6 ເຄັດລັບຊ່ວຍໃຫ້ທ່ານເປັນຄົນກ້າເວົ້າໄດ້ຢ່າງໝັ້ນໃຈ

      ທ່ານຮູ້ຫລືບໍ່ວ່າ 75% ຂອງມະນຸດຢ້ານການເວົ້າຕໍ່ໜ້າສາທາລະນະ ເຊິ່ງເທື່ອໜຶ່ງທ່ານ Patti Johnson  ຊີອີໂອຂອງບໍລິສັດ PeopleResults ໄດ້ລົມກັບນັກທຸລະກິດເຈົ້າໃໝ່ ແລະ ນາງຖືກຖາມວ່າ : ຂ້ອຍຄວນເຮັດແນວໃດເມື່ອຮູ້ສຶກກັງວົນເວລາເວົ້າຕໍ່ໜ້າສາທາລະນະ ? ເພາະຂ້ອຍບໍ່ເຄີຍມີຄວາມໝັ້ນໃຈເທົ່າທີ່ຫວັງໄວ້ໄດ້ເລີຍຈັກເທື່ອ ? ເຊິ່ງແນ່ນອນວ່າເຮົາທຸກຄົນກໍອາດຈະເຄີຍພົບກັບຄວາມຮູ້ສຶກແບບນີ້ມາແລ້ວ ຍ້ອນວ່າ Patti  ເຮັດວຽກເປັນທັງທີ່ປຶກສາ, ເຈົ້າຂອງທຸລະກິດ ແລະ ນັກຂຽນ ການເວົ້າກັບກຸ່ມຄົນທັງຂະໜາດນ້ອຍ ແລະ ໃຫຍ່ຈຶ່ງເປັນສ່ວນສຳຄັນຫລາຍສຳລັບວຽກທີ່ນາງເຮັດ ແລະ ຕໍ່ໄປນີ້ແມ່ນເຄັດລັບຂອງນາງໃນການປ່ຽນແປງພຶດຕິກຳ ແລະ ຄວາມຄິດໃຫ້ກາຍເປັນຄົນທີ່ກ້າເວົ້າຫລາຍຍິ່ງຂຶ້ນ.

  1. ເຊົາພະຍາຍາມເປັນຄົນອື່ນ : ຖ້າທ່ານເປັນຄົນຕະຫລົກຈົງເວົ້າຢ່າງມີອາລົມຂັນ, ຖ້າທ່ານເປັນຄົນສະບາຍໆ ກໍຈົ່ງເວົ້າໃຫ້ສະບາຍໆ, ບໍ່ຕ້ອງມີພິທີຫຍັງຫລາຍ ມັນບໍ່ແມ່ນວິທີທີ່ຖືກຕ້ອງພຽງໜຶ່ງດຽວໃນການເປັນນັກເວົ້າທີ່ດີ ໃຫ້ຄິດວ່າເປັນການແບ່ງປັນຄວາມຄິດ ແລະ ປະສົບການຂອງທ່ານເພື່ອຊ່ວຍເຫລືອຄົນອື່ນແທນການເບິ່ງວ່າເປັນການສະແດງ.

ຂ້ອຍເຄີຍພົບບຸກຄົນທີ່ໜ້າສົນໃຈຫລວງຫລາຍທີ່ໃສ່ໜ້າກາກທັນທີທີ່ຢູ່ຕໍ່ໜ້າຜູ້ຄົນ ຫາກທ່ານມີວິທີການສື່ສານຕອນຂຶ້ນເວົ້າທີ່ແຕກຕ່າງກັບຕອນລົມກັບກັບໝູ່ເພື່ອນໃນເວລາປົກກະຕິທົ່ວໄປ ສະແດງວ່າທ່ານອາດກຳລັງໃສ່ບາດບົດນັກເວົ້າແທນການເປັນໂຕຂອງໂຕເອງ – Patti ກ່າວ. ຈົ່ງປ່ອຍໃຫ້ໂຕຂອງທ່ານສະແດງອອກມາຂະທີ່ເວົ້າ ແລ້ວຜູ້ຟັງຈະສາມາດເຊື່ອມຕໍ່ກັບທ່ານໄດ້ເອງ ບໍ່ວ່າທ່ານຈະມີຂໍ້ບົກພ່ອງຫລືບໍ່ກໍຕາມ.

  1. ໃສ່ໃຈກັບການແບ່ງປັນເນື້ອໃນຄວາມຮູ້ ບໍ່ແມ່່ນການຍອມຮັບຈາກຜູ້ຊົມ : ນີ້ກໍເປັນບັນຫາໃຫຍ່ສຳລັບ Patti ຄືກັນ ນາງ ບອກວ່າຖ້າທ່ານເມົາແຕ່ຄິດວ່າຢາກເວົ້າໃຫ້ດີ ທ່ານກໍຈະໃສ່ໃຈແຕ່ໂຕທ່ານເອງ ເຊິ່ງຄວາມຈິງແລ້ວທ່ານຄວນຈະເວົ້າໂດຍຫວັງ ໃຫ້ຜູ້ຊົມໄດ້ຮັບຄວາມຄິດໃໝ່ໆທີ່ສາມາດເອົາໄປໃຊ້ໄດ້ ຫລື ສາມາດໃຫ້ກຳລັງໃຈພວກເຂົາໄດ້. ດັ່ງນັ້ນ, ຈົ່ງຖາມວ່າ ຜູ້ຄົນໄດ້ຮັບຫຍັງຈາກຂ້ອຍແດ່ ? ແທນການຄິດວ່າ ຫວັງວ່າພວກເຂົາຄົງຈະມັກຂ້ອຍ.
  2. ຝຶກຝົນຢ່າງໜັກ : Patti ກໍຫວັງວ່າຈະຫາວິທີທີ່ງ່າຍກ່ວານີ້ພົບ ແຕ່ກໍຍັງບໍ່ເຄີຍພົບຈັກເທື່ອ ເພາະຍິ່ງນາງໄດ້ເວົ້າຫລາຍເທົ່າໃດ ກໍຍິ່ງຮູ້ສຶກເກັງ ຫລື ກັງວົນໜ້ອຍລົງເທົ່ານັ້ນ ຄົງຄ້າຍກັບການຫລິ້ນກິລາ ການຝຶກຝົນມາຈົນໝັ້ນໃຈ ແລະ ບໍ່ເກັງເວລາຫລິ້ນຈະເຮັດໃຫ້ທ່ານບໍ່ເສຍສະມາທິໄປກັບສຽງຮ້ອງຂອງຜູ້ຄົນທີ່ມາຊົມການແຂ່ງຂັນ. ລອງມາຫາໂຕຊ່ວຍ ເຊັ່ນ : ການເຂົ້າຫລັກສູດຝຶກເວົ້າໃນບ່ອນສາທາລະນະ ຫລື ບາງຄົນທີ່ອາສາໄປເປັນຜູ້ຊ່ວຍອຳນວຍຄວາມສະດວກໃນການປະຊຸມຜູ້ນຳຕ່າງໆ ເພື່ອຝຶກຄວາມໝັ້ນໃຈ ທ່ານອາດຈະລອງອາສາໄປເວົ້າເລື່ອງທີ່ຕົນຊ່ຽວຊານໃນບ່ອນປະຊຸມທ້ອງຖິ່ນ ຫລື ສະມາຄົມຕ່າງໆເບິ່ງກ່ອນ ການຫາກປະສົບການນອກຈາກໜ້າທີ່ວຽກງານກໍຖືເປັນວິທີທີ່ດີທີ່ຈະໄດ້ຮຽນຮູ້ ແລະ ຝຶກຝົນຕົນເອງ ເພາະບໍ່ມີການຝຶກວິທີໃດອີກແລ້ວທີ່ຈະດີໄປກ່ວາການໄດ້ເວົ້າຕໍ່ໜ້າຜູ້ຄົນແທ້ໆ.
  3. ຮຽນຮູ້ຈາກ TED Talks : ວີດີໂອຂອງ TED ຈຳນວນນັບບໍ່ຖ້ວນທີ່ທ່ານສາມາດເອົາມາເປັນແນວທາງໃນການຝຶກເວົ້າໄດ້ນັ້ນ ເປັນຍ້ອນພວກເຂົາເຫລົ່ານີ້ໃຊ້ເວລາຫລາຍອາທິດໃນການກຽມໂຕເພື່ອຈະໄດ້ເວົ້າໃຫ້ດີທີ່ສຸດ ຈົ່ງສັງເກດວິທີທີ່ພວກເຂົາໃຊ້ຖ່າຍທອດຄວາມຄິດ ແລະ ເຊື່ອມຕໍ່ກັບຜູ້ຊົມ ອັນໃດແດ່ທີ່ທ່ານສາມາດເອົາມາໃຊ້ກັບໂຕເອງໄດ້ ແລະ ພວກເຂົາດຶງຄວາມສົນໃຈຂອງຜູ້ຊົມຕັ້ງແຕ່ທຳອິດໄດ້ແນວໃດ ? ອີກສິ່ງໜຶ່ງທີ່ເຮັດໃຫ້ Patti ຮັກໃນການຮັບຊົມ TED ກໍຍ້ອນມັນບົ່ງບອກໄດ້ວ່າການເວົ້າໃຫ້ດີ ຫລື ເວົ້າໃຫ້ເກັ່ງນັ້ນລ້ວນບໍ່ມີຄຳຕອບທີ່ຈະແຈ້ງຕາຍໂຕ ແລະ ບໍ່ໄດ້ຈຳກັດແຕ່ວ່າຕ້ອງກ້າສະແດງອອກ ຫລື ມ່ວນຊື່ນເຮຮານຳ ເພາະການນຳສະເໜີທີ່ຍອດຍ້ຽມນັ້ນຂຶ້ນຢູ່ກັບບຸກຄະລິກ ແລະ ຮູບແບບການເວົ້າຂອງທ່ານເອງວ່າຈະເຮັດແນວໃດໃຫ້ສິ່ງທີ່ຕ້ອງການສື່ນັ້ນສາມາດດຶງດູດຄວາມສົນໃຈຈາກຜູ້ຄົນໄດ້.
  4. ອັດວີດີໂອຕອນໂຕເອງເວົ້າ : ກ່ອນຈະບອກວ່າບໍ່ມີອຸປະກອນ ຫລື ເງິນຫລາຍພໍ ຂໍບອກເລີຍວ່າມັນງ່າຍຫລາຍ ບໍ່ຕ້ອງລົງທຶນຫຍັງເລີຍ ພຽງແຕ່ເອົາໂທລະສັບມືຖືຂອງທ່ານອອກມາຕັ້ງໄວ້ເວລາທີ່ທ່ານຕ້ອງອອກໄປເວົ້າໃນບ່ອນປະຊຸມ ແລ້ວຂໍໃຫ້ເພື່ອນຮ່ວມງານຊ່ວຍຕຳໜິຕິຊົມ ເຊິ່ງຂໍ້ນີ້ສຳຄັນຫລາຍ ເພາະພາບທີ່ເຮົາຄິດໄວ້ກັບພາບທ່ີຄົນອື່ນເຫັນນັ້ນບໍ່ໄດ້ກົງກັນສະເໝີໄປ. Patti ກ່າວວ່ານາງເປັນຄົນຊ່າງປາກຊ່າງລົມຈຶ່ງມັກຈະຍ່າງໄປໃສມາໃສສະເໝີ ເມື່ອຕ້ອງເວົ້າຕໍ່ໜ້າຜູ້ຄົນ ການຖ່າຍວີດີໂອເກັບໄວ້ເຮັດໃຫ້ນາງຮູ້ໂຕວ່າບາງເທື່ອກໍຍ່າງຫລາຍເກີນໄປ ຈຶ່ງສາມາດຈຳກັດການຍ່າງໂຕເອງໃຫ້ໜ້ອຍລົງໄດ້ ບາງຄົນກໍໄດ້ເຫັນວ່າໂຕເອງເບິ່ງສະໄລ້ໜ້າຈໍຫລາຍກ່ວາເບິ່ງຜູ້ຊົມ, ໃຊ້ໂທນສຽງບໍ່ເໝາະສົມກັບປະໂຫຍກກໍມີ ຫລື ເວົ້າໄວເກີນໄປ ແລ້ວຈຶ່ງໄດ້ກັບໄປຝຶກຝົນເວົ້າໃຫ້ຊ້າລົງ ຝຶກເວັ້ນວ່າງເພື່ອໃຫ້ຄຳເວົ້າມີພະລັງຫລາຍຂຶ້ນ ເຊິ່ງພຽງແຕ່ວີດີໂອນີ້ທີ່ເຮັດໃຫ້ພັດທະນາການຂອງເຮົາສົ່ງຜົນຕໍ່ຜູ້ຊົມໄດ້ດີຂຶ້ນ ເພາະມັນເຮັດໃຫ້ເຮົາໄດ້ເຫັນພາບທີ່ຄົນອື່ນເບິ່ງເຮົາຂະນະເວົ້ານັ້ນເອງ.
  5. ຈື່ຈຳເນື້ອຫາທີ່ຈະເວົ້າໄດ້ຢ່າງຖືກຕ້ອງ : ທ່ານບໍ່ຈຳເປັນທີ່ຕ້ອງທ່ອງຂຶ້ນໃຈທຸກຢ່າງທີ່ຈະເວົ້າ ແຕ່ຄວນຈະທົບທວນປະເດັນສຳຄັນຫລາຍໆເທື່ອ ຈະໄດ້ລຶ້ງເຄີຍ ແລະ ຖືກຕ້ອງແນ່ນອນ ກຽມໂຕເອງໃຫ້ພ້ອມ ການຮູ້ແຈ້ງໃນສິ່ງທີ່ເວົ້າຈະຊ່ວຍຫລຸດຄວາມກັງວົນ ຫລື ຕື່ນເຕັ້ນລົງໄດ້.  ທ່ານເອງກໍສາມາດເຮັດໄດ້ຂໍພຽງໃສ່ໃຈໃນສິ່ງທີ່ຢາກໃຫ້ຜູ້ຊົມໄດ້ຮັບຫລາຍກ່ວາພາບລັກຂອງໂຕເອງ.