ຍຸກ “ວິນວິນ” ຕ່າງຄົນຕ່າງໄດ້

ໂດຍ: ຈານແຫຍ່
ຂ່າວໃຫຍ່ກ້ອງໄກໃນວົງການບັນເທີງໃຕ້ຟ້າເມືອງລາວໃນປີ 2018 ຄົງບໍ່ມົ້ມເລື່ອງນັກຮ້ອງຍິງຮູບງາມໜ້າມົນໃບໂພຊື່ ແພັດ ເພັດດາວອນ ຄຳມະນີວົງ ທີ່ສາມາດເອົາຊະນະໃນເວທີດວນເພງທີ່ປະເທດໄທ, ຄວ້າເງິນເຂົ້າຖົງໄດ້ເຖິງ 1 ລ້ານບາດເທົ່າກັບ 265 ລ້ານກີບໃນເວລານັ້ນ ແລະ ເງິນດັ່ງກ່າວກໍໄດ້ແປຮູບເປັນເຮືອນໃນຝັນມອບໃຫ້ຜູ້ເປັນພໍ່ແມ່, ນີ້ລະເພິ່ນວ່າບໍ່ພຽງແຕ່ຮູບງາມນາມຄ່ອງສຽງຮ້ອງມົນສະເໜ່ ແຕ່ຍັງເປັນລູກກະຕັນຍູ ອີກດ້ວຍ! ຈານແຫຍ່ເອງ ກໍໄດ້ຕິດຕາມບັ້ນດວນເພງຄັ້ງນີ້ເຖິງຈະບໍ່ສົດໆ (ຜ່ານຢູທູບ) ແຕ່ກໍສ່ຳກັບໄດ້ເອົາຄາງກ່າຍຮ້ານຊົມລາຍການເປັນໆ.
ນັກຮ້ອງ ແພັດ ສາມາດຜ່ານໄດ້ບັ້ນທົດສອບເຖິງ 21 ຍົກ ໂດຍບໍ່ມີອາການອິດເມື່ອຍ ບໍ່ຮູ້ເອົາເຫື່ອເອົາແຮງມາແຕ່ຊິໃດ໋! ບັ້ນຊິງແຊ້ມທີ່ຕ້ອງໄດ້ຮ້ອງເພງໄທເປັນພາສາໄທໃຫ້ຖືກຈັງຫວະທຳນອງ ແລະ ການອອກສຽງສຳນຽງພາສາ ໃຜວ່າມັນງ່າຍ ເຖິງວ່າພາສາໄທ-ລາວ ຈະຄ້າຍຄຽງກັນກໍຕາມ ແຕ່ ແພັດ ຂອງພວກເຮົາເຮັດໄດ້ຊິບໍ່ໃຫ້ຍົກໂປ້ແຖມກ້ອຍໃຫ້ໄດ້ແນວໃດ.
ບັ້ນພະເດັດເສິກສຽງເພງຂອງແພັດກັບຄູ່ແຂ່ງທີ່ໜ້າຢ້ານກົວທັງເປັນເຈົ້າຂອງພາສາຄັ້ງນີ້ ໄດ້ນຳເອົາຄວາມພູມໃຈມາສູ່ຄົນລາວ, ສັງຄົມລາວຢ່າງກວ້າງຂວາງ,ເຊິ່ງພາໃຫ້ມີສັດທາຕໍ່ຄຳເວົ້າທີ່ວ່າ “ລາວ… ນ້ອຍໝາກພິກຂີ້ໜູ” ແທ້ໆ.
ຄຽງຄູ່ກັບຄວາມພູມໃຈ ຈານແຫຍ່ກໍຄິດເກີນໄປກວ່ານັ້ນວ່າ ຖ້າເປັນບ້ານເຮົາໝັ່ນຈັດເວທີປະຊັນສຽງເພງກັນຖີ່ກວ່າເກົ່າ ບວກກັບມີຄ່າເມື່ອຍເປັນກອບເປັນກຳກວ່າເກົ່າ ຄືຈະເປັນການດີບໍ່ໜ້ອຍ, ເພາະໃນປັດຈຸບັນນີ້ຄົນເຮົາສົນໃຈເລື່ອງຫັນ “ວິຊາສະເພາະ” ໃຫ້ເປັນ “ວິຊາກະເພາະ” ຄືຕ້ອງສາມາດມີລາຍໄດ້ພໍລ້ຽງປາກລ້ຽງທ້ອງໄດ້.
ແລ້ວມາໃນປີນີ້, ທາງບໍລິສັດເບຍ-ນ້ຳຫວານລາວ ກໍຈັດການເສັງເພງດ້ວຍລາງວັນເມື່ອລວມເຂົ້າກັນແລ້ວສູງເຖິງ 100 ລ້ານພຸ້ນ!
ຈານແຫຍ່ວ່າ ນັກຮ້ອງ ແພັດ ຂອງພວກເຮົາເກ່ງທີ່ສາມາດບວກພອນສະຫວັນກັບພອນສະແຫວງໃນການຮ້ອງເພງຈົນເຖິງຝັ່ງຝັນ ແລະ ທາງເບື້ອງປະເທດເຈົ້າພາບ
(ໄທ) ເອງກໍມີຜົນກຳໄລທີ່ມີນັກຮ້ອງຕ່າງປະເທດຂັ້ນອິນເຕີຮ້ອງເພງໄທ ໄດ້ເປັນເລີດ ຖ້າເວົ້າໃນແງ່ໂຄສະນາ ຄຸນຄ່າດ້ານວັດທະນະທຳສຽງຮ້ອງທຳນອງເພງແລ້ວ, ເຈົ້າພາບໄດ້ກຳໄລເກີນຄາດ! ກໍແນວນີ້ລະ ຈຶ່ງຈະຢູ່ນຳກັນລອດທ່ານຜູ້ອ່ານວ່າບໍ່? ໃນບົດນີ້ ຈານແຫຍ່ ຢາກສະຫລຸບອອກມາວ່າ: ໃນຍຸກເຂົ້າຍາກໝາກແພງ, ໃນຍຸກທຸກຄົນດິ້ນຮົນ ເພື່ອເພິ່ງຕົນເອງ ກຸ້ມຕົນເອງນີ້ ພວກເຮົາຄວນຄິດເລື່ອງການຫັນວິຊາສະເພາະດ້ານສິນ, ດ້ານວັນນະກຳ, ການສະແດງ, ບົດຮ້ອງທຳນອງເສບໃຫ້ເປັນວິຊາກະເພາະໄປນຳ, ຈະເອົາ ແຕ່ໂຄສະນາໃຫ້ສົ່ງເສີມ ແລະ ອານຸລັກແຕ່ຂອງບ້ານເຮົາຢ່າງດຽວຄົງເຮັດຍາກ. ຈານ ແຫຍ່ເຊື່ອວ່າ: ຖ້າມີການປະກາດແຂ່ງຮ້ອງເພງເປັນພາສາອາຣັບ, ພາສາລັດເຊຍ, ພາ
ສາ ແອດສະກີໂມ ດ້ວຍມູນຄ່າແສນ ຫລື ລ້ານໂດລາສະຫະລັດ ແນ່ນອນຄົງມີນັກຮ້ອງ ລາວເຮັດໄດ້ບໍ່ຕ່າງກັບ ແພັດ ຂອງພວກເຮົາແນ່ນອນ ແລະ ຄວນຈຳກັນວ່າຮ້ອງເພງໃດ ສາມາດລ້ຽງຊິບໄດ້ຄົນກໍຈະໂຢດກັນຟັງ ແລະ ຮ້ອງເພງນັ້ນແລ!


