ຮອງປະທານອົງການກາແດງລາວລົງແນະນຳຕິດຕັ້ງເຄື່ອງກັ່ນຕອງນ້ຳໃຫ້ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສອງຄອນ ແລະ ຊົນນະບູລີ.

ໃນລະຫວ່າງວັນທີ 13-17
ກັນຍານີ້ ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມດ້ວຍຄະນະ
ໄດ້ລົງຕິດຕາມຊຸກຍູ້ການຜະລິດ-ກັ່ນຕອງນ້ຳສະອາດ AP-700 ໃຫ້ປະຊາຊົນຢູ່ເມືອງຊົນນະບູລີ ແລະ ເມືອງສອງຄອນ ແຂວງສະຫວັນນະເຂດ
ໃນໂອກາດດັ່ງກ່າວທ່ານໄດ້ລົງຕິດຕາມ ຊີ້ນຳໃຫ້ທີມງານເລັ່ງຜະລິດນ້ຳສະອາດໃຫ້ພຽງພໍເພື່ອໃຫ້ປະຊາຊົນຜູ້ປະສົບໄພໄດ້ຊົມໃຊ້ນ້ຳສະອາດ ພ້ອມໄດ້ແນະນຳໃຫ້ທີມຜະລິດນ້ຳຢູ່ບ້ານ ສິງທ່າ
ເມືອງສອງຄອນ ສືບຕໍ່ໃນການຕິດຕັ້ງເຄື່ອງຜະລິດນ້ຳ AP-700 ໃຫ້ສຳເລັດໂດຍໄວ ແລະ ສາມາດຕອບສະໜອງນ້ຳສະອາດໃຫ້ປະຊາຊົນໃນເຂດດັ່ງກ່າວໄດ້ພຽງພໍ.

ຂ່າວໃຫ້ຮູ້ວ່າ: ຕາມການລາຍງານຂອງກາແດງແຂວງຄຳມ່ວນ ໃນປັດຈຸບັນນີ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງໜອງບົກ, ເຊບັງໄຟ, ມະຫາໄຊ, ຍົມມະລາດ ແລະ ເມືອງບົວລະພາຫລາຍກວ່າ 34.200 ຄົນ ໃນ 200 ກວ່າບ້ານຍັງຕ້ອງການເຂົ້າກິນ, ຢາປົວພະຍາດ, ນ້ຳດື່ມ, ແນວພັນພືດ, ສັດລ້ຽງຕ່າງໆເພື່ອສາມາດຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າກັບຄືນສູ່ສະພາບປົກກະຕິ ແລະ ໃນໄລຍະນ້ຳຖ້ວມ, ກາແດງ ແຂວງຄຳມ່ວນກໍໄດ້ເລັ່ງໃຫ້ການຊ່ວຍເຫລືອບັນເທົາທຸກຕະຫລອດມາເຊັ່ນ: ການຊ່ວຍເຫລືອປະຊາຊົນຍົກຍ້າຍໄປຢູ່ບ່ອນປອດໄພ, ຊ່ວຍເຄື່ອງອຸປະໂພກ, ບໍລິໂພກ ແລະອາຫານ ພ້ອມເຄື່ອງຊູຊີບ ແລະ ເຮືອເພື່ອສາມາດຊ່ວຍຍົກຍ້າຍປະຊາຊົນໄປຢູ່ເຂດປອດໄພ.

