ລາວ ແລະ ສາກົນຫາລືແຜນການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ.

ກອງປະຊຸມແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ປີ 2019 ໄດ້ຈັດຂຶ້ນໃນວັນທີ 30 ກັນຍານີ້ຢູ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະທານຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ, ມີທ່ານ ລິຄາດາ ຣິກເຈີ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ, ທ່ານນາງ ເຣນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ, ພ້ອມດ້ວຍທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ປຶກສາຫາລືຫລາຍບັນຫາເພື່ອເປັນທິດທາງແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວໃນຕໍ່ໜ້າ ເປັນຕົ້ນ: ການປະສານງານລະຫວ່າງຫ້ອງການ ຄຊກລ ແລະ ຄກລ, ການປະຕິບັດຄໍາແນະນໍາຂອງກອງປະຊຸມໂຕະມົນປີ 2019, ການປະຕິບັດວຽກງານແກ້ໄຂ ລບຕ ປີ 2019 ແລະ ແຜນວຽກຈຸດສຸມໃນປີ 2020, ຜົນໄດ້ຮັບຂອງກອງປະຊຸມກຸ່ມວິຊາການວຽກງານຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ວຽກງານໂຄສະນາສຶກສາຄວາມສ່ຽງ, ວຽກສໍາຫລວດ-ກວດກູ້ ແລະ ຄຸ້ມຄອງຂໍ້ມູນ ລບຕ, ການແກ້ໄຂລະເບີດຝັງດິນທີ່ພົບເຫັນຢູ່ແຂວງສະຫວັນນະເຂດ, ການລະດົມທຶນເຂົ້າໃນວຽກງານແກ້ໄຂ ລບຕ ແລະ ການຕໍ່ອາຍຸສົນທິສັນຍາຕ້ານລະເບີດລູກຫວ່ານຂອງ ສປປ ລາວ.
ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຄໍາເຫັນວ່າ: ວຽກງານເກັບກູ້ລະເບີດບໍ່ທັນແຕກ, ເປັນວຽກໜຶ່ງທີ່ລັດຖະບານລາວ ໄດ້ເອົາໃຈໃສ່ຕະຫລອດມາ, ໂດຍໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຈາກບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ແລະ ໃນໄລຍະ 1 ປີຜ່ານມາ, ວຽກງານດັ່ງກ່າວກໍມີຜົນສໍາເລັດຫລາຍດ້ານ, ໂດຍສະເພາະການສໍາຫລວດ-ກວດກູ້ປະຕິບັດໄດ້ປະມານ 11.000 ເຮັກຕາ, ໃນນີ້ 6.630 ກວ່າເຮັກຕາແມ່ນເນື້ອທີ່ກະສິກໍາ. ສາມາດທໍາລາຍລະເບີດປະເພດຕ່າງໆທັງໝົດ 162.650 ກວ່າໜ່ວຍ. ຂະນະດຽວກັນກໍມີອຸປະຕິເຫດຈາກ ລບຕ ເກີດຂຶ້ນ 22 ຄັ້ງ, ມີຜູ້ຖືກເຄາະຮ້າຍ 31 ຄົນ ແລະ ເສຍຊີວິດ 5 ຄົນ ແລະ ໃນຕໍ່ໜ້ານີ້ ວຽກງານດັ່ງກ່າວຍັງມີສິ່ງທ້າທາຍຫລາຍອັນທີ່ຈະຕ້ອງໄດ້ເອົາໃຈໃສ່ສູ້ຊົນປະຕິບັດ ເພື່ອໃຫ້ບັນລຸຄາດໝາຍແຜນການ ແລະ ຄາດໝາຍ ເອັສດີຈີ 18 ໃນດ້ານການຊ່ວຍເຫລືອຜູ້ລອດຊີວິດ, ການສໍາຫລວດ ແລະ ກວດກູ້ ລບຕ ທີ່ຍັງຕົກຄ້າງຢູ່ ສປປ ລາວ.

