ສະຫະປະຊາຊາດໃກ້ຈະໝົດເງິນ

ຮຽບຮຽງໂດຍ: ລູກເມືອງພວນ

ສະຫະປະຊາຊາດຂາດດຸນ 230 ລ້ານໂດລາ ແລະ ມີຄວາມອາດສາມາດບົກແຫ້ງໃນທ້ານເດືອນຕຸລານີ້, ເລຂາທິການ Antonio Guterres ໃຫ້ຮູ້ໃນມື້ນີ້ ທີ 8 ຕຸລາ.

“ ບັນດາຊາດສະມາຊິກເສຍພັນທະເຂົ້າກອງທຶນພຽງ 70% ຂອງຈຳນວນເງິນທີ່ຕ້ອງການທັງໝົດໃຫ້ແກ່ການເຄື່ອນໄຫວປົກະຕິໃນປີ 2019. ດັ່ງນັ້ນ, ຈຶ່ງຂາດດຸນ 230 ລ້ານໂດລາເງິນສົດໃນທ້າຍເດືອນກັນຍາຜ່ານມາ. ມີຄວາມສາມາດຈະບົກແຫ້ງໃນທ້ານເດືອນຕຸລານີ້ ”, ທ່ານ Guterres ເປີດເຜີຍໃນຈົດໝາຍສົ່ງໃຫ້ສະມາຊິກ 37.000 ຄົນ ຂອງກອງເລຂາສະຫະປະຊາຊາດ.

 “ ວິທີການສະກັດກັ້ນການຂາດດຸນ ” ຈະໄດ້ດຳເນີນໄປຢ່າງໄວວາເພື່ອຮັບປະກັນສິດຜົນປະໂຫຍດ ແລະ ເງິນເດືອນໃຫ້ປົກກະຕິ. ເພື່ອລຸດຜ່ອນລາຍຈ່າຍ, ທ່ານ Guterres ກ່າວວ່າ: ອາດຈະຫຼຸດຜ່ອນການພົບປະ ແລະ ກອງປະຊຸມອື່ນໆ ກໍຄື ການບໍລິການຕ່າງໆລົງ ພ້ອມກັນນັ້ນ ກໍຕ້ອງຈຳກັດການເຄື່ອນໄຫວຕ່າງປະເທດ ແລະ ການໃຊ້ພະລັງງານລົງ.

ຕົ້ນປີນີ້, Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກເພີ່ມການປະກອບສ່ວນໃຫ້ສະຫະປະຊາຊາດໃຫ້ຫຼາຍຂຶ້ນເພື່ອແກ້ໄຂບັນຫາການເງິນຂອງສະຫະປະຊາຊາດ ແຕ່ກໍຖືກປະຕິເສດ – ເຈົ້າໜ້າທີ່ສະຫະປະຊາຊາດຄົນໜຶ່ງໃຫ້ຊາບ.  ທ່ານ Guterres ຢໍ້າວ່າ: ຄວາມຮັບຜິດຊອບສຸດທ້າຍບັນຫາການເງິນຂອງສະຫະປະຊາຊາດ ແມ່ນຂຶ້ນຢູ່ກັບບັນດາປະເທດສະມາຊິກນັ້ນເອງ ”

ງົບປະມານໃຫ້ການເຄື່ອນໄຫວຂອງສະຫະປະຊາຊາດປະຈຳສົກ 2018 – 2019 ມີພຽງ 5,4 ຕື້ໂດລາ, ຍັງບໍ່ນັບງົບປະມານໃຫ້ການເຄື່ອນໄຫວຮັກສາສັນຕິພາບ, ໃນນັ້ນ ສະຫະລັດປະກອບສ່ວນ 22%.

( ເລຂາສະຫະປະຊາຊາດ Antonio Guterres). ພາບຈາກ: AFP.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ