ເອສຕຣາດາຊະນະນ໊ອກ ດາເວນ ແບມອນຍົກ 9 ປ້ອງກັນແຊ້ມເທື່ອທຳອິດໄດ້ສຳເລັດ

ຮວນ ຟຣານຊິສໂກ ເອສ ຕຣາດາ ແຊ້ມໂລກລຸ້ນຊຸບ ເປີຟຼາຍເວດ ຂອງສະພາມວຍ ໂລກປ້ອງກັນສາຍແອວ ຄັ້ງ ທຳອິດໄດ້ສຳເລັດດ້ວຍການເອົາຊະນະນ໊ອກ ດາເວນ ແບມອນ ຜູ້ທ້າຊິງຈາກສະຫະລັດອາເມລິກາໃນຍົກທີ 9 ຂອງການຊົກທີ່ແມັກຊິໂກ ເມື່ອວັນທີ 24 ສິງຫາທີ່ຜ່ານມາ.

     ພຽງແຕ່ຍົກສອງ ເອສ ຕຣາດາ ກໍຊົກໝັດຊ້າຍສົ່ງແບມອນ ລົງໄປນອນທີ່ພື້ນສັງວຽນ ຈາກນັ້ນອີກ ບໍ່ພໍເທົ່າໃດວິນາທີແບມອນ ກໍຖືກໝັດ ຊ້າຍຂອງ ເອສຕຣາດາ ຢ່າງຈັງລົງໄປນອນໃຫ້ກຳມະການນັບອີກຄັ້ງ.

ເອສຕຣາດາ ສາມາດ ຄຸມການຊົກເອົາໄວ້ໄດ້ ແລະ ໃນຍົກທີ7 ກໍປ່ອຍໝັດຊຸດໄລ່ຊົກແບມອນອ້ອມທົ່ວສັງວຽນແຕ່ກຳມະການຕີລະ ຄັງຊ່ວຍຊີວິດຜູ້ທ້າຊິງໄວ້ກ່ອນ ໃນຍົກທີ8 ແບມອນບາດເຈັບຕາຊ້າຍບວມແຕ່ ເອສຕຣາດາກໍຍົງຄົງເຮັດ ເກມບຸກໄລ່ຊົກຢ່າງຕໍ່ເນື່ອງ.

ຍົກທີ 9 ກາຍເປັນຍົກ ສຸດທ້າຍຂອງ ແບມອນ, ເອສຕຣາດາ ເຮັດເກມບຸກອອກໝັດໃສ່ຢ່າງຮຸນແຮງຈົນກຳມະການຕ້ອງເຂົ້າ ມາຢຸດຕິການແຂ່ງຂັນພຽງ ແຕ່ 53 ວິນາທີຂອງຍົກ 9 ເທົ່ານັ້ນ.

ເອສຕຣາດາ ສາມາດ ປ້ອງກັນແຊ້ມເອົາໄວ້ໄດ້ເປັນຄັ້ງທຳອິດ ໂດຍເຂົາໄດ້ແຊ້ມຄັ້ງທີ່ແລ້ວມາຈາກການຂຶ້ນ ສັງວຽນແລກໝັກກັບ ສີສະເກດ ນະຄອນຫຼວງໂປຣໂມຊັນອາດີດແຊ້ມຄົນໄທ ທັງນີ້ ເອສຕຣາດາ ເພີ່ມສະຖິຕິ ເປັນຊະນະ 40 ຄັ້ງຊະນະນ໊ອກ 27 ຄັ້ງ ແລະ ເສຍ  3   ຄັ້ງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ