ແຂວງຈໍາປາສັກປະສົບໄພນໍ້າຖ້ວມຢ່າງໜັກໜ່ວງ

ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນນັບແຕ່ອາທິດທີ່ຜ່ານມາໄດ້ເຮັດໃຫ້ເກີດສະພາບນໍ້າຖ້ວມຢູ່ນະຄອນປາກເຊ ແລະ ເມືອງຕ່າງໆຂອງແຂວງຈຳປາສັກຢ່າງໜັກໜ່ວງ ຖະໜົນຫົນທາງ, ເຮືອນຊານ, ບ້ານຊ່ອງ, ໄຮ່ນາ, ຮົ້ວສວນປະຊາຊົນຫຼາຍຫຼັງຖືກຜົນກະທົບ.
ຕາມຂໍ້ມູນຈາກອຸຕຸນິຍົມ ອຸທົກກະສາດແຂວງຈໍາປາສັກ ໃຫ້ຮູ້ວ່າ: ມາຮອດເວລາ 17:00 ໂມງຂອງວັນທີ 4 ກັນຍານີ້ ລະດັບນໍ້າຂອງເພີ່ມຂຶ້ນເປັນ 13,48 ແມັດ, ເພີ່ມຂຶ້ນຢ່າງວ່ອງໄວ ສົ່ງຜົນເຮັດໃຫ້ທາງຫຼາຍເສັ້ນຖືກຕັດຂາດ ເປັນຕົ້ນແມ່ນເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ທີ່ຈຸດທາງແບ່ງບ້ານສະຜ່າຍ ເມືອງຊະນະສົມບູນ, ຂົວຂ້າມຫ້ວຍຈຳປີ ທີ່ເມືອງບາຈຽງຈະເລີນສຸກ ຖືກນໍ້າຖ້ວມຊຸ ບໍ່ສາມາດສັນຈອນໄປມາໄດ້.
ສ່ວນສຳນັກງານຂອງແຂວງ ຈຸດບ້ານປາກເຊ,ໂຮງຮຽນ,ໂຮງໝໍແຂວງ ສຳນັກງານຂອງລັດຫຼາຍແຫ່ງ ຕ້ອງໄດ້ໃຊ້ທາງເວັ້ນ ເປັນບາງຈຸດ ແລະ ໃຊ້ເຮືອເປັນພາຫານະ.
ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງໃຫ້ຮູ້ວ່າ: ລະດັບນໍ້າປີນີ້ເພີີ່ມຂຶ້ນແຮງ ແລະໄວ ເຮັດໃຫ້ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ຕ້ອງໄດ້ປະຈຳການຕະຫລອດ 24 ຊົ່ວໂມງເພື່ອຈັດສົ່ງກໍາລັງ ປກຊ -ປກສ ລົງຊ່ວຍເຫຼືອປະຊາຊົນ ໃນການຍົກຍ້າຍຄົນ ແລະ ສິ່ງຂອງໄປສູ່ບ່ອນປອດໄພ. ຈາກນີ້ ກໍ່ໄດ້ຂຶ້ນແຜນກະກຽມເຮືອ, ເຂົ້າສານອາຫານແຫ້ງ,ນໍ້າດຶ່ມ ທີ່ຈຳເປັນໄວ້ຊ່ວຍເຫຼືອປະຊາຊົນໃນຂັ້ນຕົ້ນ.
ແຕ່ມາຮອດປັດຈຸບັນຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດແຕ່ຢ່າງໃດ ແລະ ປັດຈຸບັນຍັງມີຝົນຕົກລົງມາຢ່າງຕໍ່ເນຶ່ອງ. ທາງການແຂວງໄດ້ແຈ້ງເຕືອນໃຫ້ປະຊາຊົນສືບຕໍ່ເຝົ້າລະວັງ ແລະ ຍົກຍ້າຍໄປສູ່ບ່ອນທີ່ປອດໄພ, ໂດຍສະເພາະຜູ້ຢູ່ລຽບແຄມເຊ, ແຄມຂອງ ແລະ ພື້ນທີ່ຕໍ່າ ຈາກນີ້ກໍໃຫ້ຕິດຕາມຂ່າວສະພາບອາກາດຈາກວິທະຍຸກະຈາຍສຽງເປັນປະຈຳ ເພື່ອຫຼີກເວັ້ນຜົນກະທົບທີ່ຕາມມາ.
ຂ່າວໃຫ້ຮູ້ອີກ: ປັດຈຸບັນ 5 ບ້ານໃນເມືອງບາຈຽງຈະເລີນສຸກຄື: ບ້ານປາຫລາຍ, ນາແກ, ແກ້ງຍາວ, ໜອງບົກໃຫຍ່ ແລະ ບ້ານປາກຫ້ວຍເດື່ອ ກໍພວມຮັບມືກັບສະພາບໄພນໍ້າຖ້ວມຢ່າງໜັກໜ່ວງ ເພື່ອຍົກຍ້າຍຄອບຄົວ, ວັດຖຸສິ່ງຂອງທີ່ຈໍາເປັນໄປໄວ້ບ່ອນທີ່ປອດໄພ ແລະ ເຖິງວ່າປະຊາຊົນໃນບັນດາບ້ານປະສົບໄພດັ່ງກ່າວໄດ້ຮັບການຊ່ວຍເຫລືອໃນເບື້ອງຕົ້ນຈາກອໍານາດການປົກຄອງແຂວງ ແຕ່ກໍບໍ່ໜັກໜ່ວງ,ໂດຍສະເພາະເຂົ້າປາອາຫານ ແລະ ນໍ້າດື່ມ. ຜຸ້ລາຍງານຂ່າວໃຫ້ຮູ້ອີກວ່າ: ຂົວຫລາຍຈຸດບົນເສັ້ນທາງເລກ 20 ເປ່ເພໃຊ້ການບໍ່ໄດ້ ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ.

