ເກົາຫຼີໃຕ້ພົບເຫັນພະຍາດ ອາຫິວາໝູ ອາຟຣິກກາເປັນຄັ້ງທຳຄິດໃນປະເທດ

ຮຽບຮຽງໂດຍ: ລູກເມືອງພວນ

ເກົາຫຼີ ໃຕ້ພົບເຫັນພະຍາດດັ່ງກ່າວຢູ່ໃນຟາມລ້ຽງໝູແຫ່ງໜຶ່ງໃນເມືອງ ປາຈູ ຊຶ່ງຕັ້ງຢູ່ໃກ້ກັບຊາຍແດນເກົາຫຼີເໜືອ, ໂດຍເກົາຫຼີໃຕ້ພົບການລະບາດຂອງພະຍາດດັ່ງກ່າວ ຫຼັງຈາກເກົາຫຼີເໜືອໄດ້ພົບເຫັນການລະບາດພະຍາດໃນທ້າຍເດືອນພຶດສະພາຜ່ານມາ. ທ່ານ ກີມຮະຢອນໂຊ ລັດຖະມົນຕີກະຊວງກະສິກຳ ເກົາຫຼີໃຕ້ຖະແຫຼງວ່າ: ນອກຈາກການປະກາດລະວັງຂັ້ນສູງສຸດແລ້ວ ຍັງຈະມີການກຳຈັດໝູເກືອບ 4.000 ໂຕ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ.

ພະຍາດອະຫິວາໃນໝູ ເປັນພະຍາດຕິດຕໍ່ຮ້າຍແຮງໃນໝູ, ເຮັດໃຫ້ໝູລົ້ມຕາຍ ແລະ ກຳລັງແຜ່ລະບາດໄປໃນພາກຕ່າງໆໃນທົ່ວໂລກ. ພະຍາດຊະນິດນີ້ ອາດຈະຕິດຕໍ່ ແລະ ແຜ່ເຊື້ອໄດ້ໂດຍ ຂີ້ໝູ, ຫັນໃຈເອົາພະຍາດທີ່ຢູ່ນຳອາກາດ, ການກິນຊີ້ນ, ກິນອາຫານທີ່ມີເຊື້ອປົນເປື້ອນ ແລະ ມີແມງໄມ້ກັດຕ່ອຍ. ເຖິງຈະບໍ່ເປັນພະຍາດຕິດຕໍ່ລະຫ່ວາງ ສັດກັບຄົນ ກໍຕາມ ແຕ່ກໍຈະສົ່ງຜົນກະທົບເຖິງລະບົບເສດຖະກິດ ແລະ ບັນດາອຸດສາຫະກຳລ້ຽງໝູ. ປັດຈຸບັນບໍ່ທັນມີວັກຊີນ ແລະ ວິທີການປ້ອງກັນພະຍາດດັ່ງກ່າວໄດ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ