ຟີລິບປິນ ແຜ່ນດິນໄຫວ 6.3 ຣິກເຕີ

ຮຽບຮຽງໂດຍ: ລູກເມືອງພວນ

ສະຖາບັນແຜ່ນດິນໄຫວ ແລະ ພູເຂົາໄຟວິທະຍາ ຟີລີບປິນ ແຈ້ງໃນວັນທີ 17 ຕຸລາ ນີ້ວ່າ: ເກີດແຜ່ນດິນໄຫວ 6.3 ຣິກເຕີ ມີຄວາມຮູ້ສຶກໄດ້ໃນຫຼາຍພື້ນທີ່ຂອງເກາະ ມິນດາເນົາ ທາງພາກໃຕ້ ຊຶ່ງເປັນເກາະໃຫ່ຍອັນດັບສອງຂອງ ຟີລີບປິນ ໃນເວລາ 19:37 ນາທີຂອງວັນທີ 16 ຕຸລານີ້ ເວລາໃນທ້ອງຖິ່ນ.

ສຳນັກສຳຫຼວດທາງທໍລະນີວິທະຍາສະຫະລັດລະບຸວ່າ: ສູນກາງຂອງແຜ່ນດິນໄຫວຢູ່ໄກ 69 ກມ. ຈາກທິດຕາເວັນອອກສ່ຽງເໜືອຂອງເມືອງເຈເນີຣັດຊານໂຕສ ໃນເກາະ ມິນດາເນົາ ແລະ ຫ່າງໄກປະມານ 80 ກມ ຈາກເມືອງ ດາເວົາ ເມືອງທີ່ມີປະຊາກອນຫຼາຍທີ່ສຸດໃນ ຟີລີບປີນ ແລະ ເປັນບ້ານເກີດຂອງປະທານາທິບໍດີ ໂຣຣິໂກ ດູເຕີເຕ.

ແຮງສັ່ນສະເທືອນເຮັດໃຫ້ອາຄານຫຼາຍແຫ່ງເກີດຮອຍລ້າວ ປະຊາຊົນພາກັນແລ່ນໜີອອກນອກ ຈາກຮ້ານຄ້າ ແລະ ສຳນັກງານ, ເກີດໄຟໄໝ້ຫ້າງສັບພະສິນຄ້າແຫ່ງໜຶ່ງ ໃນເມື່ອງ ເຈເນີຣັດຊານໂຕສ ແລະ ມີເດັກເສຍຊີວິດໃນໂຮງໝໍ 1 ຄົນ ບາດເຈັບອີກຫຼາຍກ່ວາ 20 ຄົນ, ທາງການໄດ້ແນະນຳໃຫ້ປະຊາຊົນຢູ່ນອກບ້ານເຮືອນອາຄານເພາະຢ້ານວ່າຈະໄດ້ຮັບອັນຕະລາຍຈາກອາຄານຖະຫຼົ່ມ.

 ຢູ່ທີ່ເມືອງ ດີດາປາວັນ ທີ່ຕັ້ງຢູ່ລະຫ່ວາງສູນກາງແຜ່ນດິນໄຫວກັບເມືອງດາເວົາ ຮູ້ສຶກໄດ້ຄວາມແຮງສັ່ນສະເທືອນຫຼາຍທີ່ສຸດ ມີຜູ້ບັນທຶກນາທີແຮງສັ່ນສະເທືອນໃນໂບດ Mediatrix of All Grace ທີ່ເມືອງ ດີດາປາວັນ ອັນໄດ້ເຮັດໃຫ້ກິດຈະກຳທາງສາດສະໜາໃນໂບດຕ້ອງສະດຸດຢຸດລົງ ຕາມມາດ້ວຍສຽງຮ້ອງໃຫ້ເສຍຂວັນ ແລະ ໄຟດັບມືດ.

ສະຖາບັນແຜ່ນດິນໄຫວ ຟີລີບປິນເຕືອນວ່າອາດຈະເກີດຄວາມເສຍຫາຍເພີ່ມເຕີມຕາມມາ ຈາກ ອາຟເຕີຊັອກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ