ລັດຖະມົນຕີ ຖວທ ຢ້ຽມຢາມຄົນເຈັບຈາກອຸປະຕິເຫດລົດຕົກລົງເຫວທີ່ເມືອງນານພວມກໍາລັງປິ່ນປົວຢູ່ໂຮງໝໍ 103


ແລງວັນທີ 21 ສິງຫານີ້ ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມຄົນເຈັບຈາກອຸປະຕິເຫດລົດໂດຍສານຂອງນັກທ່ຽວຕົກລົງເຫວເລີກຢູ່ເມືອງນານ ແຂວງຫລວງພະບາງ ໃນວັນທີ 19 ສິງຫາຜ່ານມານີ້ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ຕິດຢູ່ໃນລົດ 13 ແລະ ຄົນຜູ້ບາດເຈັບ 33 ຄົນ, ທີ່ກໍາລັງປິ່ນປົວຢູ່ໂຮງໝໍ 103 ນະຄອນຫລວງວຽງຈັນ ເພື່ອສະແດງຄວາມເປັນຫ່ວງເປັນໄຍຕໍ່ຜູ້ບາດເຈັບ ແລະ ຄອບຄົວເຂົາເຈົ້າ.


ໃນໂອກາດດັ່ງກ່າວ, ທ່ານ ພັນເອກ ຈັນທະພອນ ອຸດົມສຸກ ຮອງອຳນວຍການໂຮງໝໍ 103 ລານງານວ່າ: ໃນວັນທີ 20 ສິງຫາ ໄດ້ຮັບຄົນເຈັບຈາກອຸປະຕິເຫດດັ່ງກ່າວຈໍານວນ 22 ຄົນ ເຂົ້າມາປິ່ນປົວຮັກສາ ແລະ ມາຮອດວັນທີ 21 ສິງຫານີ້ ຍັງມີຄົນເຈັບປິ່ນປົວຢູ່ພະແນກກະທົບກະດູກ 12 ຄົນ, ພະແນກຜ່າຕັດຜົ້ງເອິກ 5 ຄົນ, ພະແນກຜ່າຕັດຜົ້ງທ້ອງ 2 ຄົນ ແລະ ພະແນກໄອຊີຢູ (ICU) 1 ຄົນ.


ໂອກາດນີ້, ທ່ານລັດຖະມົນຕີໄດ້ແນະນໍາຕື່ມໃນການເອົາໃຈໃສ່ເບິ່ງແຍງປິ່ນປົວຄົນເຈັບຂອງຄະນະແພດໝໍໃຫ້ມີຄວາມຮັບປະກັນດີ.

