ລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມຊີ້ແຈງຕື່ມກ່ຽວກັບການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ.

ໃນວັນທີ 1 ຕຸລານີ້, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ໃຫ້ສໍາພາດສື່ມວນຊົນເພື່ອຊີ້ແຈງຕື່ມກ່ຽວກັບການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ວ່າ: ສະພາບນໍ້າຖ້ວມຄັ້ງນີ້ແມ່ນໜັກໜ່ວງຫລາຍ, ເຊິ່ງມີ 58 ເມືອງ, 1.794 ບ້ານ, 178.361 ຄອບຄົວ, 662.950 ກວ່າຄົນ ໄດ້ຮັບຜົນກະທົບ, ໃນນີ້ມີຜູ້ສູນຫາຍ 7 ຄົນ ແລະ ເສຍຊີວິດ 22 ຄົນ. ນອກນີ້, ຍັງມີເນື້ອທີ່ການຜະລິດ, ສັດລ້ຽງ, ຊົນລະປະທານ, ຂົວ, ເສັ້ນທາງ, ລະບົບພື້ນຖານໂຄງລ່າງຕ່າງໆ, ໂຮງຮຽນ, ໂຮງໝໍ, ສຸກສາລາ ແລະ ຊັບສີນອື່ນໆ ເປ່ເພເສຍຫາຍເປັນຈໍານວນຫລາຍ. ຕໍ່ສະພາບດັ່ງກ່າວ, ລັດຖະບານ ກໍຄືຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ປະສານສົມທົບຢ່າງໃກ້ຊິດກັບບັນດາແຂວງທີ່ຖືກກະທົບເພື່ອບັນເທົາທຸກສຸກເສີນຮີບດ່ວນ, ໂດຍສະເພາະ
ສົມທົບກັບກອງທັບນໍາໃຊ້ພາຫະນະ, ເຮືອບິນ, ເຮືອ ແລະ ອຸປະກອນເຄື່ອງມືຕ່າງໆໄປຊ່ວຍເຫລືອຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍໄປຢູ່ບ່ອນປອດໄພ, ພ້ອມທັງຮີບຮ້ອນສະໜອງເຕັ້ນແບບຄອບຄົວຈໍານວນ 220 ຊຸດ, ເຄື່ອງໃຊ້ຄົວເຮືອນ 1.500 ກວ່າຊຸດ, ເຄື່ອງອຸປະໂພກ-ບໍລິໂພກ ຈາກພາກສ່ວນຕ່າງໆ ລວມເຖິງເຄື່ອງຊ່ວຍເຫລືອຈາກສູນມະນຸດສະທໍາອາຊຽນ ກໍໄກ້ໄປແຈກຢາຍໃຫ້ຜູ້ປະສົບໄພທັນທີໂດຍບໍ່ໄດ້ເກັບມ້ຽນໄວ້ແຕ່ຢ່າງໃດ. ນອກນີ້, ລັດຖະບານໄດ້ອະນຸມັດເງິນເບື້ອງຕົ້ນ 5 ຕື້ກີບໃຫ້ບັນດາແຂວງທີ່ຖືກກະທົບ ແລະ ມອບເງິນບ້ວງກອງທຶນແຮນໍ້າມັນສຸກເສີນ 450 ລ້ານກີບໃຫ້ບັນດາແຂວງເພື່ອນໍາໃຊ້ເຂົ້າໃນການບໍລິຫານຂົນສົ່ງເຄື່ອງຊ່ວຍເຫລືອບັນເທົາທຸກໄປໃຫ້ຜູ້ປະສົບໄພ ແລະ ແຈກຢາຍເຂົ້າຈາກກອງທຶນເພື່ອນຮ່ວມງານ 1.676 ໂຕນ,ເຂົ້າຈາກຄັງສະສົມຂອງລັດຈໍານວນ 2.421 ກວ່າໂຕນ, ເຂົ້າອາຊຽນ+3 ຈໍານວນ 1.500 ໂຕນ ແລະ ເຂົ້າບໍລິຈາກຂອງແຂວງຊຽງຂວາງອີກ 20 ໂຕນ. ພ້ອມນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ອອກແຈ້ງການລະດົມບໍລິຈາກນໍາສັງຄົມຜ່ານສື່ມວນຊົນຕ່າງໆແຕ່ວັນທີ 7-23 ກັນຍາ 2019 ໄດ້ເງິນບໍລິຈາກ 10,5 ຕື້ກວ່າກີບ, 511 ພັນກວ່າໂດລາສະຫະລັດ ແລະ 125 ພັນບາດ (ສະກນເງິນໄທ).
ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ໄດ້ມອບໝາຍໃຫ້ກົມສັງຄົມສົງເຄາະສົມທົບກັບບັນດາຂະແໜງການກ່ຽວຂ້ອງຕ່າງໆ ໂດຍໄດ້ຮັບການສະໜັບສະໜູນຈາກສູນປະສານງານຊ່ວຍເຫລືອມະນຸດສະທໍາອາຊຽນ ໄດ້ສ້າງເຄື່ອງມືປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການໃນການຟື້ນຟູໄລຍະສັ້ນ, ກາງ ແລະ ຍາວ, ໂດຍມີບັນດາກະຊວງ, ອົງການຈັດຕັ້ງສາກົນເຂົ້າຮ່ວມເປັນຄະນະສະເພາະກິດລົງປະເມີນຜົນໃນ 6 ແຂວງ, ຊຶ່ງໄດ້ເລີ່ມປະຕິບັດມາແຕ່ທ້າຍເດືອນກັນຍາຫາຕົ້ນເດືອນຕຸລາ ເພື່ອເອົາຂໍ້ມູນຜົນເສຍຫາຍທີ່ຊັດເຈນຕົວຈິງມາເປັນບ່ອນອີງໃນການວາງແຜນຊ່ວຍເຫລືອ ແລະ ຟື້ນຟູຄືນຫລັງໄພພິບັດໃຫ້ມີປະສິດທິຜົນ.

