ສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ໃນວັນທີ 12 ກັນຍານີ້ ທີ່ນະຄອນຫລວງວຽງຈັນ, ສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ (ອາຮາເຊັນເຕີ) ປະຈຳ ຢູ່ອິນໂດເນເຊຍ ໄດ້ນຳເຄື່ອງແຮສຸກເສີນສຳລັບຊ່ວຍເຫລືອໄພພິບັດຂອງອາຊຽນຢູ່ປະເທດມາເລເຊຍ ມາມອບໃຫ້ ສປປ ລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ.

 ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ເຄື່ອງໃຊ້ຄົວເຮືອນຈຳນວນ 330 ແກັດ, ເຄື່ອງສຸຂະອາໄມ 2.596 ແກັດ, ເຄື່ອງຄົວ 1.144 ແກັດ, ມຸ້ງ 1.400 ດາງ ແລະ ຕຸກນ້ຳແບບພັບໄດ້ຈຳນວນ 1.400 ຕຸກ.

 ເຄື່ອງດັ່ງກ່າວ ມາຮອດສະໜາມບິນສາກົນວັດໄຕ ດ້ວຍເຮືອນບິນກອງທັບອາກາດ ມາເລເຊຍ ໃນເວລາ 13:00 ໂມງ​ຂອງວານນີ້, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນາງ ອາເດລີນາ ກາເມວ (Adelina Kamal) ຫົວໜ້າສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຕາງໜ້າລັດຖະບານລາວກ່າວຮັບໂດຍ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ສໍາລັບເຄື່ອງຊ່ວຍເຫລືອ ແມ່ນຈະໄດ້ນຳໄປມອບໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບ​ເຊັ່ນ: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.