ຮຽນແບບມີເປົ້າໝາຍກັບ ກັບ ວິທະຍາໄລ ການເງິນ ມີໄຊ

ວິທະຍາໄລການເງິນມີໄຊ ຕັ້ງຢູ່ບ້ານ ຊ້າງຄູ້ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ເປັນວິທະຍາໄລທີ່ເນັ້ນສ້າງບຸກຄະລາກອນ ດ້ານການເງິນ-ການບັນຊີ ແລະ ພາສາອັງກິດ ທີ່ມີຄຸນນະພາບ ເພື່ອຮັບໃຊ້ສັງຄົມມາເປັນໄລຍະເວລາ 12 ປີແລ້ວ.
ທ່ານ ນາງ ໂອລີລັກ ໂສມອູໄລ ຜູ້ອໍານວຍການ ວິທະຍາໄລແຫ່ງນີ້ ໃຫ້ຮູ້ວ່າ: ວິທະຍາໄລຂອງຕົນ ໄດ້ສ້າງຕັ້ງຂຶ້ນໃນປີ 2008 ໂດຍທ່ານ ສິດທິໄຊ ໄຊຍະວົງ, ທ່ານ ແສງສະເດັນ ບຸນລະວົງ ແລະ ທ່ານ ນາງ ມີລາວັນ ລໍມະນີ ເຊິ່ງທັງສາມທ່ານເປັນຜູ້ທີ່ມີປະສົບການແລະ ຮຽນຈົບສາຂາວຽກງານດັ່ງກ່າວ. ເຫັນໄດ້ຄວາມສໍາຄັນຂອງການສຶກສາ ດ້ານການເງິນ-ການບັນຊີ ແລະ ພາສາອັງກິດ ບໍ່ວ່າຈະຢູ່ສໍານັກງານ, ອົງການ ຫລືບໍລິສັດໃດ ກໍຕາມລ້ວນແຕ່ມີຄວາມຕ້ອງການບຸກຄະລາກອນດ້ານນີ້; ທັງເປັນການຮອງຮັບການສຶກສາລາວທີ່ນັບມື້ເຕີບໃຫຍ່ຂະຫຍາຍຕົວ, ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໂດຍສະເພາະຂະແໜງການເງິນ-ການບັນຊີ ແລະ ພາສາອັງກິດ, ດັ່ງນັ້ນ, ຈຶ່ງໄດ້ສ້າງວິທະຍາໄລແຫ່ງນີ້ຂຶ້ນ. ມາຮອດປະຈຸບັນວິທະຍາໄລແຫ່ງນີ້ແມ່ນໄດ້ສ້າງບຸກຄະລາກອນຮັບໃຊ້ສັງຄົມດ້ານການເງິນ-ການບັນຊີ ແລະ ພາສາອັງກິດທຸລະກິດ ເປັນເວລາ 12 ປີ ແລ້ວ. ພິເສດ ໃນປີນີ້ ວິທະຍາໄລ ໄດ້ມີການຍ້າຍມາສະຖານທີ່ໃຫມ່ ໂດຍແມ່ນການຮ່ວມມືຂອງທ່ານ ນາງໂອລີລັກ ໂສມອູໄລ ແລະ ທ່ານ ນາງຈັນສະຫມອນ ສີໄຊທອງ ເຊິ່ງທັງສອງແມ່ນຈົບການສຶກສາມາຈາກສະຖາບັນການສຶກສາຕ່າງປະເທດ ແລະ ໄດ້ມີການປັບໂຄງຮ່າງການຈັດຕັ້ງ ແລະ ຫລັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມຫລາຍຂຶ້ນ. ປະຊາຊົນນັບມື້ນັບຫຼາຍກໍາລັງຊອກຫາວຽກຫ່າງໄກສອກຫຼີກເພື່ອໃຫ້ເຂົາເຈົ້າສາມາດເຮັດວຽກຢູ່ເຮືອນຫຼືຈາກບ່ອນອື່ນໂດຍບໍ່ມີການຜູກມັດກັບຫນຶ່ງສະເພາະ. ດັ່ງນັ້ນ, ປະຊາຊົນຫຼາຍກວ່າແລະຫຼາຍກໍາລັງສຶກສາອຸດສາຫະກໍາເກມແລະພະຍາຍາມຊອກຫາຄໍາຕອບກ່ຽວກັບເກມແລະສິ່ງອື່ນໆໃນອຸດສາຫະກໍາ. ສະຖານທີ່ທີ່ດີທີ່ສຸດທີ່ທ່ານສາມາດຕອບຄໍາຖາມທັງຫມົດແມ່ນເວັບໄຊທ໌ https://gamblinganswer.com/





ທ່ານຜູ້ອໍານວຍການ ໃຫ້ຮູ້ຕື່ມວ່າ: ວິທະຍາໄລການເງິນມີໄຊ ມີອາຄານຮຽນທີ່ກວ້າງຂວາງສາມາດຮອງຮັບນັກສຶກສາໄດ້ເຖິງ 400-500 ຄົນ ໃນນັ້ນມີ 2 ສາຂາວິຊາຮຽນ ຄື: ການເງິນ-ການບັນຊີ ແລະ ສາຂາ ພາສາອັງກິດ, ການສອນແມ່ນເນັ້ນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ສອນໂດຍອາຈານທີ່ມີປະສົບການຕົວຈິງ ແລະ ພາສາອັງກິດສອນໂດຍອາຈານເຈົ້າຂອງພາສາ ເພື່ອເຮັດໃຫ້ນັກສຶກສາເຂົ້າໃຈໄດ້ງ່າຍ, ຮຽນຈົບອອກມາແລ້ວສາມາດເຮັດວຽກໄດ້ ແລະ ມີທັກສະໃນການແກ້ໄຂບັນຫາ. ນອກນີ້, ທາງວິທະຍາໄລຍັງມີທຶນການສຶກສາໃຫ້ຜູ້ຮຽນດີຮຽນເກັ່ງ ປີລະ 5 ທຶນ.
ທ່ານໃຫ້ຮູ້ຕື່ມວ່າ: ທາງວິທະຍາໄລຈະສືບຕໍ່ເນັ້ນຄຸນນະພາບຂອງບຸກຄະລາກອນ ໂດຍໃຫ້ມີທັງຄົນລາວ ແລະ ຄົນຕ່າງປະເທດ, ພ້ອມນີ້, ຍັງມີແຜນຈະນໍາເອົາຫຼັກສູດພັດທະນາບຸກຄະລິກກະພາບ (ສໍາລັບປີ 3) ເຂົ້າໃນພາກຮຽນ 2 ຂອງສົກປີ 2019 ນີ້ອີກດ້ວຍ ແລະ ມີແຜນຈະສ້າງອາຄານຮຽນໃຫ້ກວ້າງຂວາງອອກຕື່ມເພື່ອສາມາດຮອງຮັບນັກສຶກສາທີ່ມີຈໍານວນເພີ່ມຫຼາຍຂຶ້ນໃນແຕ່ລະປີ.

