ນາຍົກ ມາເລເຊຍ ຢ້ຽມຢາມ ຫວຽດນາມ

ຮຽບຮຽງໂດຍ: ລູກເມືອງພວນ

    ນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad, ອາຍຸ 94 ປີ ໄດ້ໄປເຖິງ ຮ່າໂນ້ຍ ໃນວັນທີ 26 ສິງຫາ       ນີ້ ເພື່ອເປັນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 26-28  ສິງຫານີ້.

ນາຍົກລັດຖະມົນຕີ Mahathir ຢ້ຽມຢາມຫວຽດນາມຕາມຄຳເຊື່ອເຊີນຂອງ ນາຍົກລັດຖະມົນຕີ ຫງວຽນ ຊວັນຟຸກ ຂອງຫວຽດນາມ. ແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ນີ້ ເປັນການຢ້ຽມ ຢາມຢ່າງເປັນທາງການເທື່ອທຳອິດຂອງນາຍົກລັດຖະມົນຕີຂອງມາເລເຊຍ ນັບຕັ້ງແຕ່ ມື້ໄດ້ຮັບໜ້າທີ່ເປັນນາຍົກລັດຖະມົນຕີໃນເດືອນພຶດສະພາ 2018. ທ່ານເຄີຍເປັນນາຍົກ ລັດຖະມົນຕີຂອງ ມາເລເຊຍ ເທື່ອໜຶ່ງມາກ່ອນແລ້ວ ໃນປີ 1981-2003.

ການຢ້ຽມຢາມເທື່ອນີ້ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືສອງຝ່າຍ, ເພື່ອເປີດໂອກາດໃຫ້ມູນຄ່າທາງການຄ້າລະ ຫວ່າງກັນເພີ່ມຂຶ້ນ 15 ຕື້ໂດລາ ໃນປີ 2020 . ນາຍົກລັດຖະມົນຕີ Mahathir ມີແຜນຈະພົບປະຫາລືກັບນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃນວັນທີ 27 ສິງຫາ ຈະໄປຢ້ຽມຢາມກຸ່ມບໍລິສັດ FPT ແລະ ເຂດອຸດສາຫະກຳ ໂນຍ ບ່າຍ ໃນວັນທີ 28 ສິງຫາ ຕື່ມອີກ.

ຫວຽດນາມ ແລະ ມາເລ ເຊຍ ສ້າງສາຍພົວພັນທາງ ການທູດນຳກັນໃນປີ 1973 ແລະ ໄດ້ຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດໃນປີ 2015. ສອງປະເທດໄດ້ພົວ ພັນຮ່ວມມືນຳກັນໃນຫຼາຍຂົງເຂດທັງສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ການຄ້າ.

ຫວຽດນາມ ແລະ ມາເລ ເຊຍ ແມ່ນໜຶ່ງໃນ 10 ຄູ່ຮ່ວມ ມືທີ່ໃຫ່ຍຂອງກັນ ແລະ ກັນທາງດ້ານການຄ້າຄື: ປີ 2018 ມູນຄ່າການຄ້າ ສອງຝ່າຍມີ ເຖິງ 11,5 ຕື້ໂດລາ, ເພີ່ມຂຶ້ນ ຫຼາຍກ່ວາ 13% ທຽບໃສ່ຊຸມປີກ່ອນໜ້ານີ້. ໄລ່ມາເຖິງ ເດືອນເມສາ 2019, ມາເລເຊຍມີ 586 ໂຄງການລົງ ທຶນຢູ່ຫວຽດນາມລວມມີ, ມູນຄ່າ 12,4 ຕື້ໂດລາ. ຫວຽດນາມມີ 19 ໂຄງການລົງທຶນ ຢູ່ມາເລເຊຍມີ, ມູນຄ່າ 1,53 ຕື້ໂດລາ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ