ສະໜາມບິນ ເວິນໂດນ ຫວຽດນາມໄດ້ຮັບລາງວັນຍອດຢ້ຽມປະຈຳປີ 2019

ຮຽບຮຽງໂດຍ: ລູກເມືອງພວນ

ອີງຕາມແຫຼ່ງຂ່າວຕ່າງປະເທດ ວັນທີ 15 ຕຸລານີ້ ໃຫ້ຮູ້ວ່າ: ສະໜາມບິນສາກົນ ເວິນໂດນ ໃນແຂວງ ກວາງນິງ ຂອງຫວຽດນາມໄດ້ຮັບລາງວັນສະໜາມບິນໃໝ່ ຍອດຢ້ຽມແຫ່ງເອເຊຍປະຈຳປີ 2019. ສະ ໜ າມບິນສາກົນ ເວິນໂດນ ຫວຽດນາມໄດ້ຮັບການພັດທະນາຈາກບໍລິສັດ ຊັນຄຣຸບ ໂດຍສ້າງເສັດສົມບູນໃນປາຍປີ 2018  ເປັນສະໜາມບິນແຫ່ງທຳອິດໃນຫວຽດນາມທີ່ໄດ້ຮັບລາງວັນຈາກເວທີນີ້. ຊຶ່ງໄດ້ຮັບຂະໜານນາມວ່າເປັນລາງວັນ ອອດສກາແຫ່ງອຸດສາຫະກຳການທ່ອງທ່ຽວ. ຜູ້ອຳນວຍການສະໜາມບິນ ເວິນໂດນ ກ່າວວ່າ: ການໄດ້ຮັບຕຳແໜ່ງສະໜາມບິນໃໝ່ຍອດຢ້ຽມແຫ່ງເອເຊຍ ປີ 2019 ຖືເປັນຄວາມພາກພູມໃຈເປັນຢ່າງສູງ ແລະ ຍັງເປັນການຕອກຢໍ້າວິໄສທັດອັນກວ້າງໄກຂອງບໍລິສັດ ຊັນຄຣຸບ ທີ່ມຸ່ງໝັ້ນສົ່ງເສີມການທ່ອງທ່ຽວ ແລະ ການຄ້າໃນແຂວງ ກວາງນິງ ຊ່ວຍສ້າງສະໜາມບິນນາໆຊາດລະດັບໂລກຢ່າງແທ້ຈິງ. ສະໜາມບິນ ເວິນໂດນ ໃຊ້ເງິນລົງທຶນ 7 ລ້ານ 5 ແສນລ້ານດົງຫວຽດນາມ ແລະ ໄດ້ຮັບການອອກແບບຕາມມາດຕະຖານໃນລະດັບສູງສຸດຂອງສາກົນ  ພ້ອມດ້ວຍເທັກໂນໂລຢີ ແລະ ສິ່ງອຳນວຍຄວາມສະດວກອັນທັນສະໄໝ ໂດຍສະໜາມບິນສາມາດຮອງຮັບເຄື່ອງບິນຂະໜາດໃຫຍ່ ແລະ ສາມາດຮັບຜູ້ໂດຍສານໄດ້ 2 ລ້ານ 5 ແສນຄົນ ແລະ ຈະເພີ່ມເປັນ 5 ລ້ານຄົນຕໍ່ປີ ພາຍໃນປີ 2030. ທັງນີ້ສະໝາມບິນສາກົນ ເວິນໂດນ ເປັນທາງຜ່ານໃໝ່ສູ່  ຮາລອງເບ ການອອກແບບອາຄານຜູ້ໂດຍສານ ຈຶ່ງໄດ້ຮັບບັນດານໃຈຈາກຄວາມງາມທາງແຫຼ່ງມໍລະດົກໂລກທາງທຳມະຊາດ ທີ່ໄດ້ຂຶ້ນທະບຽນໂດຍ ຢູແນສໂກ ແລະ ມີພື້ນທີ່ສີຂຽວຂະໜາດໃຫຍ່ສຳລັບນັກທ່ອງທ່ຽວອີກດ້ວຍ.

( ສະໝາມບິນ ເວິນໂດນ ແຂວງ ກວາງນິງ ຫວຽດນາມ ໄດ້ຮັບລາງວັນຍອດຢ້ຽມແຫ່ງປີ 2019)
  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ