ຫວຽດນາມ – ກຳປູເຈຍ ລົງນາມກັນສອງເອກະສານ ກ່ຽວກັບເສັ້ນຊາຍ ແດນ

ຮຽບຮຽງໂດຍ: ລູກເມືອງພວນ

ການນຳຂອງຫວຽດນາມ ແລະ ກຳປູເຈຍ ລົງນາມສົນທິສັນຍາ ແລະ ດຳລັດ ໃນຂະນະທີ່ທັງສອງປະເທດສາມາດປັກຫຼັກໝາຍຊາຍແດນໄດ້ພຽງ 84%.

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ນາຍົກ ກຳປູເຈຍ ຮຸນເຊັນ ຕອນເຊົ້າຂອງວັນທີ 6 ກັນຍາໄດ້ລົງນາມເອກະສານສອງສະບັບທາງກົດໝາຍທີ່ສຳຄັນຢູ່ທີ່ ຮ່າໂນ້ຍ, ຊຶ່ງລວມມີທັງສົນທິສັນຍາເພີ່ມເຕີມ ຕໍ່ສົນທະສັນຍາວ່າດ້ວຍການແບ່ງເສັ້ນຊາຍແດນລະຫ່ວາງຊາດໃນປີ 1985, ສົນທິສັນຍາເພີ່ມເຕີມປີ 2005ລະຫ່ວາງສອງປະເທດ ອັນທີ່ເອີ້ນວ່າ(ສົນທິສັນຍາເພີ່ມເຕີມ 2019) ແລະ ດຳລັດວ່າດ້ວຍການແບ່ງເສັ້ນຊາຍແດນທາງບົກລະຫ່ວາງຫວຽດນາມ ແລະ ກຳປູເຈຍ(ເອີ້ນວ່າ ດຳລັດ ປັກຫຼັກໝາຍ)

ເຫດການດັ່ງກ່າວເກີດຂຶ້ນໃນຂະນະທີ່ກອງປະຊຸມສະຫຼຸບວຽກງານແບ່ງເສັ້ນຊາຍແດນ ແລະ ປັກຫຼັກໝາຍທາງບົກ ຫວຽດນາມ – ກຳປູເຈຍ ໄລຍະ 2006​-​2019 ຢູ່ທີ່ ຮ່າໂນ້ຍ, ເນທື່ອງໃນໂອກາດການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງ ນາຍົກ ກຳປູເຈຍ ຮຸນເຊັນ.

ກະຊວງການຕ່າງປະເທດຂອງຫວຽດນາມໃຫ້ຮູ້ວ່າ: ນັບແຕ່ປີ 2006 ມາເຖິງປັດຈຸບັນ, ຫວຽດນາມ ແລະ ກຳປູເຈຍ ໄດ້ສຳເລັດການແບ່ງເສັ້ນຊາຍແດນມີຄວາມຍາວ 1.045 ກມ ແລ້ວ ແລະ ປັກຫຼັກໝາຍຊາຍແດນໄດ້ທັງໝົດ 2.047 ຢູ່ໃນ 1.553 ຈຸດ.

ນາຍົກລັດຖະມົນຕີທັງສອງປະເທດລ້ວນແຕ່ຕີລາຄາສູງຕໍ່ການລົງນາມເອກະສານຊາຍແດນໃນຄັ້ງນິີ້ວ່າ: ນີ້ແມ່ນຄວາມພະຍາຍາມຂອງສອງຝ່າຍ ທີ່ເຮັດໃຫ້ເສັ້ນຊາຍແດນຂອງສອງປະເທດການເປັນເສັ້ນຊາຍແດນແຫ່ງສັນຕິພາບ ແລະ ມິດຕະພາບ, ຮັບປະກັນໃຫ້ແກ່ການຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ແລະ ຄວາມໝັ້ນຄົງຂອງສອງຊາດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ