ອິນ​ເດຍໜັກ​ໃຈ ​ໃນ​ເມື່ອ​ຕິດ​ຕໍ່​ຫາ​ຍານ​ທີ່​ກຳລັງ​ຈອດ​ຢູ່​ດວງ​ຈັນ​ບໍ່​ໄດ້

ຮຽບຮຽງໂດຍ: ລູກເມືອງພວນ

ເວບໄຊ Sanook. com ຂອງໄທ, ວັນທີ 11 ກັນຍານີ້ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາຜ່ານມາອິນເດຍ ໄດ້ສົ່ງຍານອາວະກາດຂຶ້ນ ໄປດວງຈັນແຕ່ສັນຍານຂາດຫາຍໄປ, ຍານວິກົມບໍ່ສາມາດຕິດຕໍ່ກັບຍານທີ່ລົງຈອດຢູ່ດວງຈັນກ່ອນນັ້ນ ບໍ່ໄດ້ໃນຂະນະທີ່ກຳລັງຕຽມລົງຈອດໃນດວງຈັນ ໄດ້ກາຍເປັນອຸປະສັກຄັ້ງໃຫຍ່ໃຂອງການສຳຫຼວດ ອາວະກາດຂອງອິນເດຍ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຄສີ ວານປະທານອົງການວິ ໄຈອາວະກາດແຫ່ງອິນເດຍ (ISRO) ເປີດເຜີຍ ວ່າ:ຍານວິກົມຂອງຈັນທາຍານ 2 ເຊິ່ງມີພາລະກິດລົງຈອດ ຢູ່ດວງຈັນເປັນຄັ້ງທີສອງຂອງອິນເດຍໄດ້ຂາດການສື່ສານກັບສະຖານີພາກພື້ນດິນໃນລະດັບຄວາມສູງ 2.1 ກິໂລແມັດ ເໜືອພື້ນ ຜິວດວງຈັນ, ຈິ່ງເຮັດໃຫ້ອິນເດຍມີຄວາມໜັກໃຈເປັນຢ່າງຍິ່ງ.

“ອິນເດຍພາກພູມໃຈ ໃນຕົວນັກວິທະຍາສາດ ຂອງເຂົາ, ພວກເຂົາໄດ້ເຮັດວຽກຢ່າງດີທີ່ສຸດແລ້ວ, ນີ້ຄືຊ່ວງເວລາຕ້ອງເຂັ້ມແຂງໃນຂະນະທີ່ເປັນຢູ່. ປະທານ ອົງການໄດ້ແຈ້ງຂໍ້ມູນກ່ຽວກັບ ຈັນທາຍານ 2 ແລ້ວ, ເຮົາຍັງມີຄວາມຫວັງ ແລະ ຈະເຮັດວຽກດ້ວຍຄວາມ ຍາກລຳບາກຕໍ່ໄປສຳລັບໂຄງການອາວະກາດຂອງ ເຮົາ ” ໂມຣິກ່າວ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ