ແກ້ບັນຫາດ້ວຍມາດຕາໃນກົດໝາຍ

ໂດຍ: ວິເສດ ສະແຫວງສຶກສາ
ມາພົບກັນຕາມສັນຍາວ່າໄວ້ໃນສະບັບກ່ອນວ່າຈະຂໍສືບຕໍ່ເລື່ອງກົດໝາຍສະບັບໃໝ່ຢູ່ບ້ານເພິ່ນເມືອງທ່ານ ທີ່ຕ້ອງສຸມໃສ່ບັນຫານີ້ ກໍເພື່ອຕ້ອນຮັບກອງປະຊຸມສະໄໝສາກົນເທື່ອທີ 8 ຂອງສະພາແຫ່ງຊາດໃນເດືອນພະຈິກຊິມານີ້, ບາງທີ່ມັນອາດຊ່ວຍເພີ່ມເຕີມເສີມຂໍ້ຄິດໃຫ້ ສສຊ ລາວວ່າ ແມ່ນຫຍັງເຫັນບັນຫາຮີບດ່ວນຢູ່ບ້ານເຮົາທີ່ຄວນມີກົດໝາຍຄຸ້ມຄອງ ໂດຍໄວ.
ກົດໝາຍທີ່ສັນຫາມາເລົ່າສູ່ຟັງໃນວັນນີ້ລວມມີ 2 ສະບັບອ່າວແປກຈາກ ຟີລິບປິນ ແລະ ກົດໝາຍທີ່ໜ້າສົນໃຈຈາກໂປໂລຍ (ໂປແລນ) ປະເທດແດນໄກໃນ ເອີຣົບ.
ສຳລັບຢູ່ ຟີລິບປິນ ນັ້ນ, ຂໍເລີ່ມຈາກກົດໝາຍທີ່ກຳນົດໃຫ້ນັກຮຽນ-ນັກສຶກສາປູກຕົ້ນໄມ້ໃຫ້ໄດ້ຖົງລະ 10 ຕົ້ນກ່ອນຈົບການຮຽນການສຶກສາຂອງແຕ່ລະຄົນ. ຟີລິບປິນ ໃນປັດຈຸບັນມີນັກຮຽນຂັ້ນປະຖົມ 12 ລ້ານຄົນ, ຂັ້ນມັດທະຍົມ 5 ລ້ານຄົນ ແລະ ຂັ້ນມະຫາວິທະຍາໄລປະມານ 5 ແສນຄົນ.
ກົດໝາຍທີ່ວ່ານີ້ຖືກຮັບຮອງເອົາໃນວັນທີ 30 ພຶຶດສະພາປີນີ້, ເຊິ່ງທາງການ ຟີລິບປິນເຊື່ອວ່າມັນຈະຊ່ວຍໃຫ້ ຟີລິບປິນມີຕົ້ນໄມ້ປູກໃໝ່ໃນແຕ່ລະປີໂດຍນັກຮຽນ-ນັກສຶກສາຈຳນວນ 175 ລ້ານຕົ້ນ.
ວ່າກັນວ່າກົດໝາຍນີ້ແມ່ນມາດຕະການຕໍ່ສູ້ກັບບັນຫາໂລກຮ້ອນທີ່ກໍ່ໃຫ້ເກີດມີໄພທຳມະຊາດນັບມື້ຖີ່ຂຶ້ນຢູ່ ຟີລິບປິນ.
ຟີລິບປິນ ເປັນປະເທດໜຶ່ງທີ່ປະເຊີນກັບສະພາບ “ປອກໂລ້ນ” ຍ້ອນປ່າໄມ້ຖືກ ທຳລາຍປະມານ 70% ໃນສະຕະວັດທີ 20, ດຽວນີ້ປ່າໄມ້ຍັງເຫລືອພຽງ 20% ເທົ່ານັ້ນ.
ກົດໝາຍສະບັບຕໍ່ໄປຂອງ ຟີລິບປິນປະກອບມີມາດຕາທີ່ຟັງແລ້ວຄືເປັນເລື່ອງຕະຫລົກເພາະມີການກຳນົດໂທດປັບໄໝ ແລະ ລົງໂທດທາງອາຍາຜູ້ທີ່ສະແດງອອກທາງກາຍ ຫລື ວາຈາ ທີ່ເປັນການ “ຢອກຜູ້ສາວ”.
ລັກສະນະການຢອກທີ່ກົດໝາຍສະບັບນີ້ໄດ້ກຳນົດເປັນຄວາມຜິດນັ້ນ ໄດ້ແກ່ການຜິວປາກ, ການໃຊ້ທ່າທາງແບບຍົ້ວຍວນກໍ່ກວນຊວນໝຸດໝັດໃສ່ແມ່ຍິງ ຫລື ເພດທີ 3 ຕາມສະຖານທີ່ສາທາລະນະຕ່າງໆຫ້າມ “ຢອກສາວ” ນີ້ໄດ້ກຳນົດໄວ້ໃນມາດຕາໜຶ່ງໃນກົດໝາຍວ່າດ້ວຍຄວາມປອດໄພຕາມທ້ອງຖະໜົນ ຫລື ສະຖານທີ່ສາທາລະນະຕ່າງໆ.
ການຜິວປາກ, ການຢອກລໍ້ອໍ້ແອ້ ຫລື ການສະແດງພຶດຕິກຳທີ່ບໍ່ເໝາະສົມດັ່ງກ່າວທີ່ບໍ່ໄດ້ຮັບການຍິນຍອມຈາກຄົນອື່ນນັ້ນ ຈະໄດ້ຮັບໂທດຖືກປັບໄໝ ເປັນເງິນລະຫວ່າງ 1 ແສນ ຫາ 5 ແສນ ເປໂຊ (ປະມານແຕ່ 16-58 ລ້ານກີບ) ຫລື ໄດ້ໂທດຈຳຄຸກ (ຫລື ທັງຈຳຄຸກທັງປັບ).
ການກຳນົດໂທດໄດ້ລວມເອົາທັງບຸກຄົນ, ນິຕິບຸກຄົນ ແລະ ຄົນຕ່າງປະເທດ ເຊິ່ງລ້ວນແຕ່ຕ້ອງໄດ້ຮັບຜິດຊອບຕໍ່ການກະທຳຂອງຕົນຕາມບົດບາດ ແລະ ຖານະທີ່ແຕກຕ່າງກັນ. ກົດໝາຍສະບັບນີ້ ໄດ້ຮັບການລົງນາມໂດຍ ທ່ານປະທານາທິບໍດີ ໂຣດຼິໂກ ດູເຕັກເຕ ໃນເດືອນ ເມສາປີນີ້ເອງ.
ສຳລັບຢູ່ປະເທດ ໂປໂລຍ ນັ້ນລັດຖະສະພາໄດ້ອອກກົດໝາຍຍົກເວັ້ນການເກັບ ພາສີລາຍຮັບສ່ວນບຸກຄົນ ສຳລັບຜູ້ທີ່ມີອາຍຸຕຳກວ່າ 26 ປີ, ເຊິ່ງມີລາຍຮັບໜ້ອຍກວ່າ 85 ພັນຊວດຕີ ຕໍ່ປີ (ສະກຸນເງິນ ໂປໂລຍ ເທົ່າກັບ 192 ລ້ານກີບ).
ລາຍໄດ້ໂດຍສະເລ່ຍຕໍ່ປີຂອງປະຊາຊົນ ໂປໂລຍ ແມ່ນປະມານ 60 ພັນຊວດຕີ (ປະມານ 135 ລ້ານກີບ) ແຕ່ທີ່ກົດໝາຍໄດ້ຍົກເວັ້ນການເກັບພາສີຜູ້ ມີລາຍຮັບຫລຸດ 85 ພັນຊວດຕີ ເຊິ່ງມີອາຍຸຕ່ຳກວ່າ 26 ປີນັ້ນ ແມ່ນເພື່ອດຶງດູດບໍ່ໃຫ້ຊາວໜຸ່ມຫລັງໄຫລໄປເຮັດວຽກຢູ່ປະເທດອື່ນ ໃນສະຫະພາບເອີຣົບ ດັ່ງທີ່ເຄີຍເປັນມາແລ້ວ ກົດໝາຍນະໂຍບາຍພິເສດຕໍ່ຊາວໜຸ່ມທີ່ມີຜົນສັກສິດນັບແຕ່ວັນທີ 1 ເດືອນສິງຫາ ປີນີ້ເປັນຕົ້ນມາ./.


