ນາງ​ສາວ​ຄົນ​ໜຶ່ງ​ກືນ​ແຫວນ​ໝັ້ນ​ໃນ​ເວລາ​ນອນ​ຝັນ

ຮຽບຮຽງ​ໂດຍ: ລູກ​ເມືອງ​ພວນ

ນາງ Jenna Evans ສະຫະລັດອາເມລິກາ, ຢູ່ເມືອງ San Diego, ຝັນວ່າ ຕົນເອງຖືກບັງຄັບໃຫ້ກືນ ແຫວນໝັ້ນ ແລະ ເມື່ອຕື່ນຂຶ້ນມາແຫວນເພັດຢູ່ໃນນິ້ວມືຂອງຕົນກໍຫາຍລົງໄປໃນທ້ອງແລ້ວ.

ຄໍ່າຄືນຂອງວັນທີ 10 ກັນຍາ, ໃນຂະນະທີ່ Jenna Evans ນອນຫລັບຢູ່ນັ້ນ, ເຂົາຝັນວ່າຕົນເອງ ແລະ ແຟນ ຂອງຕົນ Bobby ຢູ່ໃນລົດໄຟຄວາມໄວສູງຄັນໜຶ່ງ ແລະ ກຳລັງປະເຊີນໜ້າກັບກຸ່ມຄົນຮ້າຍກຸ່ມໜຶ່ງ. ໃນຂະນະ ທີ່ກຳລັງຍາດດຶງກັບກຸ່ມໂຈນຢູ່ນັ້ນ, Bobby ໄດ້ບອກໃຫ້ເຂົາກືນແຫວນໝັ້ນລົງໃນ ທ້ອງເພື່ອບໍ່ໃຫ້ພວກໂຈນຍາດເອົາໄດ້.

ເມື່ອຕື່ນຂຶ້ນມາ, Evans ບໍ່ເຫັນແຫວນເພັດ ນໍ້າໜັກ 2,4 carat ທີ່ສວມໄວ້ໃນນິ້ວມືຂອງຕົນ. ຈຶ່ງທວນຄືນ ຄວາມຝັນວ່າຕົນເອງໄດ້ກືນມັນລົງໃນທ້ອງແລ້ວ.

ເມື່ອເຫັນເປັນເຊັ່ນນັ້ນ, Evans ແລະ Bobby ຈຶ່ງ ເກີດຄວາມກະວົນກະວາຍ, ພວກເຂົາທັງສອງຈຶ່ງໄດ້ໄປ ສ່ອງໄຟຟ້າເບິ່ງ ກໍເຫັນແຫວນເພັດເສັ້ນຜ່າກາງຂະໜາດ  1,7 cm ຢູ່ໃນທ້ອງຂອງເຂົາ. ທ່ານໝໍຮຽກຮ້ອງໃຫ້ເຂົາ ຕ້ອງຜ່າຕັດເພື່ອເອົາແຫວນອອກຈາກທ້ອງເພື່ອຄວາມປອດໄພໃຫ້ສຸຂະພາບ.

Evans ດີໃຈໃນເມື່ອໄດ້ແຫວນກັບຄືນມາ.  ແຕ່ນັ້ນມາ, ແຕ່ລະເທື່ອກ່ອນເຂົ້ານອນ, ເຂົາຕ້ອງປົດແຫວນອອກໄວ້ກ່ອນທຸກໆຄັ້ງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ