51 ປີ ແຫ່ງການປະຕິບັດບົດບາດເປັນສາຍເລືອດຫຼໍ່ລ້ຽງເສດຖະກິດຂອງປະເທດ

ກ່ອນໜ້ານີ້ ຄື: ໃນວັນທີ 7 ຕຸລາ 1968; ສູນກາງແນວລາວຮັກຊາດໄດ້ປະກາດສ້າງຕັ້ງທະນາຄານປະເທດລາວຢ່າງເປັນທາງການທີ່ເມືອງວຽງໄຊແຂວງຫົວພັນ ແລະໄດ້ພິມຈຳໜ່າຍເງິນກີບປົດປ່ອຍອອກຈໍລະຈອນຮັບໃຊ້ພາລະກິດປະຕິວັດເປັນຄັ້ງທຳອິດໃນວັນທີ 12 ຕຸລາ 1968; ຈາກນັ້ນກໍ່ໄດ້ຄຸ້ມຄອງການພິມເງິນກີບປົດປ່ອຍ, ຄຸ້ມຄອງແລະຊີ້ນຳວຽກງານທະນາຄານເຂດປົດປ່ອຍ, ເປັນຄັງເງິນຮັບໃຊ້ການເບີກຈ່າຍເງິນເດືອນ, ເງິນບໍລິຫານໃຫ້ບັນດາສຳນັກງານອົງການອ້ອມຂ້າງສູນກາງແລະເຂດພິເສດ, ປະຕິບັດນະໂຍບາຍສິນເຊື່ອເພື່ອຂະຫຍາຍການຜະລິດແລະທັງເປັນການຕໍ່ສູ້ດ້ານເງິນຕາກັບຝ່າຍສັດຕູ; ມາເຖິງປີ1969-1970ໄດ້ຈັດຕັ້ງການນໍາເອົາເງິນກີບຂອງທະນາຄານປະເທດລາວປ່ຽນແທນເງິນກີບວຽງຈັນແລະເງິນກີບຄັງໄຂທີ່ຈໍລະຈອນໃນເຂດປົດປ່ອຍ; ຈາກນັ້ນເງິນກີບປົດປ່ອຍໄດ້ຫັນລົງສູ່ທ້ອງຖິ່ນທົ່ວເຂດປົດປ່ອຍ, ສ້າງສາຂາຢູ່ 9 ແຂວງພາກເໜືອແລະພາກກາງ; ຜ່ານການເຄື່ອນໄຫວດັ່ງກ່າວໄດ້ມີເງິນກີບປົດປ່ອຍຈໍລະຈອນຢ່າງເປັນເອກະລາດປະກອບສ່ວນເຂົ້າໃນໄຊຊະນະລວມຂອງພາລະກິດການປະຕິວັດຊາດ ປະຊາທິໄຕ.
ພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975; ພັກເຮົາໄດ້ວາງ 2 ໜ້າທີ່ຍຸດທະສາດ ຊຶ່ງໃນໄລຍະນີ້, ທະນາຄານປະເທດລາວໄດ້ຍ້າຍຈາກເມືອງວຽງໄຊ ມາສູ່ນະຄອນຫຼວງວຽງຈັນ ໂດຍໂຮມເອົາທະນາຄານຂອງຝ່າຍວຽງຈັນຈຳນວນໜຶ່ງ ແລ້ວປ່ຽນຊື່ທະເປັນ “ທະນາຄານແຫ່ງຊາດລາວ”ແລະມີການປະຕິຮູບລະບອບເງິນຕາດ້ວຍການປ່ຽນເງິນກີບວຽງຈັນເອົາເງິນກີບປົດປ່ອຍໃນເດືອນມິຖຸນາ 1976 ເພື່ອນຳໃຊ້ເງິນກີບປົດປ່ອຍສະກຸນດຽວຢ່າງເປັນເອກະພາບໃນທົ່ວປະເທດ; ພ້ອມນີ້, ຍັງໄດ້ປັບປຸງ ແລະຂະຫຍາຍສາຂາໃນທົ່ວປະເທດເປັນການຮັບໃຊ້ນະໂຍບາຍຂອງພັກ-ລັດໃນການພັດທະນາເສດຖະກິດ, ສ້າງແລະບູລະນະລະບອບປະຊາທິປະໄຕປະຊາຊົນ ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດຫຼັງສົງຄາມ, ຊຸກຍູ້ສົ່ງເສີມການຜະລິດກະສິກຳ, ອຸດສະຫະກຳ, ການຄ້າ, ການຄຸ້ມຄອງການຈໍລະຈອນເງິນຕາເພື່ອຮັກສາສະເຖຍລະພາບທາງດ້ານລາຄາແລະຄຸນຄ່າຂອງເງິນກີບ.
ໃນເດືອນທັນວາ 1979, ສູນກາງພັກແລະລັດຖະບານຕົກລົງປະຕິຮູບເງິນຕາຊຶ່ງໄດ້ພິມ ແລະຈຳໜ່າຍເງິນກີບທະນາຄານອອກຈໍລະຈອນປ່ຽນແທນເງິນກີບປົດປ່ອຍ; ມາຮອດເດືອນສິງຫາ 1981, ສະພາປະຊາຊົນສູງສຸດໄດ້ຮັບຮອງເອົາກົດໝາຍວ່າດ້ວຍສິດຜູກຂາດກ່ຽວກັບວຽກງານທະນາຄານແລະປ່ຽນຊື່ເປັນ“ທະນາຄານແຫ່ງລັດ”ໂດຍສືບຕໍ່ເຄື່ອນໄຫວຕາມລະບົບທະນາຄານຂັ້ນດຽວຕາມກົນໄກລະບອບບໍລິຫານເກື້ອກຸນເປັນເອກະພາບແຕ່ສູນກາງລົງຮອດທ້ອງຖິ່ນ, ປະຕິບັດບົດບາດຄຸ້ມຄອງມະຫາພາກ ແລະ ຈຸລະພາກໄປນຳກັນ.
ໂດຍປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຮົາໃນປີ 1986 ໄດ້ກາຍເປັນຂີດໝາຍແຫ່ງການຫັນປ່ຽນໃໝ່ທາງດ້ານເສດຖະກິດຢ່າງເລິກເຊິ່ງຂອງປະເທດເຮົາ; ສະພາລັດຖະມົນຕີໄດ້ມີມະຕິຕົກລົງວ່າດ້ວຍການຫັນລະບົບທະນາຄານໄປສູ່ກົນໄກໄລ່ລຽງເສດຖະກິດໃນເດືອນມີນາ 1988;ພິເສດ ໃນກອງປະຊຸມທະນາຄານທົ່ວປະເທດຄັ້ງທີ I ໃນວັນທີ 22 ກໍລະກົດ 1989 ທ່ານໄກສອນພົມວິຫານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານສະພາລັດຖະມົນຕີໄດ້ມີຄຳເຫັນວ່າ: “…..ທະນາຄານເປັນສິ່ງຄ້ຳຊູຍູ້ໜູນເສດຖະກິດສິນຄ້າ ….ການຂະຫຍາຍລະບົບທະນາຄານເຂັ້ມແຂງພຽງພໍ ເພື່ອສ້າງທ່ວງທ່າໃຫ້ແກ່ການຫັນປ່ຽນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າແມ່ນຄວາມຈຳເປັນພາວະວິໄສສຳລັບພາລະກິດກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ”;ພ້ອມນັ້ນ, ຍັງຮັບຮອງເອົາແຜນການປະຕິຮູບລະບົບທະນາຄານຈາກລະບົບທະນາຄານຂັ້ນດຽວມາເປັນລະບົບທະນາຄານສອງຂັ້ນໂດຍແຍກບົດບາດຢ່າງຈະແຈ້ງລະຫວ່າງທະນາຄານກາງກັບທະນາຄານທຸລະກິດ.
ໂດຍປະຕິບັດຕາມທິດຊີ້ນຳດັ່ງກ່າວ,ທະນາຄານໄດ້ມີການປັງປຸງກົງຈັກການເຄື່ອນໄຫວຄືນໃໝ່ໂດຍໄດ້ປ່ຽນຊື່ເປັນ“ທະນາຄານແຫ່ງ ສປປ ລາວ”(ທຫລ) ຊຶ່ງເປັນທະນາຄານກາງຂອງປະເທດເຮັດໜ້າທີ່ຄຸ້ມຄອງມະຫາພາກທາງດ້ານເງິນຕາ;ສ່ວນສາຂາຂອງທະນາຄານແຫ່ງລັດຢູ່ທ້ອງຖິ່ນໃນເມື່ອກ່ອນມີ 19 ສາຂາໃນທົ່ວປະເທດໄດ້ຫັນມາເປັນທະນາຄານທຸລະກິດລັດ 7 ແຫ່ງ ທີ່ມີສຳນັກງານຕັ້ງຢູ່ພາກຕ່າງໆຂອງປະເທດ ເຮັດບົດບາດຈຸລະພາກເຄື່ອນໄຫວໄລ່ລຽງທຸລະກິດ.
ຈາກນັ້ນມາ, ຂະແໜງທະນາຄານໄດ້ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່ທາງດ້ານເສດຖະກິດ; ສະພາປະຊາຊົນສູງສຸດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການສ້າງຕັ້ງ ທຫລໃນເດືອນກໍລະກົດ 1990 ເຊິ່ງກຳນົດພາລະບົດບາດແລະໜ້າທີ່ການເຄື່ອນໄຫວຂອງ ທຫລ ໃນການຄຸ້ມຄອງມະຫາພາກດ້ານເງິນຕາ, ຮັກສາສະເຖຍລະພາບຄ່າເງິນກີບໃຫ້ໝັ້ນທ່ຽງທັງຕໍ່ພາຍໃນ ແລະສາກົນ; ຕໍ່ມານາຍົກລັດຖະມົນຕີໄດ້ອອກດຳລັດວ່າດ້ວຍການຄຸ້ມຄອງການເຄືີ່ອນໄຫວທະນາຄານທຸລະກິດແລະສະຖາບັນການເງິນອື່ນໆໃນເດືອນມັງກອນປີ 1992, ຈາກນັ້ນໄດ້ຍົກຂຶ້ນມາເປັນລັດຖະບັນຍັດວ່າດ້ວຍທະນາຄານທຸລະກິດໃນປີ 2000 ແລະເປັນກົດໝາຍວ່າດ້ວຍທະນາຄານທຸລະກິດທ້າຍປີ 2006; ຈາກນັ້ນມາເຖິງປັດຈຸບັນ, ທຫລ ໄດ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ແລະທັນສະໄໝເປັນກ້າວໆທາງດ້ານປະລິມານ ແລະຄຸນນະພາບ ຕອບສະໜອງກັບແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ແລະການເຊື່ອມໂຍງສູ່ພາກພື້ນ ແລະສາກົນຢ່າງບໍ່ຢຸດຢັ້ງ ເປັນຕົ້ນໄດ້ມີການປັບປຸງເຄື່ອງມື, ກົນໄກແລະນະໂຍບາຍທາງດ້ານນະໂຍບາຍເງິນຕາ, ອັດຕາແລກປ່ຽນ-ອັດຕາດອກເບ້ຍ, ພັດທະນາພື້ນຖານດ້ານນິຕິກຳທີ່ສຳຄັນຫຼາຍຢ່າງ, ພັດທະນາລະບົບພື້ນຖານໂຄງລ່າງທາງດ້ານການເງິນທີ່ເປັນລະບົບຄົບຊຸດ, ຕິດຕາມ ກວດກາ ຄຸ້ມຄອງລະບົບທະນາຄານ ແລະສະຖາບັນການເງິນ; ພັດທະນາວຽກງານຕະຫຼາດທຶນ-ຕະຫຼາດຫຼັກຊັບ,ວຽກງານບັນຊີ ແລະຊຳລະສະສາງ;ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານຢ່າງຕັ້ງໜ້າເພື່ອຮັບປະກັນໜ້າທີ່ການເມືອງຂອງຕົນ ແລະຕັ້ງໜ້າເສີມຂະຫຍາຍການຮ່ວມມືກັບສາກົນ.
ໃນວັນສ້າງຕັ້ງ ທຫລ ຄົບຮອບ 50 ປີ, ທ່ານທອງລຸນສີສຸລິດນາຍົກລັດຖະມົນຕີໄດ້ເນັ້ນບາງຕອນວ່າ: … ຕ້ອງເຂັ້ມງວດໃນການປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນໃນຖານະເປັນຜູ້ຄຸ້ມຄອງມະຫາພາກດ້ານເງິນຕາ, ເອົາໃຈໃສ່ປະຕິບັດ 8 ມາດຕະການໃນການຊຸກຍູ້ການເຕີບໂຕຂອງເສດຖະກິດທີ່ລັດຖະບານວາງອອກ ໂດຍສະເພາະມາດຕະການທີ່ພົວພັນໂດຍກົງກັບການຮັກສາສະເຖຍລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ສະກັດກັ້ນໄພເງິນເຟີ້, ປັບປຸງນະໂຍບາຍເງິນຕາ, ຄວບຄຸມປະລິມານເງິນ M2ໃຫ້ຢູ່ໃນກອບທີ່ກຳນົດໄວ້ ແລະວຽກງານອື່ນໆຕາມພາລະບົດບາດ.ຄຸ້ມຄອງການເຄື່ອນໄຫວຂອງບັນດາທະນາຄານທຸລະກິດໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງສາມາດປະຕິບັດບົດບາດເປັນສາຍເລືອດຫຼໍ່ລ້ຽງເສດຖະກິດຂອງປະເທດ; ສິ່ງສຳຄັນຕ້ອງຄຸ້ມຄອງສິນເຊື່ອໃຫ້ຮັດກຸມ ບໍ່ໃຫ້ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນສູງເກີນໄປ;ຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃຫ້ດີ, ບໍ່ໃຫ້ເກີດມີບັນຫາການຂາດສະພາບຄ່ອງ, ຂາດຄວາມເຊື່ອຖືຂອງສັງຄົມ. ພ້ອມນີ້, ກໍ່ພັດທະນາຕະຫຼາດທຶນ ແລະຊຸກຍູ້ຕະຫຼາດຫຼັກຊັບລາວໃຫ້ຂະຫຍາຍຕົວ; ສືບຕໍ່ຫັນເປັນທັນສະໄໝລະບົບການຊໍາລະສະສາງຂອງທະນາຄານ; ແກ້ໄຂອຸປະສັກຂອດອັດຕັນອື່ນໆໃນຂະແໜງທະນາຄານ ເພື່ອສ້າງທ່ວງທ່າໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຕາມຄາດໝາຍທີ່ກຳນົດໄວ້ໃຫ້ທັນກັບເວລາ ແລະສອດຄ່ອງກັບສະພາບການຕົວຈິງ….
ຜ່ານຂະບວນວິວັດແຫ່ງການເຄື່ອນໄຫວກໍ່ສ້າງ, ປັບປຸງ ແລະພັດທະນາຂະແໜງທະນາຄານໃນຕະຫຼອດ 51 ປີຜ່ານມາ ສາມາດຈັດຕັ້ງປະຕິບັດບັນດາແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງຂອງພັກ-ລັດຖະບານ ກໍ່ຄືມະຕິກອງປະຊຸມໃຫຍ່ຂອງຕົນແຕ່ລະໄລຍະ ແລະມີຜົນສໍາເລັດໃນຫຼາຍດ້ານໂດຍນັບແຕ່ມີນະໂຍບາຍປ່ຽນແປງໃໝ່ຂອງພັກ ອັນໄດ້ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວດີ ແລະຄຽງຄູ່ກັນນັ້ນ ລະບົບທະນາຄານ ແລະຕະຫຼາດທຶນໄດ້ຮັບການພັດທະນາໃຫ້ມີບາດກ້າວດີຂຶ້ນເລື້ອຍໆຊຶ່ງກ່ອນອື່ນໝົດກໍ່ຍ້ອນໄດ້ຮັບການຊີ້ນຳ-ນໍາພາຢ່າງໃກ້ສິດຈາກພັກ ແລະລັດຖະບານ; ດ້ວຍການຮ່ວມມືປະສານງານທີ່ດີ ແລະຮັບການສະໜັບສະໜູນຈາກບັນດາຂະແໜງການ ແລະທ້ອງຖິ່ນ; ດ້ວຍຄວາມເອົາໃຈໃສ່ໃນການຊີ້ນຳ-ນຳພາຂອງຄະນະນຳແຕ່ລະຂັ້ນແລະຄວາມບຸກບືນຫ້າວຫັນຂອງບັນດາພະນັກງານທະນາຄານໃນທົ່ວຂະແໜງທະນາຄານ ໂດຍສະເພາະ ທຫລ; ພັກແລະລັດຖະບານ ໄດ້ຕົກລົງປະດັບຫຼຽນໄຊອິດສະຫຼະຊັ້ນ I, ຫຼຽນໄຊແລະຫຼຽນກາ-ໃບຍ້ອງຍໍຂັ້ນຕ່າງໆໃຫ້ແກ່ກົມກອງ ແລະບຸກຄົນຂອງຂະແໜງການທະນາຄານ ແລະ ທຫລຢ່າງສົມກຽດ.
# ໂດຍ: ຣັດສະໝີ ດວງສັດຈະ.

