ນາຍົກລັດຖະມົນຕີ ອັງກິດຖືກຕໍ່ຕ້ານຢ່າງໜັກ

ຮຽບຮຽງໂດຍ: ລູກເມືອງພວນ

ຮຽບຮຽງໂດຍ: ລູກເມືອງພວນ

ອີງຕາມແຫຼ່ງຂ່າວຈາກ ໂທລະພາບຊ່ອງ 5 ຂອງໄທ ໃນຕອນເຊົ້າ, ວັນທີ 9 ກັນ ຍານີ້ໃຫ້ຮູ້ວ່າ: ລັດຖະມົນ ຕີການຕ່າງປະເທດອັງກິດ ຍອມຮັບວ່າ: ອາທິດນີ້ເປັນອາທິດທີ່ຫຍັງລຳບາກຫລາຍສຳລັບ ທ່ານ ຈອນສັນ ນາຍົກລັດ ຖະມົນຕີ ຂອງອັງກິດ, ພາຍຫຼັງມີລັດຖະມົນຕີຫຼາຍຄົນ ລາອອກຈາກຄະນະລັດຖະ ມົນຕີ ແລະ ສະມາຊິກສະພາ ລວມເຖິງສະມາຊິກສະພາ ປະຕິເສດຍັດຕິທີ່ ທ່ານ ຈອນ ສັນ ຈະຈັດການເລືອກ ຕັ້ງຂຶ້ນ ກ່ອນກຳນົດເພື່ອຢຸດຕິການ ສະງັກງັນເລື່ອງການຖອນ ຕົວອອກຈາກສະຫະພາບ ເອີຣົບ   (Brexit). ພ້ອມກັນ ນີ້ ທ່ານ ລັດຖະມົນຕີການ ຕ່າງປະເທດ ອັງກິດ ຍັງກ່າວ ເຖິງການລາອອກຂອງລັດ ຖະມົນຕີແຮງງານ ແລະ ບຳນານ ແລະ ການຜັກດັນ ສະມາຊິກພັກອະນຸລັກນິ ຍົມທີ່ກະບົດວ່າ: ທ່ານ ຈອນ ສັນ ໄດ້ດຳເນີນການຢ່າງຖືກ ຕ້ອງໃນການຟື້ນຟູລະບຽບ ວິໄນບາງຢ່າງ, ພ້ອມ ທັງກ່າວ ເຖິງກົດໝາຍທີ່ສະມາຊິກ ສະພາກຳລັງ ຕຽມເພື່ອຈະບັງຂັບໃຫ້ ທ່ານ ຈອນສັນກຳນົດ ເສັ້ນຕາຍການຖອນຕົວອອກ ຈາກສະຫະພາບເອີ້ຮົບອອກ ໄປວ່າ ເປັນກົດໝາຍທີ່ອັນ ຕະລາຍທີ່ສຸດ, ວ່າຈະເຮັດ ໃຫ້ສະຖານະການເຈລະຈາ ຂອງອັງກິດກັບ ອີຢູ ອ່ອນ ແອລົງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ