ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມ ການຮ່ວມມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC Troika)

ໃນວັນທີ 26-27 ກັນຍາ ຜ່ານມານີ້ ທ່ານສະເຫລີມໄຊກົມ ມະສິດ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດສາມຝ່າຍຂອງຂອບການຮ່ວມ ມືອາຊີຕາ ເວັນອອກແລະອາເມລິກາລາຕິນ (FEALAC Troika)ຄັ້ງທີ 4 ແລະກອງປະຊຸມລັດຖະມົນຕີຕ່າງປະເທດຂອງເວທີປຶກສາຫາລືຂອບການຮ່ວມມືແຫ່ງອາຊີ (ACD)ແລະທີ່ນິວຢອກ, ສ.ອາເມລິກາ.
ທ່ານສະເຫຼີມໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ຮັບ ກຽດເປັນປະທານຮ່ວມກັບລັດຖະມົນຕີກະຊວງການຕ່າງປະເທດສາທາລະນະລັດ ໂດມິນີກັນ ເພື່ອຊຸກຍູ້ການຮັດແໜ້ນການ ພົວພັນຮ່ວມມືລະຫວ່າງສອງພາກພື້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນແລະກ້າວເຂົ້າສູ່ລວງເລິກເພື່ອເປັນແຮງຊຸກຍູ້ໃຫ້ແກ່ການພັດທະນາໃນສອງພາກພື້ນຢ່າງມີປະສິດທິພາບແລະໄດ້ຮັບຜົນປະໂຫຍດສູງສຸດ. ໃນນັ້ນ, ບັນດາລັດຖະມົນຕີໄດ້ຮ່ວມກັນປຶກ ສາຫາລືແລະທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ຂອງຂອບການຮ່ວມມືຟີແລັກໄລຍະໜຶ່ງປີຜ່ານມາແລະການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດຟີແລັກຄັ້ງທີ 9 ທີ່ສາທາລະນະລັດໂດມິນິກັນ ໃນເດືອນພະຈິກ 2019ທີ່ຈະມາເຖິງນີ້.

ໃນໂອກາດນີ້, ທ່ານສະເຫຼີມໄຊກົມມະສິດ, ໄດ້ແຈ້ງຕໍ່ກອງປະຊຸມກ່ຽວກັບ ການສະເຫລີມສະຫລອງວັນຟີແລັກ (FEALAC Day) ຂອງສປປລາວ, ເຊິ່ງໃນນັ້ນລວມມີການເຜີຍແຜ່ອອກສານອວຍພອນຂອງທ່ານກ່ຽວກັບຂອບການຮ່ວມມືຟີແລັກໃນສື່ມວນຊົນໃນຕົ້ນເດືອນກັນຍາທີ່ຜ່ານມາ. ພ້ອມນັ້ນ, ສປປ ລາວ ກໍຍັງຈະຈັດສຳມະນາແລະກິດຈະກຳອື່ນໆເພື່ອເປັນການເຜີຍແຜ່ ວຽກງານ ຟີແລັກຕື່ມອີກ.
ພ້ອມດຽວກັນນີ້, ໃນວັນທີ 27 ກັນຍາ, ທ່ານ ສະເຫຼີມໄຊ ກົມມະ ສິດ, ກໍໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງເວທີປຶກສາຫາລືຂອບການຮ່ວມມືແຫ່ງ ອາຊີ (ACD), ໂດຍການເປັນປະທານຂອງທ່ານ Mevlut Cavusoglu, ລັດຖະມົນຕີຕ່າງປະເທດຕວັກກີ, ຊຶ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດສະມາຊິກເອຊີດີເຂົ້າຮ່ວມ. ກອງປະຊຸມ ACD ຄັ້ງນີ້ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆໃນປີ 2018-2019 ຜ່ານມາ, ພ້ອມທັງສະເໜີເອກະສານແນວຄວາມຄິດກ່ຽວກັບ ແນວທາງການຮ່ວມມືໃນຕໍ່ໜ້າ.
ພ້ອມນີ້, ກອງປະຊຸມຍັງໄດ້ຕີລາຄາຄືນກ່ຽວກັບຄວາມຄືບໜ້າການຈັດຕັ້ງ ປະຕິບັດ ວິໄສທັດຮອດປີ 2030 ແລະແຜນງານ (Blueprint) 2017-2021. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືແລະທາບທາມປະທານເອຊີດີສຳ ລັບສົກປີ 2020-2021 ຕໍ່ຈາກປະເທດຕັວກກີ. ໃນໂອກາດນີ້, ທ່ານລັດ ຖະມົນຕີ ກໍໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການມີສ່ວນຮ່ວມຂອງພາກເອກະຊົນໃນໂຄງການຮ່ວມມືຕ່າງໆດ້ວຍການເປີດກວ້າງທ່າແຮງການສົ່ງເສີມດ້ານການຄ້າ, ການລົງທຶນແລະການທ່ອງທ່ຽວ ໃນຂົງເຂດສະມາຊິກເອຊີດີ.

