ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ໄວ 16 ປີຟ້ອງ 5 ປະເທດເສດຖະກິດຍັກໃຫຍ່

ຮຽບຮຽງໂດຍ: ລູກເມືອງພວນ

Greta Thunberg ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ຊາວ ສະວິດເດັນ ຍື່ນຟ້ອງ 5 ປະເທດເສຖະກິດຍັກໃຫ່ຍໃຫ້ສະຫະປະຊາຊາດ ໂດຍກ່າວວ່າພວກເຂົາບໍ່ມີສ່ວນຮ່ວມສະກັດກັ້ນວິກິດການດ້ານສິ່ງແວດລ້ອມ.

Greta Thunberg ພ້ອມກັບເດັກ 15 ຄົນຕື່ມອີກ ໄດ້ພ້ອມກັນຍື່ນຟ້ອງ 5 ປະເທດເຊັ່ນ: ເຢຍລະມັນ, ຝຣັ່ງ, ບຣາຊິນ, ອັກຊັງຕີນ ແລະ ຕວກກີ ໃຫ້ສະຫະປະຊາຊາດ,ໂດຍກ່າວວ່າບໍ່ມີຜົນສຳເລັດໃນໜ້າທີ່ຂອງຕົນດ້ານສິ່ງແວດລ້ອມຕາມສົນທິສັນຍາສາກົນວ່າດ້ວຍ: ສິດທິເດັກ ແລະ ສົນທິສັນຍາມະນຸດສະທຳຕໍ່ຜູ້ມີຊີວິດ 30 ປີ ຊຶ່ງເປັນສົນທິສັນຍາຫຼາຍຊາດຮັບຮອງໃນປະຫວັດສາດ.

ໃນໃບຟ້ອງຂອງເດັກຈາກ 12 ປະເທດນັ້ນ, ພວກເຂົາໄດ້ເລົ່າລາຍລະອຽດສິດທິມະນຸດຂອງເດັກຖືກລ່ວງລະເມີດຄືແນວໃດ. ພວກເດັກເຫຼົ່ານັ້ນກ່າວວ່າ: ບັນດາປະເທດເສດຖະກິດຍັກໃຫ່ຍທີ່ກ່າວມາຂ້າງເທິງ ບໍ່ນຳໃຊ້ຊັບພະຍາກອນຂອງຕົນເພື່ອ “ສະກັດກັ້ນຜົນກະທົບເຖິງຄວາມຕາຍ ແລະ ສິ່ງທີ່ສາມາດຫຼີກລ່ຽງໄດ້ແຕ່ບໍ່ປະຕິບັດ”  ແລະ ບໍ່ມີການຮ່ວມມືທີ່ມີປະສິດທິຜົນກັບຕ່າງຊາດ ໃນເລື່ອງສິ່ງແວດລ້ອມ.

ຄຳຮ້ອງຟ້ອງຖືກສົ່ງຂຶ້ນໄປໃຫ້ສະຫະປະຊາຊາດ ພາຍຫຼັງ Thunberg ມີຄຳເຫັນຕິຕຽນຢ່າງຮຸນແຮງຕໍ່ຜູ້ນຳໂລກຢູ່ທີ່ກອງປະຊຸມສຸດຍອດ ການກະທຳເພື່ອອາກາດໂລກ, ຊຶ່ງເປັນມື້ດຽວກັນກັບກອງປະຊຸມມື້ທຳອິດຂອງສະຫະປະຊາຊາດ ທີ່ມີບັນດາຜູ້ນຳໃນທົ່ວໂລກເຂົ້າຮ່ວມໃນວັນທີ 23 ກັນຍານີ້ ໄດ້ປະກາດແຜນການຫຼຸດຜ່ອນການປ່ອຍອາຍ ກາກບອນ ໃນປະເທດຕົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ