ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ

ອີງຕາມແຫຼ່ງຂ່າວຈາກຕ່າງປະເທດໃນຕອນເຊົ້າວັນທີ
3 ຕຸລານີ້ໃຫ້ຮູ້ວ່າ: ກ່ອນໜ້ານີ້
ທາງການຂອງລັດຖະບານຫວຽດນາມໄດ້ອອກແຈ້ງການເຕືອນປະຊາຊົນໃຫ້ຫຼີກລ່ຽງ
ເຮັດກິດຈະກຳໃນກາງແຈ້ງ
ເນື່ອງຈາກດັດສະນີສະພາບອາກາດຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ
ແຕ່ສອງສາມວັນຜ່ານມານີ້ ຍັງມີປະຊາຊົນຈຳນວນບໍ່ໜ້ອຍອອກມາເຮັດກິດຈະກຳໃນກາງແຈ້ງ ແລະ
ສ່ວນໃຫ່ຍບໍ່ໄດ້ໃສ່ໜ້າກາກອະນາໄມປ້ອງກັນຄວັນພິດ. ຂະນະນີ້
ຢູ່ສອງເມືອງໃຫ່ຍຂອງຫວຽດນາມເຊັ່ນ: ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຝຸ່ນລະອອງ MP 2.5 ທີ່ເປັນອັນຕະລາຍຕໍ່ສຸຂະພາບໄດ້ເພີ່ມຂຶ້ນເລື້ອຍໆ
ຕັ້ງແຕ່ເດືອນທີ່ແລ້ວເປັນຕົ້ນມາ. ລັດຖະບານ ກ່າງວ່າສາເຫດພາໃຫ້ເກີດພາວະອາກາດເປັນິດແມ່ນເນື່ອງມາຈາກການເຜົາປ່າ
ແລະ ຂີ້ເຫຍື້ອຂອງປະຊາຊົນຫຼັງເກັບກ່ຽວເພື່ອຕຽມການຜະລິດຄັ້ງໃໝ່
ລວມທັງການຈູດຖ່ານຫີນທີ່ຍັງໃຊ້ກັນຢ່າງແຜ່ຫຼາຍສຳລັບການຜະລິດກະແສໄຟຟ້າໃນປະເທດ.


