ຂີ້ເຫຍື້ອຫລັງງານບຸນ

ໂດຍ: ທິດກ່ຳ
ເວົ້າເລື່ອງການເຮັດບຸນສິນກິນທານຢູ່ບ້ານເມືອງເຮົາແມ່ນມີທຸກເດືອນ, ຈົນກາຍເປັນຮີດສິບສອງຄອງສິບສີ່, ຮີດຍີ່ຄອງຈຽງ ມາແຕ່ດຶກດຳບັນສືບຕໍ່ກັນມາຈົນຜອງເທົ່າທຸກວັນນີ້. ຕົວຢ່າງເດືອນ 11 ເພັງ ກໍແມ່ນບຸນອອກພັນສາ.
ຕໍ່ຈາກບຸນອອກພັນສາກໍແມ່ນບຸນກະຖິ່ນ, ຈາກບຸນກະຖິນໄປຮອດເດືອນ 12 ເພັງ ກໍແມ່ນບຸນນະມັດສະການພະທາດຫລວງ, ສຳເລັດບຸນທາດຫລວງກໍຍັງມີບຸນຕ່າງໆປະຈຳເດືອນ, ຕາມຮີດຄອງປະເພນີຂອງແຕ່ລະທ້ອງຖິ່ນ, ແຕ່ລະຊົນເຜົ່າຢ່າງເປັນຂະບວນຟົດຟື້ນມ່ວນຊື່ນທີ່ຫລາກຫລາຍສີສັນຈົນໄປຮອດຕົ້ນລະດູຝົນຍາມເຂົ້າພັນສາຂອງປີໜ້າຖືວ່າມີແຕ່ບຸນກັບບຸນເກືອບນັບບໍ່ໄຄ່ວ.
ນອກຈາກບຸນຕາມຮີດຄອງປະເພນີແລ້ວ ຍັງມີບຸນທາງການຕື່ມອີກເຊັ່ນ: ບຸນວັນຊາດ, ບຸນປີໃໝ່ສາກົນ ແລະ ບຸນອື່ນໆ ທີ່ໄດ້ກຳນົດໄວ້ຢ່າງເປັນທາງການຕາມວາລະ ແລະ ຄວາມສຳຄັນຂອງແຕ່ລະບຸນນັ້ນໆ.
ສຳລັບຢູ່ນະຄອນຫລວງວຽງຈັນ ເທົ່າທີ່ເຄີຍເຫັນຜ່ານມາ ບຸນທີ່ມີການຄົບງັນສະເຫລີມສະຫລອງຢ່າງໃຫຍ່ໂຕຄຶກຄື້ນເປັນຂະບວນຍິ່ງໃຫຍ່ແດ່ ກໍມີແຕ່ບຸນອອກພັນສາກັບບຸນທາດຫລວງນັ້ນເອງ.
ອັນສາເຫດກໍຍ້ອນວ່າໃນສອງປາງບຸນນີ້ມີການຄົບງັນ, ມີກິດຈະກຳທີ່ຫລາກຫລາຍ, ກາຍເປັນບຸນປາງໃຫຍ່ສາມາດດຶງດູດແຂກຕ່າງດ້າວທ້າວຕ່າງແດນທັງພາຍໃນ ແລະ ຕ່າງປະເທດມາທ່ຽວມາຊົມຢ່າງຫລວງຫລາຍພາຍມາກ.
ແນວໃດກໍຕາມ, ສະເພາະໃນຄໍລຳມື້ນີ້ ທິດກ່ຳຂໍຍົກເອົາສອງປາງບຸນໃຫຍ່ຄືບຸນອອກພັນສາທີ່ຫາກໍຜ່ານພົ້ນໄປດ້ວຍບັນຍາກາດຍັງສີອຸ່ນໆສົດຮ້ອນໆ ແລະ ຂັ້ນຕໍ່ໄປອີກບໍ່ພໍເທົ່າໃດວັນຄືວັນທີ 11 ພະຈິກ 2019 ກົງກັບ 15 ຄ່ຳເດືອນ 12 ເພັງ ກໍຈະມີບຸນນະມັດສະການພະທາດຫລວງວຽງຈັນ ອັນເປັນສູນເຕົ້າໂຮມຊາວພຸດ ກໍຄືຊາວລາວທົ່ວທັງປະເທດ ແລະ ແຂກຕ່າງດ້າວທ້າວຕ່າງແດນມາຮ່ວມສະເຫລີມສະຫລອງ ແລະ ສັກກາລະບູຊາຢ່າງຄັບຄາໜາແໜ້ນ.
ໂອກາດບຸນພະທາດຫລວງໃນແຕ່ລະປີກໍມີການຄົບງັນ, ສະເຫລີມສະຫລອງຢ່າງໃຫຍ່ໂຕມະໂຫຖານ, ມີຫລາກຫລາຍສີສັນ, ທັງດີດສີຕີເປົ່າສະແດງສິລະປະວັນນະຄະດີ, ມີງານຕະຫລາດນັດວາງສະແດງສິນຄ້າບໍລິການຂາຍສິນຄ້າ, ເຄື່ອງອຸປະໂພກບໍລິໂພກແຂ່ງຂັນກິລາຢ່າງມ່ວນຊື່ນ.
ນອກຈາກສິ່ງທີ່ກ່າວມານີ້ແລ້ວ, ຍັງປະກອບໄປດ້ວຍພິທີທາງສາດສະໜາເຊັ່ນ: ໄຫວ້ພະທາດຫລວງ, ພິທີໄຫວ້ພະຮັບສິນ, ຕັກບາດຢາດນ້ຳຕາມຮີດຄອງປະເພນີ, ນີ້ຄືສີສັນຂອງການເຮັດບຸນປາງໃຫຍ່, ໂດຍສະເພາະບຸນອອກພັນສາກັບບຸນນະມັດສະການພະທາດຫລວງ.
ເຖິງຢ່າງໃດກໍດີ, ນອກຈາກສິ່ງທີ່ດີເລີດປະເສີດສີໃນການສະເຫລີມສະຫລອງເຮັດບຸນສິນກິນທານສຳເລັດເສັດຊິ້ນໄປແລ້ວ ສິ່ງທີ່ປະໄວ້ໃຫ້ເຮົາເຫັນຢ່າງຊະ
ຊາຍ, ບໍ່ເປັນລະບົບລະບຽບກໍແມ່ນບັນຫາຂີ້ເຫຍື້ອຈຳນວນຫລວງຫລາຍປະຢັງຢາຍຊະຊາຍໄວ້ທົ່ວທີບເຕັມບໍລິເວນສະຖານທີ່ເຮັດບຸນຢ່າງໜາຕາ.
ເມື່ອຕັ້ງໂຈດກັນວ່າຕໍ່ບັນຫາດັ່ງກ່າວມັນເປັນຄວາມຮັບຜິດຊອບຂອງໃຜ, ຖ້າຈະຊອກຫາຄຳຕອບທີ່ຖືກຕ້ອງນັ້ນຄົງໜີບໍ່ມົ້ມອົງການພັດທະນາຕົວເມືອງ ຫລືເຂົາເອີ້ນຢ່າງໜຶ່ງວ່າເທສະບານນັ້ນເອງ.
ນອກນັ້ນ, ກໍແມ່ນຄວາມຮັບຜິດຊອບຂອງຜູ້ປະມູນ ແລະ ຜູ້ປະກອບການທັງໝົດ ທີ່ຈະຕ້ອງໄດ້ພ້ອມກັນເປັນເຈົ້າການຢ່າງຈິງຈັງ, ຖ້າຢາກໄດ້ຕາມຈຸດປະສົງຄືດັ່ງວ່ານີ້, ອົງການ, ຂະແໜງການ ຫລື ພາກສ່ວນທີ່ຮັບຜິດຊອບໂດຍກົງຕ້ອງມີມາດຕະການອັນເດັດຂາດຕໍ່ບັນຫາການກຳຈັດຂີ້ເຫຍື້ອ.
ສະພາບຜ່ານມາ, ການແກ້ໄຂບັນຫາຂີ້ເຫຍື້ອທີ່ປະຖິ້ມໄວ້ຫລັງງານບຸນກາຍເປັນສາເຫດໜຶ່ງທີ່ໄດ້ສ້າງພາບພົດອັນບໍ່ຈົບງາມແກ່ສັງຄົມຜູ້ພົບເຫັນທັງເປັນການສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບທີ່ປ່ອຍປະລະເລີຍແກ່ຍາວເພື່ອຈະແກ້ໄຂຕົກກໍເປັນໄປຕາມການເວລາ ດັ່ງຕົວຢ່າງບຸນອອກພັນສາທີ່ຜ່ານມາສົດໆຮ້ອນໆ. ບຸນທາດຫລວງທີ່ໄກ້ຈະມາເຖິງນີ້ ຂໍໃຫ້ມີແຜນປາບຂີ້ເຫຍື້ອຢ່າງຄັກແນ່ຢ່າໃຫ້ມັນມີລັກສະນະຊຳເຮື້ອເໝືອນດັ່ງບຸນອອກພັນສາກໍແລ້ວກັນ “ຊາເຢີ”.


