ແຜ່ນດິນໄຫວທີ່ແຄ້ວນ ແຄດສເມຍ ປາກິດສະຖານ

ຮຽບຮຽງໂດຍ: ລູກເມືອງພວນ

ແຫຼ່ງຂ່າວຈາກໄທໃຫ້ຮູ້ໃນວັນທີ 25 ກັນຍານີ້ວ່າ: ຢູ່ທີ່ແຄ້ວນ ແຄດສເມຍ ຂອງ ປາກິດສຖານ ໄດ້ເກີດແຜ່ນດິນໄຫວມີຄວາມແຮງ 5,8 ຣິກເຕີ, ມີຜູ້ເສຍຊີວິດ 22 ຄົນ, ບາດເຈັບຫຼາຍກ່ວາ 700 ຄົນ. ສຳນັກທໍລະນີວິດທະຍາຂອງສະຫະລັດອາເມລິກາລາຍງານວ່າ: ເກີດແຜ່ນດິນໄຫວທາງຕອນເໜືອຂອງເມືອງ ເຈລຳ ຢູ່ລະຫ່ວາງລັດ ປັນຈາບ ແລະ ພູມີພາກແຄດສເມຍ ໃນປາກິດສະຖານ. ສຳນັກງານດັ່ງກ່າວຍັງໃຫ້ຮູ້ອີກວ່າ: ເມືອງທີ່ໄດ້ຮັບຜົນເສຍຫາຍທີ່ສຸດແມ່ນເມືອງ ມີປູຣະ, ຖະໜົນຫຼາຍສາຍ ນັບທັງເຮືອນຊານບ້ານຊ່ອງ ແລະ ລົດລາງພາຫະນະ ຖືກເສຍຫາຍຢ່າງຫຼວງຫຼາຍ. ເຈົ້າໜ້າທີ່ກູ້ໄພກຳລັງເຂົ້າໄປຊ່ວຍເຫຼືອຢ່າງຮີບດ່ວນ ພ້ອມທັງກວດກາຜົນເສຍຫາຍເພີ່ມເຕີມ. ກອງທັບໄດ້ຈັດສົ່ງກຳລັງລົງພື້ນທີ່ໃຫ້ການຊ່ວຍເຫຼືອປະຊາຊົນຢ່າງທັນການ. ຄວາມແຮງສັ່ນສະເທືອນມີຄວາມຮູ້ສຶກໄປເຖິງ ອິດສະລາມາບັດ  ແລະ ເມືອງລະຮໍ ຢູ່ທາງທິດໃຕ້ຂອງປາກິດສະຖານ ແລະ ນິວເດນລີ ຂອງອິນເດຍ ອີກດ້ວຍ ຊຶ່ງຫ່າງອອກໄປ 800 ກມ ປະຊາຊົນແຕກຕື່ນ ແລະ ປົບຕາຍຢ່າງອົນລະຫົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ