ລັດຖະມົນຕີກະຊວງແຮງງານ ເນັ້ນໃຫ້ແຂວງຈໍາປາສັກ ຊ່ວຍຍົກຍ້າຍປະຊາຊົນອອກຈາກເຂດນໍ້າຖ້ວມໂດຍໄວ

ໃນວັນທີ 6 ກັນຍານີ້, ແຂວງຈຳປາສັກໄດ້ຈັດກອງປະຊຸມກວດກາຕີລາຄາ ແລະ ຫາລືແກ້ໄຂບັນຫານໍ້າຖ້ວມ ໂດຍການເປັນປະທານຂອງທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາການນຳແຂວງນະຄອນ-ເມືອງ ແລະ ຄະນະກຳມະການຄວບຄຸມໄພພິບັດແຕ່ລະຂັ້ນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຫົວໜ້າຫ້ອງວ່າການແຂວງລາຍງານໃຫ້ຮູ້ວ່າ: ຍ້ອນຝົນຕົກໜັກທ້າຍເດືອນສິງຫາຜ່ານມາຈົນຮອດວັນທີ 5 ກັນຍານີ້ ເຮັດໃຫ້ແຂວງຈຳປາສັກພົບກັບສະພາບໄພນໍ້າຖ້ວມຢ່າງໜັກໜ່ວງ ແລະ ມາຮອດ ປັດຈຸບັນແມ່ນລະດັບນໍ້າໄດ້ຫລຸດລົງເລັກໜ້ອຍ, ຕໍ່ສະພາບດັ່ງກ່າວໄດ້ອອກແຈ້ງ ເຕືອນໄພແຕ່ຫົວທີໄປຍັງອົງການຈັດຕັ້ງພັກ-ລັດຕະຫລອດຮອດປະຊາຊົນບັນດາເຜົ່າໃຫ້ມີສະຕິລະວັງຕົວ ແລະ ຍົກຍ້າຍອອກຈາກພື້ນທີ່ສ່ຽງໄພຢ່າງຮີບດ່ວນ. ຕາມການສັງລວມທົ່ວແຂວງມີບ້ານຖືກນໍ້າຖ້ວມທັງໜົດ 399 ບ້ານ, ປະກອບມີ 3.500 ພັນກ່ວາຄອບຄົວໄດ້ຖືກຍົກຍ້າຍໄປຢູ່ສູນອົບພະຍົກຊົ່ວຄາວ ແລະ ມີຈຳນວນໜຶ່ງຍັງບໍ່ສາມາດຍົກຍ້າຍອອກຈາກເຂດນໍ້າຖ້ວມບໍ່ທັນໄດ້ ອັນ ເນື່ອງຈາກມີກະແສນໍ້າໄຫລແຮງ ແລະ ໜ້າເສຍດາຍເຫດການນໍ້າຖ້ວມຄັ້ງນີ້ມີຜູ້ເສຍຊີວິດແລ້ວ 4 ຄົນ, ສູນຫາຍ 1 ຄົນ.


ໂອກາດນີ້, ທ່ານ ລັດຖະມົນຕິກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ເຈົ້າແຂວງ, ໄດ້ຊີ້ນຳໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ-ນະຄອນ ແລະ ເມືອງຮີບຮ້ອນເຂົ້າຊ່ວຍເຫລືອຍົກຍ້າຍຜູ້ຕິດຄ້າງໃນເຂດນໍ້າຖ້ວມຄື: ບ້ານແຫ່, ໂພຕາກ, ຊົ້ງນະຄອນປາກເຊ, ກຸ່ມບ້ານດອນແດງເມືອງປະທຸມພອນ, ບ້ານເວີນໄຊ, ສະໝັນ, ສັກເມືອງ ເມືອງໂພນທອງ, ບ້ານດອນແຊ, ສະໂລ, ຈໍາປີ, ຄີລີ, ຄຳຢາດ ເມືອງຊະນະສົມບູນ ແລະ ບ້ານອື່ນໆທີ່ມີຄົນຕິດຄ້າງຢູ່ນັ້ນໃຫ້ອອກໄປຢູ່ເຂດປອດໄພ ໂດຍນໍາໃຊ້ທຸກທ່າແຮງທີ່ມີ ພ້ອມທັງສືບຕໍ່ປຸກລະດົມທົ່ວສັງຄົມໃຫ້ການຊ່ວຍເຫລືອໃຫ້ກ້ວາງຂວາງກ່ວາເກົ່າເຊັ່ນ: ນໍ້າດື່ມ, ເຂົ້າສານອາຫານແຫ້ງ, ເຄື່ອງນຸງຫົ່ມ ແລະ ພາຫະນະອື່ນໆ ເພື່ອຊ່ວຍເຫລືອບັນເທົາທຸກແກ່ຜູ້ປະສົບໄພໂດຍໄວ ແລະ ບໍ່ໃຫ້ມີຜົນເສຍຫາຍຫລາຍກ່ວານີ້.

