຂື່ອນແຕກພັງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ