ຂໍ້ຂັດແຍ່ງການຖອນຕົວອອກຈາກສະຫະພາບເອີຣົບ(EU)ຂອງອັງກິດນັບມື້ຮ້ອນແຮງຂຶ້ນ

ຮຽບຮຽງໂດຍ: ລູກເມືອງພວນ

ແຫຼ່ງຂ່າວໂທລະພາບ (NBT) ຂອງໄທ, ໃນຕອນເຊົ້າວັນທີ 13ກັນຍານີ້ ໃຫ້ຮູ້ວ່າ: ສານອຸທອນສູງສຸດຂອງ ສະກອັດແລນ ວິນິໄສວ່າ, ການຕັດສິນໃຈ ຂອງນາຍົກລັດຖະມົນຕີ ບໍຣິດ ຈອນສັນ ຂອງອັງກິດທີ່ໃຫ້ມີການລະງັບການປະຊຸມຂອງສະພາເປັນເວລາ 5 ສັບປະດານັ້ນ ຖືວ່າເປັນການຜິດກົດໝາຍ. ການຕັດສິນໃຈຂອງທ່ານ ຈອນສັນ ເປັນການໃຫ້ສະພາປິດການປະຊຸມຈົນເຖິງວັນທີ 14 ຕຸລານັ້ນ, ຝ່າຍຄ້ານເຫັນວ່າ ມັນເປັນການຕັ້ງໃຈຂອງທ່ານ ຈອນສັນ ເພື່ອຂັດຂວາງຄວາມພະຍາຍາມ ຢັບຢັ້ງແຜນການແຍກຕົວອອກຈາກສະຫະພາບ ເອີຣົບ ໂດຍບໍ່ມີຂໍ້ຕົກລົງ ໃນວັນທີ 31 ຕຸລາ.

ຄຳວິນິໄສຂອງຜູ້ພິພາກສາສານອຸທອນສູງສຸດຂອງ ສະກອັດແລນຄັ້ງນີ້, ຖືວ່າເປັນການຄັດກັບຄຳວິນິໄສເດີມຂອງສານຂັ້ນຕົ້ນຂອງສະກອັດແລນທີ່ວ່າ: ສານບໍ່ມີອຳນາດແຊກແຊງ ຄວາມຕັດສິນໃຈທາງການເມືອງຂອງນາຍົກລັດຖະມົນຕີຕໍ່ລັດຖະສະພາ. ພາຍຫຼັງໄດ້ຮັບການຟ້ອງຮ້ອງຈາກສະມາຊິກຝ່າຍຄ້ານລັດຖະສະພາ 75 ຄົນ. ຫຼັງຈາກນີ້ ລັດຖະບານອັງກິດຈະຢື່ນອຸທອນຕໍ່ສານສູງສຸດຂອງສະຫະລັດ ອານາຈັກ ຕໍ່ການຕັດສິນໃຈຄັ້ງຫຼ້າສຸດຂອງສານສະກອັດແລນ, ຊຶ່ງສານສູງສຸດນັດໄຕ່ສວນສຸກເສີນໃນວັນທີ 17 ກັນຍານີ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ