ໄທ ຊື້ກຳ​ປັ່ນ​ຍົກ​ທັບ​ຂຶ້ນບົກ​ຈາກ​ຈີນ

ຮຽບຮຽງໂດຍ: ລູກເມືອງພວນ

ແຫຼ່ງຂ່າວ vnExpress, ໃຫ້ຮູ້ວ່າ: ໄທເຊັນສັນຍາຊື້ກຳປັ່ນລຳລຽງທັບຂຶ້ນບົກລຸ່ນ Type-071E ມູນຄ່າ 130 ລ້ານໂດລາ, ຈາກກຸ່ມບໍລິສັດຕໍ່ກຳປັ່ນ ແຫ່ງຊາດຈີນ.

(CSSC) ໃນໂຮງງານ Hudong-Zhon ghua ຢູ່ຊຽງໄຮ, ຕາມການຕົກລົງທີ່ໄດ້ເຊັນກັນ ໃນວັນທີ 10 ກັນຍາລະ ຫວ່າງເຈົ້າໜ້າທີ່ກອງທັບເຮືອໄທ ແລະ  ການນຳຂອງ ບໍລິສັດ CSSC. ແຕ່ບໍ່ທັນຊາບວ່າເວລາໃດຈະຜະລິດສຳເລັດ ແລະ ມອບ- ຮັບກັນ.

ເຈົ້າໜ້າທີ່ຄົນໜຶ່ງທີ່ ບໍ່ອອກຊື່ຂອງໄທ ໃຫ້ຮູ້ວ່າ: ການສັນຍາຊື້ກຳປັ່ນຍົກທັບຂຶ້ນບົກລຸ່ນ Type-071E ຈາກຈີນນັ້ນ, ຈະ ຊ່ວຍຜ່ອນເບົາພາລະໃຫ້ ກັບ HTMS Angthong, ເປັນກຳປັ່ນລຳດຽວໃນ ກອງທັບໄທ ໂດຍສິງກະໂປຜະລິດໃຫ້. ກອງທັບໄທ ເລືອກ ຊື້ກຳປັ່ນລຸ່ນ Type- 071E ກໍເພາະວ່າ ກຳປັ່ນ ລຸ່ນດັ່ງກ່າວມີລາຄາຕໍ່າກວ່າທຽບໃສ່ກຳປັ່ນ Angt hong.

ກຳປັ່ນຍົກທັບຂຶ້ນບົກ ລຸ່ນ Type-071 ຍາວ 210 ມ, ກວ້າງ 28 ມ ສາ ມາດບັນທຸກໄດ້ 25.000 ໂຕນ ແລະ ສາມາດບັນ ທຸກທະຫານຂຶ້ນບົກໄດ້  500 – 800 ນາຍ, ມີສອງ ຫ້ອງບັນຈຸລົດຫຸ້ມເກາະ ຂຶ້ນບົກໄດ້ 18-20 ຄັນ, ເຮືອເບາະລົມ 4 ລຳ ແລະ ເຮລີກອບ Z-8, 4 ລຳ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ