ລັດຖະມົນຕີອຸດສະຫະກໍາ ແລະ ການຄ້າຊີ້ນຳວຽກງານຢູ່ອັດຕະປື

ວັນທີ 28 ສິງຫານີ້, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງອັດຕະປືເພື່ອໃຫ້ທິດແນະນໍາແຂວງ ຈົ່ງຕັ້ງໜ້າປະຕິບັດຄໍາສັ່ງເລກທີ 15/ນຍ ໃຫ້ເຂັ້ມງວດ ເພື່ອແກ້ໄຂການດຳເນີນທຸລະກິດໄມ້ ຜິດກົດໝາຍໃຫ້ຫລຸດລົງ; ຮຽກຮ້ອງໃຫ້ສືບຕໍ່ອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການບໍລິການອື່ນໆ, ພ້ອມ, ເອົາໃຈໃສ່ລະດົມນັກທຸລະກິດພາຍໃນ ແລະ ຕ່າງປະ ເທດ ເຂົ້າມາລົງທຶນໃນແຂວງໃຫ້ຫລາຍຂຶ້ນ, ເອົາໃຈໃສ່ປຸກລະດົມນັກທຸລະກິດ, ຜູ້ປະກອບການ ເພື່ອສົ່ງເສີມການຜະລິດເປັນສິນຄ້າເພີ່ມຂຶ້ນ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດ.
ທ່ານ ຄໍາຫວັນ ຈັນທະໂຄດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ໄດ້ລາຍງານວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019 ນີ້ຍອດມູນຄ່າການຄ້າແຂວງປະຕິບັດໄດ້ 1,2 ຕື້ກວ່າກີບ, ຄາດຄະເນ 6 ເດືອນທ້າຍປີ ຈະປະຕິບັດໄດ້ 2,6 ຕື້ກວ່າກີບ. ໃນນັ້ນວຽກງານການຄ້າພາຍໃນ ກໍໄດ້ເຂັ້ມງວດສະກັດກັ້ນສິນຄ້າເກື້ອດຫ້າມ, ສິນຄ້ານອກລະບົບ, ສິນຄ້າລັກລອບພາສີ ແລະ ສິນຄ້າເຊື່ອມຄຸນນະພາບ ຢ່າງເປັນຮູບປະທໍາຄືຢູ່ເມືອງສາມັກຄີໄຊ ແລະ ໄຊເສດຖາ ຍອດການນໍາເຂົ້າ-ສົ່ງອອກສີນຄ້າ ເຫັນວ່າມີທ່າອ່ຽງດີຂຶ້ນ ແລະ ວຽກງານອຸດສາຫະກຳ ແລະ ຫັດຖະກໍາ ກໍເຫັນວ່າມີການຂະຫຍາຍຕົວໄວຕໍ່ເນື່ອງ, ການຜະລິດ ແລະ ຈໍາໜ່າຍ ພາຍໃນ ທັງສົ່ງອອກຕ່າງປະເທດ ປະຕິບັດໄດ້ 397 ຕື້ກີບ. ມາຮອດປັດຈຸບັນ ທົ່ວແຂວງມີໂຮງງານທັງໝົດ 36 ແຫ່ງ ແລະ ການຜະລິດອຸດສາຫະກຳປຸງແຕ່ງ, ຫັດຖະກຳອື່ນໆ ມີທ່າອ່ຽງເພີ່ມຂຶ້ນ.

