ອຸກອັ່ງເອົ້ານໍ້າເຂົ້າຖ້ວມເມືອງ

ໂດຍ: ມຶກບໍ່ແຫ້ງ
ບ່ອນບໍ່ເຄີຍຖ້ວມກໍຖ້ວມ! ນໍ້າໄຫຼເຂົ້າບັນດາຕົວເມືອງໃຫຍ່ຂອງບັນດາ ແຂວງພາກໃຕ້ປີນີ້ ໄດ້ຊີ້ໃຫ້ເຫັນວ່າໄພພິບັດທຳມະຊາດນັບມື້ນັບຮ້າຍ ແຮງກວ່າເກົ່າ!
ຄວາມຈິງແລ້ວໄພພິບັດທຳມະຊາດໄດ້ເກີດຂຶ້ນ ແຕ່ດຶກດຳບັນມາ ແລ້ວບໍ່ວ່າຈະເປັນໄພແຫ້ງແລ້ງຫຼືນໍ້າຖ້ວມເຊິ່ງພວກເຮົາຍັງມີພາບຄວາມຊົງຈຳນໍ້າຖ້ວມຕົວເມືອງນະຄອນຫຼວງວຽງຈັນໃນອາດີດແລະຮ່ອງຮອຍການ ເກີດໄພພິບັດທາງທຳມະຊາດອື່ນໆ ແຕ່ມາຮອດປັດຈຸບັນໄພພິບັດທຳມະຊາດ ເຫຼົ່ານັ້ນໄດ້ແປປວນດ້ວຍຄວາມຮຸ່ນແຮງເພີ່ມຂຶ້ນແລະຖີ່ກວ່າເກົ່າ.
ສປປລາວເຮົາປະສົບກັບໄພນໍ້າຖ້ວມໜັກສອງປີຊ້ອນຄື 2018 ແລະ 2019 ເຊິ່ງໄດ້ສ້າງສິ່ງທ້າທາຍຫຼາຍຢ່າງຕໍ່ການພັດທະນາ, ກະຊວງແຮງງານແລະສະຫວັດດິການສັງຄົມໄດ້ລາຍງານວ່າໄພນໍ້າຖ້ວມ
ໃນປີ2018ນັ້ນໄດ້ມີສ່ວນເຮັດໃຫ້ການພັດທະນາເສດຖະກິດຂອງປະເທດຊັກຊ້າລົງ, ແລະອາດບໍ່ແຕກຕ່າງຈາກປີ 2019 ເຊັ່ນກັນ.

ນັບແຕ່ເດືອນສິງຫາມານີ້ໄພນໍ້າຖ້ວມໄດ້ເລີ່ມແຕ່ພາກເໜືອ ຂອງລາວໂດຍສະເພາະຢູ່ແຂວງຫຼວງພະບາງ, ອຸດົມໄຊ, ຫົວພັນແລະຊຽງ ຂວາງ ຕໍ່ຈາກນັ້ນມາແມ່ນຜົນກະທົບຈາກ ພາຍຸໂພດູ ແລະ ດີເພຣຊັນພັດຜ່ານເຮັດໃຫ້ຝົນຕົກໜັກເກືອບທົ່ວທຸກພາກ ຂອງປະເທດໂດຍສະເພາະພາກກາງຫາພາກໃຕ້ (6 ແຂວງ) ເຮັດໃຫ້ ນໍ້າຖ້ວມກະທັນຫັນແລະຮ້າຍແຮງທີ່ສຸດໃນຮອບຫຼາຍປີ, ບາງບ່ອນ ບໍ່ເຄີຍປະສົບພົບພໍ້ ແຕ່ກໍໄດ້ເຫັນປີນີ້.

ຕາມການລາຍຫຼັງສຸດ (8 ກັນຍາ 2019) ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມເຊິ່ງເປັນກະຊວງທີ່ເປັນຈຸດປະສານງານຂອງ
ຄະນະກຳມະການປ້ອງກັນແລະຄວບຄຸມໄພພິບັດແຫ່ງຊາດໃຫ້ຮູ້ວ່າໄພນໍ້າ ຖ້ວມໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 37 ເມືອງ, ພັນພັນບ້ານ, ແສນຄອບຄົວກວ່າ, ມີພົນລະເມືອງຫລາຍກວ່າ 2 ແສນຄົນໄດ້ຮັບຜົນກະທົບ ແລະ ມີຜູ້ເສຍຊີວິດແລ້ວກວ່າ 10 ຄົນ.

ນອກນັ້ນ, ພວກເຮົາຍັງໄດ້ເຫັນບັນດາຮູບພາບທີ່ຖ່າຍທອດຜ່ານ ທາງສື່ ຕ່າງໆ ທີ່ບົ່ງບອກວ່າຜູ້ເຖົ້າ, ຄົນພິການ, ແມ່ຍິງ ແລະ ເດັກນ້ອຍເປັນຜູ້ສ່ຽງ ໄພຫຼາຍທີ່ສຸດ, ພ້ອມນັ້ນສັດລ້ຽງ, ໄຮ່ນາຮົ້ວສວນ, ເຮືອນຊານ, ຂົວ-ເສັ້ນ ທາງ ແລະ ຊັບສິນອື່ນໆ ກໍໄດ້ຮັບຜົນເສຍຫາຍຄິດເປັນມູນຄ່າ ມະຫາສານ.
ເປັນສິ່ງທີ່ໜ້າຫົດຫູ່ໃຈໃນພາບທີ່ວ່າບັນດາຕົວເມືອງຂອງແຂວງສະ ຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງແລະອັດຕະປືໄດ້ຖືກນໍ້າຖ້ວມ ໃນນັ້ນບາງບ່ອນແມ່ນຮ້າຍແຮງທີ່ສຸດໃນຮອບຫຼາຍສິບປີ ບ່ອນ ບໍ່ເຄີຍເກີດກໍເກີດຂຶ້ນ ໄດ້ບົ່ງບອກໃຫ້ພວກເຮົາຮູ້ວ່າທຳມະຊາດໄດ້ ຜັນປ່ຽນໄປສູ່ສະພາບທີ່ຮ້າຍແຮງກວ່າເກົ່າ.
ຈາກໄພພິບັດດັ່ງກ່າວລັດຖະບານເຮົາກໍໄດ້ສະດຸ້ງໄວໃນການເຂົ້າຊ່ວຍ ເຫຼືອປະຊາຊົນຜູ້ໄດ້ຮັບຜົນກະທົບດ້ວຍກຳລັງທີ່ມີຢູ່ ໂດຍສະເພາະອ້າຍນ້ອງ ທະຫານທີ່ເປັນກຳລັງສຳຄັນໃນການຊ່ວຍອົບພະຍົບພໍ່ແມ່ປະຊາຊົນ ແລະ ທ່ານ ນາຍົກເອງເພິ່ນກໍໄດ້ລົງຊີ້ນຳຢ່າງເປັນການເລັ່ງດ່ວນເພື່ອຮັບມືກັບເຫດການທີ່ຮ້າຍແຮງຄັ້ງນີ້, ໂດຍສົມທົບກັນຫຼາຍພາກສ່ວນ.
ແຕ່ເຖິງປານນັ້ນຍັງມີປະຊາຊົນຈຳນວນໜ່ງບໍ່ທັນໄດ້ຮັບການ ຊ່ວຍເຫຼືອເທົ່າທີ່ຄວນ, ບາງຜ່ອງກໍຍັງຕິດຢູ່ຫຼັງຄາເຮືອນ, ບາງຜ່ອງຍັງຄ້າງ ຢູ່ຕົ້ນໄມ້, ປະຊາຊົນຈຳນວນຫຼາຍຕ້ອງການອາຫານ ແລະ ເຄື່ອງດື່ມຢ່າງຮີບດ່ວນ.
ເຫດການຄັ້ງນີ້ ໄດ້ສົ່ງສັນຍານໃຫ້ຮູ້ວ່າໃນອະນາຄົດພວກເຮົາຈຳເປັນ ຕ້ອງສ້າງຄວາມເຂັ້ມແຂງແລະທົນທານໃນການຮັບມືກັບໄພພິບັດທີ່ນັບມື້ນັບຮ້າຍແຮງຂຶ້ນໃຫ້ດີກວ່າເກົ່າ.

