ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມ ບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ

ໃນວັນທີ 22 ສິງຫານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ບ້ານໃຫຍ່ພັດທະ ນາບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ .


ໄດ້ຮັບຟັງລາຍງານຫຍໍ້ກ່ຽວກັບ ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການດຳເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ ແລະ ຂະບວນການຜະລິດກະສິກຳຂອງປະຊາຊົນບ້ານບວມເລົາ-ຜາແກ້ວ ຈາກນາຍບ້ານຮູ້ວ່າ: ບ້ານບວມເລົາ-ຜາແກ້ວມີ 95 ໜ່ວຍຄຸ້ມຄອງ, ມີ 922 ຄອບຄົວ, ມີພົນລະເມືອງທັງໝົດ 4.340 ຄົນ, ຍິງ2.137 ຄົນ, ປະຊາຊົນສ່ວນໃຫຍ່ແມ່ນມີອາຊີບຜະລິດກະສິກໍາເປັນຕົ້ນຕໍ, ໂດຍຢຶດຖືເອົາການປູກຝັງ-ລ້ຽງສັດ ເປັນສ່ວນໃຫຍ່.

ການພັດທະນາເສດຖະກິດ ແລະ ແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນພາຍໃນບ້ານແມ່ນໄດ້ສ້າງແຜນທີ່ຈັດສັນການນຳໃຊ້ທີ່ດິນຂອງບ້ານຢ່າງເປັນລະບົບເຊັ່ນ: ດິນທຳການຜະລິດ, ປ່າສະຫງວນ, ປ່າຜະລິດ, ດິນປູກພືດອຸດສາຫະກໍາ, ດິນນາ, ດິນປຸກສ້າງ, ດິນປ່າຊົມໃຊ້ຂອງບ້ານ, ດິນປູກໄມ້ ແລະ ດິນບໍລິການ. ປະຈຸບັນເສດຖະກິດໂດຍລວມຂອງບ້ານຂະຫຍາຍຕົວຢ່າງຕໍ່ເນື່ອງ.
ສະເລ່ຍລາຍຮັບໄດ້ 16 ລ້ານກວ່າກີບເທົ່າກັບ 2.056 ໂດລາສະຫະລັດຕໍ່ຄົນຕໍ່ປີ 95% ຂອງຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າ, ມີຕະຫລາດຖາວອນແລກປ່ຽນຊື້ຂາຍສິນຄ້າ, ມີລະບົບເຄື່ອຂ່າຍໂທລະສັບ, ເສັ້ນທາງຄົມມະນາຄົມໄດ້ຮັບການປັບປຸງດີຂຶ້ນ, ສາມາດທຽວໄດ້ຢ່າງສະດວກສະບາຍ ແລະ ພື້ນຖານໂຄງລ່າງອື່ນໆທີ່ຈໍາເປັນຂອງບ້ານແມ່ນໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ.
