ບໍລິສັດ ເອັນທີພີຮ່ວມແຮງຮ່ວມໃຈຊ່ວຍຜູ້ປະສົບໄພນໍ້າຖ້ວມ

ບໍລິສັດເອັນທີພີການຄ້ານໍ້າມັນເຊື້ອໄຟມະຫາຊົນ (NTPTrading Petroleum Public Com pany) ໜຶ່ງໃນບັນດາບໍລິສັດຜູ້ນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟຢູ່ ສປປ ລາວ ຊຶ່ງໃນອາທິດຜ່ານມາໄດ້ນຳເອົາເຂົ້າສານໜຽວ 5 ໂຕນ, ອາຫານສຸກ 700 ຖົງ, ນໍ້າມັນເຊື້ອໄຟ 10.000 ລິດ ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ, ມີຢາປົວພະຍາດ, ເຄື່ອງອຸປະໂພກ-ບໍລິໂພກຈຳນວໜຶ່ງໄປຊ່ວຍເຫຼືອຜູ້ປະສົບໄພທີ່ ບ້ານລະຫານໍ້າ ເມືອງສອງຄອນ ແຂວງສະຫວັນນະເຂດ ພາຍໃຕ້ຫົວຂໍ້ “ຮ່ວມແຮງຮ່ວມໃຈຊ່ວຍຜູ້ປະສົບໄພນໍ້າຖ້ວມ” ລວມມູນຄ່າຫຼາຍກວ່າ 150 ລ້ານກີບ.
ໂດຍການກ່າວມອບຂອງທ່ານປະທານບໍລິສັດ ແລະ ກ່າວຮັບໂດຍທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
ດັ່ງທີ່ຮູ້ນຳກັນແລ້ວວ່າໃນທ້າຍເດືອນສິງຫາ-ຕົ້ນເດືອນກັນຍານີ້ເຂດພາກກາງ ແລະພາກໃຕ້ລາວໄດ້ຮັບຜົນກະທົບຈາກພະຍຸ Depression ເຂົ້າພັດຜ່ານ, ຊຶ່ງໄດ້ເຮັດໃຫ້ລະດັບນໍ້າຂອງ ແລະ ນໍ້າເຊຂຶ້ນສູງສຸດມັນໄດ້ສົ່ງຜົນໃຫ້ເກີດໄພນໍ້າຖ້ວມໃນຫຼາຍແຂວງສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ.
ໃນໄລຍະຜ່ານມາທາງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນໄດ້ໃຫ້ການຊ່ວຍເຫຼືອສັງຄົມໃນຫຼາຍແຂວງເຊັ່ນ: ຊຸກຍູ້ຊ່ວຍເຫຼືອແກ້ໄຂໄພທໍາມະຊາດແຂວງຫຼວງນໍ້າທາຈໍານວນ 160 ລ້ານກີບ; ຊຸກຍູ້ ສະເຫຼີມສະຫຼອງວັນປົດປ່ອຍແຂວງຫຼວງນໍ້າທາ ມູນຄ່າ 60 ລ້ານກີບ;ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມເມືອງວິລະບູລີ ແຂວງສະຫວັນນະເຂດເງິນສົດ 10 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 10 ລ້ານກີ, ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງສະຫວັນນະເຂດມີນ້ຳມັນກາຊວນ,ເຄື່ອງນຸ່ງຫົ່ມ,ນ້ຳດື່ມ ແລະອື່ນໆລວມທັງໝົດ 150 ລ້ານກີບແລະໃນເດືອນກໍລະກົດ 2018,ບໍລິສັດໄດ້ຊ່ວຍເຫຼືອນໍ້າມັນເຊື້ອໄຟຈຳນວນ 20.000 ລິດ, ເສື້ອຊ້ອນໃນ 100 ໂຫຼ, ເກີບແຕະ 50 ໂຫຼ, ເກີບໂບກ 50 ໂຫຼ, ໂສ້ງຊ້ອນໃນ 100 ໂຫຼ, ສິ້ນແຕ້ມ 500 ຜືນ, ຢາປົວພະຍາດ 100 ຊຸດໃຫ້ຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື.

