ອິນໂດເນເຊຍ ຈັບຕົວ 185 ຄົນ ທີ່ສົງໃສວ່າເປັນຄົນຈູດປ່າ

ຮຽບຮຽງໂດຍ: ລູກເມືອງພວນ

ເຈົ້າໜ້າທີ່ຕຳຫຼວດ ອິນໂດເນເຊຍ ຈັບຕົວປະມານ 185 ຄົນທີ່ສົງໃສວ່າເປັນຄົນຈູດປ່າບັ້ນໃຫ່ຍໃນທົ່ວປະເທດ.

 “ ເຈົ້າໜ້າທີ່ຈະປະຕິບັດກົດໝາຍຕໍ່ທຸກຄົນທີ່ກໍ່ໃຫ້ເກີດໄຟໄໝ້ປ່າຢ່າງເຂັ້ມງວດ, ເຖິງແມ່ນຈະຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ. ນີ້ຄືມາດຕະການສຸດທ້າຍ ແຕ່ທີ່ສຳຄັນຍັງແມ່ນການສະກັດກັ້ນ ” – ນີ້ແມ່ນຄຳຖະແຫຼງການຂອງອົງການຕຳຫຼວດແຫ່ງຊາດ ອິນໂດເນເຊຍ Dedi Prasetyo ໃນວັນທີ 15 ຜ່ານມາ ຕໍ່ເຈົ້າໜ້າທີ່ນະຄອນ ຈາກາຕາ.

ທ່ານ Prasetyo ໃຫ້ຮູ້ວ່າ: 4 ກຸ່ມບໍລິສັດຂອງ ອີນໂດເນເຊຍ ກໍກຳລັງເລັ່ງກວດສອບເຫດການໄຟປ່າໃນຄັ້ງນີ້ ແລະ ອາດແມ່ນຍ້ອນການຈູດປ່າເຮັດໄຮ່ສວນຂອງປະຊາຊົນ, ຊຶ່ງປີນີ້ເປັນໄພໄໝ້ປ່າທີ່ຮ້າຍແຮງກ່ວາທຸກໆປີ ຍ້ອນອາກາດແຫ້ງແລ້ງກວ່າ. ບັນດາປະເທດເພື່ອນບ້ານໃກ້ຄຽງ ກໍມີຄວາມລຳບາກໂດຍທົ່ວໄປດ້ວຍກັນ ອັນເນື່ອງມາຈາກໝອກຄວັນໄຟປ່າໃນ ອີນໂດເນເຊຍ ແຕ່ລະປີ, ໄດ້ສົ່ງຜົນກະທົບເຖິງສຸຂະພາບຂອງຄົນເຮົາ. ປະເທດມາເລເຊຍຈຳຕ້ອງໄດ້ຢຸດການຮຽນ-ການສອນໂຮງຮຽນຫຼາຍຮ້ອຍແຫ່ງ ແລະ ໄດ້ແຈກຢາຍຜ້າປິດໜ້າກາກຫຼາຍກ່ວາ 500.000 ອັນແລ້ວ.

ເຈົ້າໜ້າທີ່ປ່າໄມ້ ອີນໂດເນເຊຍຫຼາຍ 10 ແຫ່ງ ກໍໄດ້ປິດປະຕູ ຍ້ອນໄຟປ່າຂົ່ມຂູ່ ແລະ ໄດ້ອອກຄຳກ່າວເຕືອນເຖິງບັນດາກຸ່ມບໍລິສັດທີ່ມີທີ່ຕັ້ງຢູ່ ມາເລເຊຍ ແລະ ສິງກະໂປ ອາດຈະຖືກດຳເນີນຄະດີ ຖ້າຫາກພົບເຫັນວ່າເປັນຕົ້ນເຫດພາໃຫ້ເກີດໄຟປ່າໃນຄັ້ງນີ້.

ລັດຖະມົນຕີກະຊວງສິ່ງແວດລ້ອມ ອີນໂດເນເຊຍ Siti Nurbaya Bakar ໃຫ້ຮູ້ວ່າ: ລັດຖະບານໄດ້ ເສີມກຳລັງ ເຮຣີຄອບ 46 ລຳ ເພື່ອສະໜັບສະໜູນມອດໄຟປ່າຄັ້ງນີ້ ແລະ ເຈົ້າໜ້າທີ່ຫຼາຍພັນນາຍເຂົ້າຊ່ວຍກູ້ໄພ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ