ເພີ່ມທະວີມາດຕະການເລັ່ງດ່ວນແກ້ໄຂໄພພິບັດໃຫ້ມີປະສິດທິຜົນ

ເພື່ອຜັນຂະຫຍາຍຜົນຂອງກອງປະຊຸມຮີບດ່ວນຂອງລັດຖະບານກ່ຽວກັບການຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພພິບັດເມື່ອບໍ່ດົນມານີ້ໃຫ້ມີປະສິດທິຜົນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈຶ່ງໄດ້ອອກແຈ້ງການໃຫ້ບັນດາກະຊວງ-ອົງການສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ປະຕິບັດມາດຕະການແກ້ໄຂເລັ່ງດ່ວນຄື: ໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດລະດັບຊາດ ສືບຕໍ່ສົມທົບກັບບັນດາຂະແໜງການ ແລະ ທ້ອງຖິ່ນ ສຸມທຸກກໍາລັງແຮງ ແລະ ງົບປະມານ ເຂົ້າໃນການແກ້ໄຂສະພາບໄພພິບັດໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ, ສືບຕໍ່ໃຫ້ການຊ່ວຍເຫລືອສົງເຄາະ, ຈັດສັນເຄື່ອງອຸປະໂພກ-ບໍລິໂພກເປັນຕົ້ນ: ອາຫານ, ເຂົ້າກິນ, ນໍ້າດື່ມ, ນໍ້າໃຊ້, ຢາປົວພະຍາດ, ການປິ່ນປົວສຸຂະພາບ, ການປ້ອງກັນພະຍາດສັດ, ການຮັກສາຄວາມສະຫງົບປອດໄພ ແລະ ອື່ນໆ.

ສືບຕໍ່ນໍາໃຊ້ກໍາລັງແຮງທົ່ວສັງຄົມ ເຊັ່ນ: ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ, ຊາວໜຸ່ມ, ແມ່ຍິງ, ອາສາສະໝັກ, ນັກທຸລະກິດ ແລະ ປະຊາຊົນ ເພື່ອເຮັດອະນາໄມເຮືອນຊານ, ສໍານັກງານອົງການຕ່າງໆ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ເສັ້ນທາງ ແລະ ອື່ນໆ ເພື່ອໃຫ້ກັບສູ່ສະພາບປົກກະຕິ ແລະ ສາມາດນໍາໃຊ້ໄດ້ໂດຍໄວ.
ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສືບຕໍ່ເຝົ້າລະວັງສະພາບອາກາດ ແລະ ແຈ້ງເຕືອນໄພລ່ວງໜ້າໃຫ້ວ່ອງໄວ ແລະ ທັນການ ເພື່ອໃຫ້ປະຊາຊົນມີຄວາມກຽມພ້ອມ ແນໃສ່ຫລຸດຜ່ອນຜົນກະທົບ ແລະ ຄວາມເສຍຫາຍທີ່ຈະຕາມມາ.
ພ້ອມທັງເຫັນດີໃຫ້ຈັດຕັ້ງການປຸກລະດົມຊ່ວຍເຫລືອ ແລະ ບໍລິຈາກດ້ວຍຄວາມສະໝັກໃຈຈາກທຸກພາກສ່ວນໃນສັງຄົມ, ອົງການຈັດຕັ້ງຂອງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ, ພາກເອກະຊົນ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນທຶນຮອນໄປຊ່ວຍເຫລືອ ແລະ ບັນເທົາທຸກໃຫ້ປະຊາຊົນທີ່ຖືກເສຍຫາຍຈາກໄພທໍາມະຊາດຄັ້ງນີ້ ແລະ ມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນເຈົ້າການຊີ້ນໍາບັນດາສື່ມວນຊົນຕ່າງໆຕິດຕາມ ແລະ ອອກຂ່າວ ຄວາມຄືບໜ້າໃນການຟື້ນຟູ ແລະ ແກ້ໄຂໄພພິບັດຂອງຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນຢ່າງໃກ້ຊິດ ເພື່ອນໍາສະເໜີຂ່າວດ້ວຍຫລາຍຮູບການ ແລະ ຫລາຍຊ່ອງທາງ ແນໃສ່ເຮັດໃຫ້ສັງຄົມໄດ້ຮັບຊາບຢ່າງກວ້າງຂວາງ, ທັງເປັນການຕີຖອຍການປ່ອຍຂ່າວທີ່ເປັນການບິດເບືອນຄວາມຈິງ ແລະ ໃສ່ຮ້າຍປ້າຍສີທີ່ເປັນການຕ້ານຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.


