ຮອງນາຍົກລັດຖະມົນຕີລົງຕິດຕາມສະພາບນ້ຳຖ້ວມຢູ່ແຂວງຈຳປາສັກ:

ເຊົ້າວັນທີ 5 ກັນຍານີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕິ ພ້ອມຄະນະ ໄດ້ເດີນທາງລົງ
ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງຈຳປາສັກ.ດ້ວຍການຂີ່ເຮືອກວດກາເບິ່ງເຮືອນຊານບ້ານຊ່ອງ, ແລະ
ເນື້ອທີ່ການຜະລິດຂອງປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເຂດບ້ານແກ, ນະຄອນປາກເຊ.
ຈາກນັ້ນ, ທ່ານກໍ່ໄດ້ມອບເຄື່ອງຊ່ວຍເຫຼືອເຊັ່ນ:
ເຂົ້າສານອາຫານແຫ້ງ ແລະ ນໍ້າດື່ມເພື່ອເປັນການບັນເທົາທຸກເບື້ອງຕົ້ນໃຫ້ແກ່ປະຊາຊົນ 4 ບ້ານຢູ່ສູນພັກຊົ່ວຄາວທີ່ ໂຮງຮຽນມັດທະຍົມຕອນຕົ້ນແກ້ວສຳພັນ
ເຊີ່ງມີປະຊາຊົນອາໄສຢູ່ຈຳນວນ 50 ຄອບຄົວ.




ພ້ອມນີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ່ຍັງໄດ້ເດີນທາງໄປຢ້ຽມຢາມຖາມຂ່າວຜູ້ປະສົບໄພນ້ຳຖວ້ມ ແລະ ມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນຢູ່ເຂດອື່ນໆຕື່ມອີກ ເພື່ອນຳເອົາຄວາມເປັນຫ່ວງເປັນໄຍຂອງພັກ-ລັດຖະບານ ທີ່ມີຕໍ່ປະຊາຊົນບັນດາເຜົ່າ, ເວົ້າສະເພາະຕໍ່ຜູ້ປະສົບໄພນ້ຳຖ້ວມໃຫ້ມີກຳລັງໃຈອົດທົນຜ່ານຜ່າຄວາມຫຸ້ຍງຍາກຈົນກວ່າສະພາບຈະກັບເຂົ້າສູ່ປົກກະຕິ.
ຕິດຕາມທ່ານຮອງນາຍົກ ລົງເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ຍັງມີທ່ານ ຮອງເຈົ້າແຂວງໆຈຳປາສັກ, ທ່ານ ປະທານສະພາປະຊາຊົນແຂວງ, ທ່ານ ເຈົ້ານະຄອນປາກເຊ,ແລະ ບັນດາຫົວໜ້າພະແນກການກ່ຽວຂ້ອງຕ່າງໆອີກດ້ວຍ.

