ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເຂົ້າຮ່ວມງານວາງສະແດງສີນຄ້າຈີນ-ອາຊຽນ (CAEXP) ຄັ້ງທີ 16 ທີ່ ສປຈີນ.

ງານວາງສະແດງສິນຄ້າຈີນ-ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນຈີນ-ອາຊຽນ (CABIS) ຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ, ແຂວງກວາງຊີ ສປຈີນ ແຕ່ວັນທີ 21-24 ກັນຍານີ້, ໂດຍການກ່າວເປີດງານຂອງທ່ານ ຮັນ ເຈິ້ງ ຮອງນາຍົກລັດຖະມົນຕີແຫ່ງ ສປຈີນ, ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີບັນດາປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມເປັນຈໍານວນຫລາຍ.
ງານວາງສະແດງຄັ້ງນີ້, ມີຄຳຂວັນວ່າ: “ສ້າງໜຶ່ງແລວໜຶ່ງເສັ້ນທາງ ເພື່ອຫັນເປັນວິໄສທັດປະຊາຄົມຮ່ວມຊາຕາກຳໃຫ້ປະກົດຜົນເປັນຈິງ” ເພື່ອແນໃສ່ສົ່ງເສີມການຮ່ວມມືລະຫວ່າງປະເທດອາຊຽນ ແລະ ຈີນ ໃນຂົງເຂດເສດຖະກິດ, ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ກໍຄືສົ່ງເສີມທາງດ້ານວັດທະນະທຳ, ເສີມສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນໃຫ້ກວ້າງຂວາງຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວຄໍາເຫັນວ່າ: ຕະຫລອດໄລຍະ 16 ປີຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊຽນ ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງອາຊຽນ ແລະ ຈີນ, ອັນໄດ້ເຮັດໃຫ້ ສປຈີນ ກາຍເປັນຄູ່ຄ້າອັນດັບໜຶ່ງ ແລະ ເປັນອັນດັບສາມຂອງການລົງທຶນຕ່າງປະເທດໃນອາຊຽນ. ພ້ອມນັ້ນ ກໍເປັນການສົ່ງເສີມການຮ່ວມມືທາງດ້ານວັດທະນະທຳ, ການໄປມາຫາສູ່, ການສ້າງຄວາມເຂົ້າໃຈ ລະຫວ່າງຈີນ ແລະ ອາຊຽນນັບມື້ດີຂຶ້ນ. ພິເສດແມ່ນຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ນຳເອົາຜົນປະໂຫຍດມາສູ່ບັນດາປະເທດໃນພາກພື້ນ ແລະ ສາກົນ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ເຊື້ອເຊີນນັກທ່ອງທ່ຽວຈາກ ສປ ຈີນ ແລະ ອາຊຽນ ໄປຢ້ຽມຢາມ ແລະ ທ່ອງທ່ຽວຢູ່ ສປປ ລາວ ໃນໂອກາດປີທ່ອງທ່ຽວລາວ-ຈີນ 2019.
ພາຍຫລັງສໍາເລັດເຂົ້າຮ່ວມພິທີເປີດງານວາງສະແດງແລ້ວ, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ໄປຢ້ຽມຊົມຮ້ານວາງສະແດງສິນຄ້າຂອງ ສປປ ລາວ, ຊຶ່ງສ່ວນໃຫຍ່ແມ່ນປະເພດເຄື່ອງເຟີນີເຈີ, ຜະລິດຕະພັນໄມ້, ເຄື່ອງຫັດຖະກຳ, ກາເຟ ແລະ ອາຫານ. ໃນໂອກາດເຂົ້າຮ່ວມງານດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ພົບປະສອງຝ່າຍກັບທ່ານ ຮັນເຈິ້ງ ຮອງນາຍົກລັດຖະມົນຕີຈີນ, ໂດຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ທີ່ເປັນເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມຊາຕາກຳ, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນຈີນ ທີ່ຍາມໃດກໍໃຫ້ການສະໜັບສະໜູນຊ່ວຍເຫລືອລາວຕະຫລອດມາ, ພ້ອມທັງໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງສອງຝ່າຍ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືທີ່ມີແລ້ວນັ້ນໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

